ກ່ອນຮົງດູຣັດຕັດສາຍພົວພັນກັບໄຕ້ຫວັນ, ອາເມຣິກາ ແລະ ໄຕ້ຫວັນໄດ້ເຮັດຫຍັງແດ່?

2023-04-01 15:16:47 cri

ວັນທີ 30 ມີນາ 2023, ກະຊວງການຕ່າງປະເທດຮົງດູຣັດປະກາດວ່າ: ທ່ານນາງຊີໂອມາຣາ ກັສໂຕຣ ປະທານາທິບໍດີຮົງດູຣັດຈະເດີນທາງມາຢ້ຽມຢາມ ຈີນໃນໄວໆນີ້. ວັນດັ່ງກ່າວຫ່າງກັບວັນທີ່ຮົງດູຣັດຕັດອັນທີ່ເອີ້ນວ່າ “ສາຍພົວພັນ ທາງການທູດ” ກັບໄຕ້ຫວັນ ແລະ ສ້າງຕັ້ງສາຍພົວພັນທາງການທູດກັບຈີນພຽງແຕ່ 4 ວັນເທົ່ານັ້ນ.

ກ່ອນຈີນ ແລະ ຮົງດູຣັດສ້າງຕັ້ງສາຍພົວພັນທາງການທູດ, ພັກປະຊາທິປະໄຕກ້າວໜ້າຂອງໄຕ້ຫວັນໄດ້ໝູນໃຊ້ທຸກໄມ້ມວຍເພື່ອກອບກູ້ສະຖານະ ແລະ ຍັງໄດ້ຂໍການຊ່ວຍເຫຼືອຈາກອາເມຣິກາຕື່ມອີກ. ແຕ່ບໍ່ວ່າອາເມຣິກາ ແລະ ໄຕ້ຫວັນຈະເຮັດແນວໃດກໍຕາມ ກໍບໍ່ສາມາດສະກັດກັ້ນກະແສດັ່ງກ່າວ ທັງເປັນການເສຍແຮງລ້າໆ.

ເປັນເວລາດົນນານມາແລ້ວ, ພັກປະຊາທິປະໄຕກ້າວໜ້າຂອງໄຕ້ຫວັນໄດ້ອາໄສ “ທູດທາງການເງິນ” ເພື່ອຮັກສາອັນທີ່ເອີ້ນວ່າ “ສາຍພົວພັນທາງການທູດ”. ຂ່າວອັນອັບອາຍຂາຍໜ້າ ກ່ຽວກັບຮົງດູຣັດ ແລະ “ທູດທາງການເງິນ” ຂອງໄຕ້ຫວັນທີ່ຖືກເຜີຍແບໃນຫຼາຍປີມານີ້ມີຈໍານວນບໍ່ໜ້ອຍ ເຊິ່ງມີມູນຄ່າຫຼາຍກວ່າ 20 ລ້ານໂດລາສະຫະລັດ.

ທະວີບອາເມຣິກາກາງທີ່ຮົງດູຣັດຕັ້ງຢູ່ນັ້ນ ຖືກຖືເປັນ “ສວນຫຼັງບ້ານ”ຂອງອາເມຣິກາມາໂດຍຕະຫຼອດ.

ໃນເດືອນພະຈິກປີ 2021, ຫຼັງຈາກທ່ານນາງຊີໂອມາຣາ ກັສໂຕຣ ໄດ້ກ່າວ ວ່າ: ຈະສະແຫວງຫາການສ້າງຕັ້ງສາຍພົວພັນທາງການທູດກັບຈີນ ໃນໄລຍະລົງສະໝັກເຂົ້າຮ່ວມການເລືອກຕັ້ງ, ທ່ານໄບຣອັນ ນິໂກລສ ຜູ້ຊ່ວຍລັດຖະມົນຕີກະຊວງການຕ່າງປະເທດອາເມຣິກາ ໄດ້ເດີນທາງໄປຮົງດູຣັດໃນທັນທີ ແລະ ກ່າວຢ່າງເປີດແປນວ່າ: ຫວັງວ່າຮົງດູຣັດ ຈະສືບຕໍ່ຮັກສາສາຍພົວພັນທາງການທູດກັບໄຕ້ຫວັນ.

ໃນເດືອນມັງກອນ 2023, ອາເມຣິກາຍັງໄດ້ດຶງພັກປະຊາທິປະໄຕກ້າວໜ້າ ຂອງໄຕ້ຫວັນເຂົ້າໃນການປະຕິບັດ “ແຜນການສາມຝ່າຍ” ກ່ຽວກັບ “ການຊ່ວຍເຫຼືອຮົງດູຣັດ”.

ວັນທີ 15 ມີນາ 2023, ຫຼັງຈາກທ່ານນາງຊີໂອມາຣາ ກັສໂຕຣ ໄດ້ປະກາດການສະແຫວງຫາການສ້າງຕັ້ງສາຍພົວພັນທາງການທູດກັບຈີນຢ່າງເປັນທາງການແລ້້ວ, ທ່ານຄຣິສໂຕເຟີ ໂດດ ອະດີດສະມາຊິກສະພາສູງອາເມຣິກາ ໄດ້ໄປຢາມຮົງດູຣັດຢ່າງກະທັນຫັນ ໃນຖານະເປັນທີ່ເປິກສາພິເສດຂອງປະທານາທິບໍດີອາເມຣິກາ ເພື່ອຫວັງຢາກສະກັດກັ້ນ “ການຫັນປ່ຽນທິດທາງ”ຂອງຮົງດູຣັດ.

ແຕ່ຜົນສຸດທ້າຍເປັນແນວໃດ ທຸກຄົນໄດ້ເຫັນກັບຕາແລ້ວ. “ທູດທາງການເງິນ” ແລະ ກົນອຸບາຍຊື້ຈ້າງຫາງສຽງຂອງພັກປະຊາທິປະໄຕກ້າວໜ້າຂອງໄຕ້ຫວັນ ກໍບໍ່ສາມາດປະສົບຜົນສໍາເລັດໄດ້, ແມ່ນແຕ່ອາເມຣິກາຈະແຊກແຊງຢ່າງ ເປີດແປນກໍໄຮ້ປະໂຫຍດ ເຊິ່ງໄດ້ຢືນຢັນອີກເທື່ອງໜຶ່ງວ່າ: ການແບ່ງແຍກ ໄຕ້ຫວັນເປັນເອກະລາດ ມັນເປັນເລື່ອງທີ່ເປັນໄປບໍ່ໄດ້ຢ່າງເດັດຂາດ.