ຈີນແລະອາເມຣິກາ, ປະເທດໃດໄດ້ເປີດປະຕູສູ່ພາຍນອກຢ່າງແທ້ຈິງ?

2023-03-30 17:12:25 CRI

ວັນທີ 23 ມີນານີ້, ຄະນະກຳມາທິການພະລັງງານແລະການຄ້າສະພາຕ່ຳອາເມຣິກາໄດ້ຈັດກອງປະຊຸມຟັງຄຳໃຫ້ການ ທີ່ກ່ຽວຂ້ອງກັບຊາຕາກຳຂອງ Tik Tok ຢູ່ອາເມຣິກາ, ຍ້ອນວ່າ ຫວ່າງກ່ອນນີ້ບໍ່ດົນ, ລັດຖະບານໂຈ ໄບເດັນ ໄດ້ຮຽກຮ້ອງໃຫ້ເຈົ້າຂອງກິດຈະການຝ່າຍຈີນຂອງ Tik Tok ຂາຍຫຸ້ນສ່ວນ Tik Tok ທັງໝົດ, ຖ້າບໍ່ດັ່ງນັ້ນ, ອາເມຣິກາຈະຫ້າມບໍ່ໃຫ້ Tik Tok ດຳເນີນທຸລະກິດຢູ່ອາເມຣິກາ. ທີ່ຈິງແລ້ວ, ໃນໄລຍະລັດຖະບານໂດໂນ ທຣຳ ໃນກ່ອນໜ້ານີ້,  Tik Tok ກໍເຄີຍພົບສະພາບທີ່ຄ້າຍຄືແບບນີ້. ເທື່ອນີ້, ທ່ານໂຊ່ວ ເຈວ ຫົວໜ້າຝ່າຍບໍລິຫານຂອງ Tik Tok ໄດ້ເຂົ້າຮ່ວມກອງປະຊຸມຟັງຄຳໃຫ້ການ ເຊິ່ງເປັນຄັ້ງທຳອິດ ທີ່ Tik Tok ສົ່ງເຈົ້າໜ້າທີ່ຂັ້ນສູງຂອງບໍລິສັດຕົນເຂົ້າຮ່ວມກອງປະຊຸມຟັງຄຳໃຫ້ການແບບນີ້ ເພື່ອຕອບຄຳຖາມຂອງສະມາຊິກສະພາອາເມຣິກາ ກ່ຽວກັບບັນຫາຕ່າງໆ ເຊັ່ນ: ຄວາມໝັ້ນຄົງແຫ່ງຊາດ ແລະ ຜົນທາງລົບຕໍ່ການເຕີບໃຫຍ່ຂອງຊາວໜຸ່ມ ແລະ ເດັກນ້ອຍເປັນຕົ້ນ ເຊິ່ງເຮັດໃຫ້ຫາງສຽງໂລກເອົາໃຈໃສ່. ສິ່ງທີ່ໜ້າສົນໃຈນັ້ນກໍຄື: ໃນມື້ນັ້ນ, ສະມາຊິກສະພາອາເມຣິກາໄດ້ຕັ້ງຄຳຖາມໄຮ້ດຽງສາ ທີ່ຂາດຄວາມຮູ້ທົ່ວໄປຕ່າງໆ ເຊັ່ນ: Tik Tok “ຕ້ອງການເຊື່ອມຕໍ່ WIFI ຫຼືບໍ່” ເພື່ອຢາກຖ່ວງດຶງໄປສູ່ຫົວຂໍ້ບໍ່ເຂົ້າເລື່ອງທີ່ວ່າ “ຜູ້ໃຊ້ Tik Tok ຂອງອາເມຣິກາຖືກຕິດຕາມຄວບຄຸມ” ເຊິ່ງເຮັດໃຫ້ທ່ານໂຊ່ວ ເຈວບໍ່ຮູ້ຈະຕອບຄຳຖາມແນວໃດ ແລະ ເຮັດໃຫ້ກອງປະຊຸມຟັງຄຳໃຫ້ການກາຍເປັນ “ກອງປະຊຸມເຜີຍແຜ່ຄວາມຮູ້ທາງອິນເຕີເນັດ” ແລະ ກໍໄດ້ເຮັດໃຫ້ກອງປະຊຸມຟັງຄຳໃຫ້ການຄັ້ງນີ້ ກາຍເປັນເປົ້າໝາຍສຽດສີຈາກຜູ້ໃຊ້ Tik Tok ຢູ່ໃນອາເມຣິກາ. ດັ່ງທີ່ສື່ມວນຊົນອາເມຣິກາເຄີຍຄາດໄວ້ລ່ວງໜ້າກອງປະຊຸມຟັງຄຳໃຫ້ການທີ່ວ່າ: ເວົ້າສຳລັບ Tik Tok  ແລ້ວ, ກອງປະຊຸມຟັງຄຳໃຫ້ການຄັ້ງນີ້ເປັນພຽງ “ຖອກນ້ຳໃສ່ຫົວເປັດ” ຊື່ໆ, ຍ້ອນວ່າ, ນັກການເມືອງອາເມຣິກາໄດ້ວາງໂທດໃຫ້ Tik Tok ມາກ່ອນແລ້ວ.

