ສິດທິມະນຸດແບບອາເມຣິກາໄດ້ກາຍເປັນ “ຝັນຮ້າຍອາເມຣິກາ”

2023-03-29 15:32:03 CRI

ຕອນເຊົ້າວັນທີ 27 ມີນານີ້, ໂຮງຮຽນປະຖົມແຫ່ງໜຶ່ງຂອງນະຄອນນັສເວວລັດເຕນເນຊີຂອງອາເມຣິກາໄດ້ເກີດເຫດການຍິງກັນ, ສົ່ງຜົນເຮັດໃຫ້ເດັກນ້ອຍໄຮ້ດຽງສາທີ່ມີອາຍຸພຽງ 9 ປີ 3 ຄົນ ແລະ ຜູ້ເຕັມກະສຽນອາຍຸ 3 ຄົນເສຍຊີວິດ. ທ່ານໂຈ ໄບເດັນ ປະທານາທິບໍດີອາເມຣິກາໄດ້ກ່າວວ່າ, ໂສກນາດຕະກຳແບບນີ້ເປັນ “ຝັນຮ້າຍທີ່ຮ້າຍກາດທີ່ສຸດ” ສຳລັບຄອບຄົວທີ່ຖືກເຄາະຮ້າຍ.


ຝັນຮ້າຍໃນການຍິງກັນໄດ້ເກີດຂຶ້ນຢູ່ອາເມຣິກາເທື່ອແລ້ວເທື່ອອີກ, ຕ້ອງແມ່ນບ່ອນທີ່ມີບາງສິ່ງບາງຢ່າງໄດ້ເກີດມີບັນຫາແລ້ວ. ວັນທີ 28 ມີນານີ້, ທາງການຈີນໄດ້ເຜີຍແຜ່ “ບົດລາຍງານທີ່ອາເມຣິກາໄດ້ລ່ວງລະເມີດສິດທິມະນຸດໃນປີ 2022” ໄດ້ເປີດເຜີຍສະພາບສິດທິມະນຸດຕົວຈິງຂອງອາເມຣິກາ.

ບົດລາຍງານສະບັບນີ້ມີຕົວໜັງສືປະມານ 18.000 ຕົວ ໂດຍໄດ້ບວກຫຼາຍເຫດການຕົວຈິງ ແລະ ຕົວເລກຂໍ້ມູນທີ່ລະອຽດ ເພື່ອຍົກໃຫ້ເຫັນສະພາບຕົວຈິງ ທີ່ສິດທິພື້ນຖານ ແລະ ເສລີພາບຂອງປະຊາຊົນອາເມຣິກາຖືກທຳລາຍໃນປີຜ່ານມາ ເຊິ່ງສະແດງໃຫ້ເຫັນວ່າ, ສະພາບສິດທິມະນຸດຂອງອາເມຣິກາໄດ້ປາກົດມີ “ການຖົດຖອຍຄັ້ງປະຫວັດສາດ". ບົດລາຍງານລະບຸວ່າ, ປັດຈຸບັນນີ້, ເຫດການຍິງກັນໄດ້ກາຍເປັນສາເຫດອັນດັບໜຶ່ງທີ່ເຮັດໃຫ້ເດັກນ້ອຍອາເມຣິກາເສຍຊີວິດ. ເຫດການຍິງກັນທີ່ເກີດຂຶ້ນໃນໂຮງຮຽນຄັ້ງຕ່າງໆ, ບໍ່ພຽງແຕ່ໄດ້ທຳລາຍຄວາມເຊື່ອຖືຕໍ່ຄວາມໝັ້ນຄົງແຫ່ງຊາດຂອງຊາວອາເມຣິກາເທົ່ານັ້ນ, ຍັງໄດ້ເປີດເຜີຍຄວາມຈອມປອມ ແລະ ຄວາມອັບປະຍົດຂອງອາເມຣິກາ ທີ່ຕັ້ງໂຕເປັນ “ຜູ້ອາລັກຂາສິດທິມະນຸດ”.


ຈາກການທີ່ບໍ່ສາມາດຮັບປະກັນຄວາມປອດໄພທາງຮ່າງກາຍຂອງປະຊາຊົນ, ຈົນເຖິງການເລືອກຕັ້ງແບບອາເມຣິກາໄດ້ກາຍເປັນເກມຂອງຄົນຮັ່ງມີ; ຈາກການຈຳແນກເຊື້ອຊາດຜິວພັນນັບມື້ນັບດຸເດືອດ, ຈົນເຖິງຄວາມແຕກໂຕນກັນລະຫວ່າງຜູ້ຮັ່ງມີກັບຜູ້ທຸກຍາກນັບມື້ນັບຂະຫຍາຍວົງກວ້າງອອກ. ສະພາບຕົວຈິງພິສູດຫຼາຍເທື່ອແລ້ວວ່າ, ສິດທິມະນຸດແບບອາເມຣິກາໄດ້ກາຍເປັນ “ຝັນຮ້າຍທີ່ຮ້າຍກາດທີ່ສຸດຂອງຊາວອາເມຣິກາ” ແລະ ກໍເປັນຝັນຮ້າຍຂອງປະຊາຊົນທົ່ວໂລກເຊັ່ນກັນ.