ປະເທດທີ່ມີບັນຫາຕ່າງໆດ້ານສິດທິມະນຸດພັດເປັນເຈົ້າພາບຈັດ “ກອງປະຊຸມສຸດຍອດປະຊາທິປະໄຕ” ແມ່ນການລົບຫລູ່ທີ່ໜັກໜ່ວງທີ່ສຸດຕໍ່ປະຊາທິປະໄຕ

2023-03-30 10:58:28 cri

ວັນທີ 28 ມີນານີ້, “ກອງປະຊຸມສຸດຍອດປະຊາທິປະໄຕຄັ້ງທີ 2” ທີ່ອາເມຣິກາກະກຽມຈັດຢ່າງລະອຽດໄດ້ຈັດຂຶ້ນຢ່າງເປັນທາງການ. ກ່ອນຈັດກອງປະຊຸມດັ່ງກ່າວ, ໃນວັນທີ 27 ມີນານີ້, ຢູ່ນະຄອນນັສວີວ ລັດເຕນເນຊີຂອງອາເມຣິກາ, ມືປືນຄົນໜຶ່ງທີ່ມີອາວຸດໄດ້ບຸກເຂົ້າໂຮງຮຽນແຫ່ງໜຶ່ງ, ເດັກນ້ອຍ ອາຍຸ 9 ປີ 3 ຄົນ ແລະ ຄູ 3 ຄົນລວມທັງຜູ້ອຳນວຍການໂຮງຮຽນຖືກຍິງເສຍຊີວິດ. ໂສກນາດຕະກຳຄັ້ງນີ້ໄດ້ເຮັດໃຫ້ທຸງ “ປະຊາທິປະໄຕ” ທີ່ອາເມຣິກາຊູຂຶ້ນຢ່າງສູງໆນັ້ນເປື້ອນເລືອດອີກ. ທ່ານໂຈ ໄບເດັນ ປະທານາທິບໍດີອາເມຣິກາໄດ້ກ່າວວ່າ, ເຫດການຍິງກັນຄັ້ງນີ້ແມ່ນ “ຝັນຮ້າຍທີ່ຮ້າຍກາດທີ່ສຸດ” ສຳລັບຄອບຄົວຊາວອາເມຣິກາທີ່ໄດ້ຮັບເຄາະຮ້າຍ.

ວັນທີ 28 ມີນານີ້, ຫ້ອງການຖະແຫຼງຂ່າວຂອງຄະນະລັດຖະບານຈີນໄດ້ເຜີຍແຜ່ “ບົດລາຍງານກ່ຽວກັບອາເມຣິກາລະເມີດສິດທິມະນຸດປະຈຳປີ 2022”, ບົດລາຍງານໄດ້ອ້າງອີງຕາມຂໍ້ມູນຈາກແຫຼ່ງຂ່າວທີ່ມີບົດບາດຂອງໂລກ, ອົງການຈັດຕັ້ງທາງການ ແລະ ສື່ມວນຊົນອາເມຣິກາທີ່ເປີດເຜີຍຫຼ້າສຸດ, ໄດ້ສະແດງໃຫ້ເຫັນຄະດີລ່ວງລະເມີດສິດທິມະນຸດຂອງອາເມຣິກາຢ່າງຫຼວງຫຼາຍຄື: ມາດຕະການຜ່ອນຜັນການຄຸ້ມຄອງອາວຸດປືນ, ສົ່ງຜົນເຮັດໃຫ້ຈຳນວນຜູ້ເສຍຊີວິດຍ້ອນເຫດການຍິງກັນໄດ້ສ້າງສະຖິຕິໃໝ່ໃນປະຫວັດສາດ; ຄ່າໃຊ້ຈ່າຍໃນການໂຄສະນາຫາສຽງເລືອກຕັ້ງເພີ່ມຂຶ້ນແບບບໍ່ເຄີຍມີມາກ່ອນ, ການບໍລິຈາກ “ເງິນມືດ” ເພື່ອຄວບຄຸມນັກການເມືອງຢູ່ທາງຫຼັງ; ການຈຳແນກເຊື້ອຊາດຜິວພັນນັບມື້ນັບດຸເດືອດ, ໂສກນາດຕະກຳແບບ “ຫາຍໃຈບໍ່ໄດ້” ເກີດຂຶ້ນເລື້ອຍໆ; ໃຊ້ກຳລັງອາວຸດ ແລະ ລົງໂທດປະເທດອື່ນແຕ່ຝ່າຍດຽວຕາມລຳພັງໃຈ, “ການເຄື່ອນໄຫວຕໍ່ຕ້ານລັດທິກໍ່ການຮ້າຍ” ເຮັດໃຫ້ປະຊາຊົນຜູ້ບໍລິສຸດເສຍຊີວິດປະມານ 1 ລ້ານຄົນ; ອາເມຣິກາທີ່ມັກອ້າງໂຕເອງວ່າເປັນຜູ້ອາລັກຂາສິດທິມະນຸດນັ້ນ, ທີ່ຈິງແລ້ວມີບັນຫາຕ່າງໆຕິດໂຕທີ່ແກ້ໄຂບໍ່ໄດ້ເຊັ່ນ: ການເມືອງແບບເງິນຕາ, ການຈຳແນກເຊື້ອຊາດຜິວພັນ, ການຖືຄອງອາວຸດປືນທົ່ວທີບ, ເຈົ້າໜ້າທີ່ຕຳຫຼວດໃຊ້ຄວາມຮຸນແຮງເກີນຂອບເຂດ, ຄວາມແຕກໂຕນກັນລະຫວ່າງຜູ້ຮັ່ງມີກັບຜູ້ທຸກຍາກນັບມື້ນັບຂະຫຍາຍວົງກວ້າງອອກ ແລະ ອື່ນໆ.

