ບັນດາປະເທດສະມາຊິກອາຊຽນເປິກສາຫາລືກ່ຽວກັບການຫຼຸດຜ່ອນການອາໄສສະກຸນເງິນຕ່າງປະເທດໃນການຄ້າດ້ານການທະນາຄານ

2023-03-31 13:22:12 cri

ວັນທີ 28 ມີນານີ້, ກອງປະຊຸມທາງການຂອງລັດຖະມົນຕີການເງິນ ແລະຜູ້ວ່າການທະນາຄານກາງຂອງບັນດາປະເທດສະມາຊິກອາຊຽນໄດ້ຈັດຂຶ້ນຢູ່ອິນໂດເນເຊຍ. ຫົວຂໍ້ຕົ້ນຕໍແມ່ນເປິກສາຫາລືກ່ຽວກັບການເຮັດແນວໃດເພື່ອຫຼຸດການອາໄສເງິນໂດລາສະຫະລັດ, ເງິນເອີໂຣ, ເງິນເຢັນ ແລະເງິນປອນອັງກິດ ໃນການຄ້າດ້ານການທະນາຄານ ແລະຫັນປ່ຽນເປັນການຊຳລະດ້ວຍສະກຸນເງິນປະເທດຕົນ.

ກອງປະຊຸມຄັ້ງນີ້ໄດ້ເປິກສາຫາລືກ່ຽວກັບຄວາມພະຍາຍາມໃນການຫຼຸດຜ່ອນການອາໄສຕໍ່ສະກຸນເງິນຕົ້ນຕໍໂດຍຜ່ານແຜນການການຄ້າດ້ວຍສະກຸນເງິນຕາປະເທດຕົນ ຫຼື LCT . ນີ້ແມ່ນການສືບທອດແຜນການຊຳລະດ້ວຍສະກຸນເງິນຕາປະເທດຕົນ ຫຼື LCS ທີ່ປະຕິບັດຮ່ວມກັນລະຫວ່າງປະເທດສະມາຊິກອາຊຽນ ເຊິ່ງໝາຍຄວາມວ່າລະບົບຊຳລະດີຈີຕອນຂ້າມຊາດອາຊຽນໄດ້ຮັບການເປີດກວ້າງຕື່ມອີກ ພ້ອມທັງອະນຸຍາດໃຫ້ປະເທດສະມາຊິກອາຊຽນນຳໃຊ້ສະກຸນເງິນປະເທດຕົນໃນການດຳເນີນການຄ້າ. ໃນເດືອນພະຈິກປີ 2022 ຜ່ານມາ, ອິນໂດເນເຊຍ, ມາເລເຊຍ, ສິງກະໂປ, ຟິລິບປິນ ແລະໄທ ໄດ້ບັນລຸສັນຍາກ່ຽວກັບການຮ່ວມມືປະເພດດັ່ງກ່າວ.