ໃນວັນທີ 25 ມີນານີ້, ກອງປະຊຸມປະຈຳປີ 2023 ຂອງເວທີເປິກສາຫາລືຂັ້ນສູງວ່າດ້ວຍການພັດທະນາຂອງຈີນ ພາຍໃຕ້ຫົວຂໍ້ “ການຟື້ນຟູເສດຖະກິດ: ໂອກາດ ແລະ ການຮ່ວມມື” ໄດ້ຈັດຂຶ້ນຢູ່ນະຄອນຫຼວງປັກກິ່ງ ເຊິ່ງແມ່ນກອງປະຊຸມໄດ້ຈັດຂຶ້ນທາງອັອຟລາຍເປັນຄັ້ງທຳອິດ ນັບແຕ່ປີ 2020 ເປັນຕົ້ນມາ ໂດຍມີປະທານ ຫຼືຫົວໜ້າຝ່າຍບໍລິຫານຂອງບໍລິສັດ, ຜູ້ຮັບຜິດຊອບຂອງອົງການຈັດຕັ້ງດ້ານເສດຖະກິດສາກົນທີ່ສຳຄັນ ແລະ ຜູ້ຊ່ຽວຊານທີ່ມີຊື່ສຽງຂອງໂລກຫຼາຍກວ່າ 500 ທ່ານມາເຂົ້າຮ່ວມກອງປະຊຸມປະຈຳປີ 2023 ເຊິ່ງໄດ້ຮັບຄວາມຍິນດີຕ້ອນຮັບຢ່າງອົບອຸ່ນຈາກລັດຖະບານ, ວິສາຫະກິດ ແລະ ປະຊາຊົນຈີນ. ຕອນບ່າຍວັນທີ 24 ມີນານີ້ຕາມເວລາປັກກິ່ງ, ມີຊາວເນັດໄດ້ໂພດວິດິໂອຢູ່ຕາມອິນເຕີເນັດວ່າ, ທ່ານໂດນານ ຄຸກ ຫົວໜ້າຄະນະກຳມະການບໍລິຫານຂອງບໍລິສັດ Apple ຂອງອາເມຣິກາໄດ້ປາກົດຕົວໃນຮ້າຍ Apple ແຫ່ງໜຶ່ງທີ່ນະຄອນຫຼວງປັກກິ່ງ. ທ່ານໂດນານ ຄຸກ ເອງກໍໄດ້ໂພດຂໍ້ຄວາມຕາມທາງອິນເຕີເນັດວ່າ, ຮູ້ສຶກດີໃຈຫຼາຍທີ່ໄດ້ພົບທີມງານ ແລະ ລູກຄ້າ.

