ທ່ານສິນກາງພົບປະກັບລັດຖະມົນຕີການຕ່າງປະເທດມາເລເຊຍ

2023-03-29 14:45:07 CRI

ວັນທີ 28 ມີນານີ້, ຢູ່ນະຄອນຫຼວງປັກກິ່ງ, ທ່ານສິນກາງ ທີ່ເປິກສາແຫ່ງລັດ ທັງເປັນລັດຖະມົນຕີກະຊວງການຕ່າງປະເທດຈີນໄດ້ພົບປະກັບທ່ານຊຳບຣີ ອັບດຸນ ກາເດຍ ລັດຖະມົນຕີກະຊວງການຕ່າງປະເທດມາເລເຊຍ.


ທ່ານສິນກາງກ່າວວ່າ, ຈີນ ແລະ ມາເລເຊຍລ້ວນແຕ່ເປັນປະເທດພວມພັດທະນາຂອງອາຊີ, ເປັນກຸ່ມເສດຖະກິດຈະເລີນໃໝ່ທີ່ສຳຄັນ ແລະ ເປັນແງ່ກຳລັງທີ່ກ້າວໜ້າໃນເວທີສາກົນ, ຕ້ອງລົງເລິກການຮ່ວມມືແບບຕ່າງຝ່າຍຕ່າງມີຜົນປະໂຫຍດຕື່ມອີກ, ສາມັກຄີກັນຮັບມືກັບຄວາມສ່ຽງ ແລະ ສິ່ງທ້າທາຍຕ່າງໆນານາ, ປະກອບສ່ວນຫຼາຍກວ່າເກົ່າ ເພື່ອສັນຕິພາບ, ສະຖຽນລະພາບ, ການພັດທະນາ ແລະ ຄວາມຈະເລີນຮຸ່ງເຮືອງຂອງພາກພື້ນ ກໍຄືຂອງໂລກ.


ທ່ານຊຳບຣີ ອັບດຸນ ກາເດຍກ່າວວ່າ, ມາເລເຊຍ ແລະ ຈີນເປັນເພື່ອນມິດທີ່ແໜ້ນແຟ້ນໃນທຸກສະພາວະການ, ເຊື່ອໝັ້ນວ່າ, ການຢ້ຽມຢາມຈີນຂອງທ່ານອັນວາ ອິບຣາຮິມ ນາຍົກລັດຖະມົນຕີມາເລເຊຍຄັ້ງນີ້ ຈະຊຸກຍູ້ໃຫ້ມິດຕະພາບມາເລເຊຍ-ຈີນກ້າວຂຶ້ນສູ່ລະດັບໃໝ່. ມາເລເຊຍຍິນດີຮ່ວມກັບຈີນ, ຮ່ວມກັນປົກປັກຮັກສາສັນຕິພາບ ແລະ ສະຖຽນລະພາບຂອງພາກພື້ນ, ຮ່ວມກັນສ້າງປະຊາຄົມຮ່ວມຊາຕາກຳຈີນ-ອາຊຽນທີ່ແໜ້ນແຟ້ນກວ່າເກົ່າ.