ອາເມຣິກາຢາກກຳນົດໃຫ້ປະເທດຈີນເປັນ "ປະເທດທີ່ພັດທະນາແລ້ວ", ກໍເພື່ອສືບຕໍ່ໂຄສະນາຊວນເຊື່ອອັນທີ່ເອີ້ນວ່າ "ໄພຂົ່ມຂູ່ຈາກຈີນ" ເທົ່ານັ້ນ

2023-04-01 14:20:41 cri

    ໜັງສືພິມ The Hill ຂອງອາເມຣິກາລາຍງານວ່າ, ສະພາຕ່ຳອາເມຣິກາໄດ້ຜ່ານຮ່າງກົດໝາຍສະບັບໜຶ່ງໃນວັນທີ 27 ມີນາ 2023 ດ້ວຍຄະແນນ 415 ຕໍ່ 0, ຮ່າງກົດໝາຍດັ່ງກ່າວຮຽກຮ້ອງໃຫ້ລັດຖະມົນຕີກະຊວງການຕ່າງປະເທດອາເມຣິກາສຸມກຳລັງເພື່ອປົດຖານະທີ່ເປັນ "ປະເທດພວມພັດທະນາ" ຂອງປະເທດຈີນໃນອົງການຈັດຕັ້ງສາກົນທີ່ອາເມຣິກາເປັນປະເທດສະມາຊິກ. ປັດຈຸບັນ, ຮ່າງມະຕິດດັ່ງກ່າວຍັງຕ້ອງການຜ່ານການຮັບຮອງຈາກສະພາສູງອາເມຣິກາ ແລະ ໃຫ້ປະທານາທິບໍດີອາເມຣິກາລົງນາມຈຶ່ງສາມາດມີຜົນບັງຄັບໃຊ້ຢ່າງເປັນທາງການ.

  ແຕ່ໃດມາ, ນັກການເມືອງອາເມຣິກາບາງຄົນຢາກປົດຖານະການເປັນປະເທດພວມພັດທະນາຂອງຈີນມາໂດຍຕະຫຼອດ, ຂະນະທີ່ອົງການການຄ້າໂລກຫຼື TWO ແມ່ນສະໜາມຮົບຕົ້ນຕໍຂອງອາເມຣິກາ. WTO ຈະບໍ່ຂີດແບ່ງປະເທດສະມາຊິກເປັນປະເທດທີ່ພັດທະນາແລ້ວ ຫຼື ປະເທດພວມພັດທະນາ, ແຕ່ແມ່ນປະເທດທີ່ເຂົ້າເປັນສະມາຊິກ WTO ແຈ້ງສະພາບແຫ່ງຊາດຂອງຕົນ ແລະ ໄດ້ຮັບການຮັບຮອງຈາກປະເທດສະມາຊິກອື່ນໆ, ຖ້າວ່າເປັນປະເທດພວມພັດທະນາຈະສາມາດໄດ້ຮັບນະໂຍບາຍບູລິມະສິດບາງຢ່າງ. ແຕ່ຕອນດຳເນີນການເຈລະຈາກ່ຽວກັບປະເທດຈີນຮ້ອງຂໍເຂົ້າເປັນສະມາຊິກ WTO ເມື່ອຊຸມປີ 1990 ພຸ້ນ, ອາເມຣິກາກໍຄັດຄ້ານປະເທດຈີນເຂົ້າເປັນສະມາຊິກ WTO ດ້ວຍຖານະປະເທດພວມພັດທະນາຫຼາຍເທື່ອແລ້ວ, ປີ 2019, ທ່ານໂດໂນ ທຣຳ ປະທານາທິບໍດີອາເມຣິກາໃນຄາວນັ້ນໄດ້ວາງແຜນການປະຕິຮູບ TWO ເປັນພວງໜຶ່ງ, ຮຽກຮ້ອງໃຫ້ປ່ຽນແປງກະຕິຕາດັ່ງກ່າວ.