ກອງປະຊຸມປະຈຳປີ 2023 ຂອງເວທີເປິກສາຫາລືຂັ້ນສູງວ່າດ້ວຍການພັດທະນາຂອງຈີນໄດ້ສົ່ງສັນຍານຕັ້ງໜ້າຕ່າງໆສູ່ພາຍອອກ ເຊິ່ງລວມທັງຈີນຈະຍຶດໝັ້ນເປີດກວ້າງການເປີດປະຕູສູ່ພາຍນອກ ແລະ ສ້າງຕະຫຼາດທີ່ກວ້າງຂວາງກວ່າເກົ່າ ແລະ ສະພາບແວດລ້ອມດຳເນີນທຸລະກິດທີ່ດີກວ່າເກົ່າໃຫ້ແກ່ນັກທຸລະກິດປະເທດຕ່າງໆ. ໃນກອງປະຊຸມປະຈຳປີຄັ້ງນີ້, ບັນດາຜູ້ເຂົ້າຮ່ວມໄດ້ເປິກສາຫາລືການຮ່ວມມືຫຼາຍທີ່ສຸດ ແລະ ຝາກຄວາມຫວັງຕໍ່ການຮ່ວມມືແບບຕ່າງຝ່າຍຕ່າງມີຜົນປະໂຫຍດຫຼາຍທີ່ສຸດ. ດັ່ງຄຳເວົ້າຂອງທ່ານສີຈິ້ນຜິງ ປະທານປະເທດຈີນທີ່ວ່າ: ຈີນຍິນດີພະຍາຍາມຮ່ວມກັບຝ່າຍຕ່າງໆ, ສືບຕໍ່ຂຽນປະຫວັດສາດໜ້າໃໝ່ແຫ່ງການເປີດປະຕູສູ່ພາຍນອກ ແລະ ການຮ່ວມມືແບບຕ່າງຝ່າຍຕ່າງມີຜົນປະໂຫຍດ.

ເປັນທີ່ຈະແຈ້ງແລ້ວວ່າ, ການປະຕິບັດຕໍ່ວິສາຫະກິດຂອງລັດຖະບານຈີນ ແລະ ອາເມຣິກາ ມີຄວາມແຕກຕ່າງກັນຢ່າງຈະແຈ້ງ: ລັດຖະບານອາເມຣິກາໄດ້ສ້າງອຸປະສັກໃຫ້ແກ່ການດຳເນີນທຸລະກິດຢູ່ອາເມຣິກາຂອງ Tik Tok, ແຕ່ລັດຖະບານ, ວິສາຫະກິດ ແລະ ປະຊາຊົນຈີນຊ້ຳພັດຍິນດີຕ້ອນຮັບບໍລິສັດຂ້າມຊາດຕ່າງໆມາດຳເນີນທຸລະກິດຢູ່ຈີນ. ຈາກເລື່ອງນີ້ພວກເຮົາກໍສາມາດເຫັນໄດ້ວ່າ: ຈີນ ແລະ ອາເມຣິກາ, ປະເທດໃດໄດ້ເປີດປະຕູສູ່ພາຍນອກຢ່າງແທ້ຈິງ. ອາເມຣິກາຄວນເຄົາລົບເສດຖະກິດຕະຫຼາດ ແລະ ຫຼັກການແຂ່ງຂັນແບບທ່ຽງທຳຢ່າງແທ້ຈິງ, ຍຸດຕິການໂຈມຕີວິສາຫະກິດປະເທດອື່ນແບບໄຮ້ເຫດຜົນ ເພື່ອສ້າງສະພາບແວດລ້ອມດຳເນີນທຸລະກິດ ທີ່ເປີດປະຕູສູ່ພາຍນອກ, ຍຸຕິທຳ, ທ່ຽງທຳ ແລະ ບໍ່ມີການຈຳແນກໃຫ້ແກ່ວິສາຫະກິດປະເທດຕ່າງໆໄປລົງທຶນຢູ່ອາເມຣິກາ.