ງານວາງສະແດງສິນຄ້າຈີນ-ອາຊຽນຟື້ນຟູການສັນຈອນວາງສະແດງຢູ່ຕ່າງປະເທດ

2023-04-01 14:18:01 CRI

ແຫຼ່ງຂ່າວຈາກກອງເລຂາງານວາງສະແດງສິນຄ້າຈີນ-ອາຊຽນໃຫ້ຮູ້ໃນວັນທີ 31 ມີນາຜ່ານມາວ່າ: ເພື່ອຊຸກຍູ້ການຟື້ນຟູເສດຖະກິດໃນພາກພື້ນ ແລະ ຊ່ວຍວິສາຫະກິດຕ່າງໆ ສ້າງແລະຊົມໃຊ້ໂອກາດທຸລະກິດການຄ້າ, ງານວາງສະແດງສິນຄ້າຈີນ-ອາຊຽນໄດ້ຟື້ນຟູການສັນຈອນວາງສະແດງຢູ່ຕ່າງປະເທດ ໂດຍຈະຈັດຂຶ້ນຢູ່ສິງກະໂປ ລະຫວ່າງວັນທີ 4-5 ເມສານີ້ ເຊິ່ງເປັນຄັ້ງທຳອິດທີ່ງານວາງສະແດງດັ່ງກ່າວຈັດຂຶ້ນຢູ່ສິງກະໂປ.

ປີນີ້ແມ່ນປີຄົບຮອບ 1 ປີຂອງການມີຜົນສັກສິດຂອງສັນຍາຄູ່ຮ່ວມເສດຖະກິດຮອບດ້ານໃນພາກພື້ນ, ປັດຈຸບັນ, ການເຈລະຈາກ່ຽວກັບເຂດການຄ້າເສລີຈີນ-ອາຊຽນ 3,0 ພວມຄືບໜ້າຢ່າງຮອບດ້ານ ເຊິ່ງເປັນໂອກາດທີ່ດີຂອງການສັນຈອນຈັດງານວາງສະແດງໃນຄັ້ງນີ້ ໂດຍຈະປິ່ນອ້ອມຂົງເຂດຈະເລີນໃໝ່ ເຊັ່ນ: ເສດຖະກິດດີຈີຕອນ, ເສດຖະກິດສີຂຽວ ແລະຂົງເຂດອື່ນໆ ທັງຈະວາງສະແດງອຸດສາຫະກຳການຜະລິດທີ່ມີສີສັນພິເສດຂອງເຂດກວາງຊີ ສປ ຈີນຢ່າງພົ້ນເດັ່ນ.

ຂ່າວແຈ້ງວ່າ, ການສັນຈອນວາງສະແດງຢູ່ຕ່າງປະເທດ ແມ່ນມາດຕະການທີ່ຕິດແທດຕົວຈິງໃນການເຮັດໃຫ້ງານວາງສະແດງສິນຄ້າຈີນ-ອາຊຽນ ເຊິ່ງເປັນເວທີການຮ່ວມມື ໄດ້ຮັບການຍົກລະດັບໃຫ້ສູງຂຶ້ນເລື້ອຍໆ ແລະຮອບດ້ານ. ປີນີ້, ນອກຈາກການສັນຈອນວາງສະແດງຢູ່ສິງກະໂປແລ້ວ, ຍັງຈະຈັດຂຶ້ນຢູ່ລາວ ແລະ ມາເລເຊຍອີກດ້ວຍ.