ປະເທດໃດໜຶ່ງເປັນປະເທດທີ່ພັດທະນາແລ້ວ ຫຼືວ່າເປັນປະເທດພວມພັດທະນາ, ອົງການຈັດຕັ້ງສາກົນມີມາດຕະການປະເມີນຢ່າງລະອຽດ. ອີງຕາມລະດັບ GDP ຂອງໂລກໃນປັດຈຸບັນ, ປະເທດໜຶ່ງມີ GDP ສະເລ່ຍຕໍ່ຫົວຄົນຫຼາຍກວ່າ 2 ໝື່ນໂດລາຈຶ່ງສາມາດຖືກເອີ້ນວ່າ “ປະເທດທີ່ພັດທະນາແລ້ວ”. ອີງຕາມຜົນສະຖິຕິ, ປີ 2022, GDP ສະເລ່ຍຕໍ່ຫົວຄົນຂອງຈີນຢູ່ທີ່ປະມານ 12.700 ໂດລາ, ເຖິງວ່າໄດ້ສູງວ່າລະດັບສະເລ່ຍຂອງໂລກແລ້ວກໍຕາມ, ແຕ່ວ່າ GDP ສະເລ່ຍຕໍ່ຫົວຄົນຂອງຈີນຍັງມີຄວາມຫຼຸດໂຕນກັນຫຼາຍສົມຄວນກັບປະເທດທີ່ພັດທະນາແລ້ວ, ໃນຫຼາຍສິບປີມານີ້, ເຖິງວ່າຈີນໄດ້ຮັບໝາກຜົນອັນໃຫຍ່ຫຼວງດ້ານການພັດທະນາກໍຕາມ, ແຕ່ເມື່ອປຽບທຽບກັບປະເທດອື່ນທີ່ພັດທະນາແລ້ວ ກໍມີຄວາມແຕກໂຕນກັນຢ່າງຫຼວງຫຼາຍເຊັ່ນດຽວກັນ, ໂດຍສະເພາະແມ່ນບັນຫາການພັດທະນາບໍ່ດຸນດ່ຽງ ແລະ ບໍ່ສົມບູນພັດແຮ່ງໄດ້ຄົງຕົວຢູ່ໂດຍທົ່ວໄປ. ສາມາດເວົ້າໄດ້ວ່າ, ຖານະຂອງປະເທດຈີນທີ່ເປັນ “ປະເທດພວມພັດທະນາໃຫຍ່ທີ່ສຸດໃນໂລກໃນປັດຈຸບັນ” ແມ່ນສອດຄ່ອງກັບສະພາບຕົວຈິງ, ທັງເປັນເລື່ອງທີ່ຖືກກັບຄວາມຈິງ.

ໃນຫຼາຍປີມານີ້, ປະເທດຈີນບໍ່ພຽງແຕ່ບໍ່ໄດ້ແຂ່ງຂັນກັບປະເທດພວມພັດທະນາອື່ນໆເພື່ອຍາດໄດ້ຊັບພະຍາກອນຈາກອົງການຈັດຕັ້ງສາກົນດ້ວຍຖານະການເປັນ “ປະເທດພວມພັດທະນາ” ເທົ່ານັ້ນ, ຍິງໄປກວ່ານັ້ນ, ປະເທດຈີນຍັງໄດ້ໃຫ້ຄຳໝັ້ນສັນຍາ ແລະ ໃຫ້ຜົນປະໂຫຍດແກ່ປະເທດອື່ນທີ່ລື່ນກາຍລະດັບທີ່ເປັນປະເທດພວມພັດທະນາທີ່ສາມາດກະທຳໄດ້ໃນອົງການຈັດຕັ້ງສາກົນສ່ວນຫຼາຍ. ນອກນັ້ນ, ປະເທດຈີນຍັງໄດ້ຊຸກຍູ້ການພັດທະນາ ແລະ ການຮ່ວມມືສາກົນ, ໄດ້ຮັບການຍ້ອງຍໍຊົມເຊີຍຈາກປະເທດພວມພັດທະນາຈຳນວນຫຼວງຫຼາຍ. ຕົວຢ່າງວ່າ, ປະເທດຈີນສະເໜີຂໍ້ລິເລີ່ມ “ໜຶ່ງແລວໜຶ່ງເສັ້ນທາງ”, ໄດ້ສ້າງໂອກາດພັດທະນາໃຫ້ແກ່ປະເທດພວມພັດທະນາທັງຫຼາຍ, ແລະໄດ້ຮັບສຽງຕົບມືສະແດງຄວາມຊົມເຊີຍຈາກປະເທດເຫຼົ່ານີ້.

ສ່ວນອາເມຣິກາຢາກປ່ຽນຖານະຂອງປະເທດຈີນໃຫ້ເປັນ “ປະເທດທີ່ພັດທະນາແລ້ວ” ຊ້ຳແລ້ວຊ້ຳອີກ, ເຈດຕະນາຈະແຈ້ງທີ່ສຸດ, ກໍຄືເຮັດໃຫ້ປະເທດຈີນຜະເຊີນກັບກຳແພງການຄ້າ ແລະ ພາສີທີ່ສູງກວ່າເກົ່າ, ແລະແບກຫາບຄວາມຮັບຜິດຊອບສາກົນທີ່ເກີນຄວາມສາມາດຂອງປະເທດຈີນ ແລະ ອື່ນໆ, ແລ້ວອາເມຣິກາກໍຈະບັນລຸເປົ້າໝາຍໃນການສະກັດກັ້ນການພັດທະນາຂອງປະເທດຈີນທີ່ມີປະຊາກອນຫຼາຍກວ່າ 1,4 ຕື້ຄົນ, ນີ້ກໍແມ່ນສືບເນື່ອງມາຈາກຄວາມເວົ້າອັນທີ່ເອີ້ນວ່າ “ໄພຂົ່ມຂູ່ຈາກຈີນ”, ທັງກັງວົນຕໍ່ຖານະສາກົນຂອງຈີນທີ່ນັບມື້ນັບສູງຂຶ້ນ. ອາເມຣິກາຢາກກຳນົດໃຫ້ປະເທດຈີນເປັນ “ປະເທດທີ່ພັດທະນາແລ້ວ” ກໍຕາມ, ພຽງກໍເປັນລະຄອນຕະຫຼົກທີ່ກຳກັບ ແລະ ສະແດງໂດຍອາເມຣິກາເອງເທົ່ານັ້ນ.