ເຖິງວ່າໂຕເອງມີບັນຫາຕິດໂຕຫຼາຍຢ່າງ, ແຕ່ອາເມຣິກາບໍ່ເຄີຍສຳຫຼວດຕົນເອງຈັກເທື່ອ, ກົງກັນຂ້າມ, ອາເມຣິກາພັດມັກ “ຖິ້ມໂທດໃສ່ປະເທດອື່ນ”. ດ້ານໜຶ່ງ, ໂຕເອງມີປະພຶດບໍ່ດີ, ແຕ່ພັດໃສ່ຮ້າຍປ້າຍສີວ່າແມ່ນປະເທດອື່ນເປັນຜູ້ກະທຳ, ໃຊ້ແຮງກົດດັນຕໍ່ປະເທດອື່ນເລື້ອຍໆໂດຍອ້າງບັນຫາສິດທິມະນຸດເພື່ອສະແຫວງຫາຜົນປະໂຫຍດສ່ວນຕົວ. ຕົວຢ່າງວ່າ, ກະຊວງການຕ່າງປະເທດອາເມຣິກາເປີດເຜີຍອັນທີ່ເອີ້ນວ່າ: “ບົດລາຍງານສິດທິມະນຸດຂອງປະເທດຕ່າງໆປີ 2022”, ໂດຍຊີ້ຕີນຊື້ມືຕໍ່ສະພາບສິດທິມະນຸດຂອງຫຼາຍປະເທດລວມທັງປະເທດຈີນ. ອີກດ້ານໜຶ່ງ, ອາເມຣິກາສືບຕໍ່ແຜ່ຂະຫຍາຍຄ່ານິຍົມແບບອາເມຣິກາຕໍ່ທົ່ວໂລກ, ແບ່ງແຍກທົ່ວໂລກໃຫ້ເປັນ “ຄ້າຍປະຊາທິປະໄຕ ແລະ ຄ້າຍທີ່ບໍ່ແມ່ນປະຊາທິປະໄຕ”. “ກອງປະຊຸມສຸດຍອດປະຊາທິປະໄຕຄັ້ງທີ 2” ກໍແມ່ນຫຼັກຖານຢືນຢັນດີທີ່ສຸດ.

ປະເທດທີ່ມີບັນຫາຕ່າງໆດ້ານສິດທິມະນຸດພັດເປັນເຈົ້າພາບຈັດ “ກອງປະຊຸມສຸດຍອດປະຊາທິປະໄຕ” ແມ່ນການລົບຫລູ່ທີ່ໜັກໜ່ວງທີ່ສຸດຕໍ່ປະຊາທິປະໄຕ. ໂດຍຜະເຊີນໜ້າກັບບັນຫາຕ່າງໆດ້ານສິດທິມະນຸດຂອງປະເທດຕົນ, ອາເມຣິກາຊິຍັງມີໜ້າມາຊີ້ຕີນຊື້ມືຕໍ່ປະເທດອື່ນຊັ້ນບໍ? ສິ່ງທີ່ອາເມຣິກາຄວນເຮັດນັ້ນກໍຄືແກ້ໄຂບັນຫາຕິດໂຕດ້ານສິດທິມະນຸດຂອງຕົນ, ຄືດັ່ງຄວາມເວົ້າຂອງສື່ມວນຊົນອາເມຣິກາບາງສື່ເວົ້ານັ້ນ, ການປັບປຸງປະຊາທິປະໄຕຂອງອາເມຣິກາໃຫ້ດີຂຶ້ນ “ກໍຄືເລື່ອງທີ່ດີທີ່ສຸດທີ່ອາເມຣິກາເຮັດໄດ້ໃນດ້ານການສະໜັບສະໜູນພາລາກິດປະຊາທິປະໄຕຂອງໂລກ.”