ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກຄອມມູນິດຈີນເນັ້ນໜັກວ່າ: ຕ້ອງເຊື່ອມຊຶມແລະຜັນຂະຫຍາຍແນວຄິດສັງຄົມນິຍົມທີ່ມີສີສັນພິເສດຂອງຈີນໃນຍຸກໃໝ່ໃຫ້ເຂົ້າສູ່ລວງເລິກຢ່າງບໍ່ຢຸດຢັ້ງ

2023-04-01 13:20:07 cri

ກ່ອນໜ້ານີ້, ກົມການເມືອງສູນກາງພັກຄອມມູນິດຈີນໄດ້ຈັດການຮ່ຳຮຽນລວມໝູ່ຄັ້ງທີ 4 ກ່ຽວກັບການເຊື່ອມຊຶມແລະຜັນຂະຫຍາຍແນວຄິດສັງຄົມນິຍົມທີ່ມີສີສັນພິເສດຂອງຈີນໃນຍຸກໃໝ່ ໂດຍມີທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກຄອມມູນິດຈີນເປັນປະທານ. ທ່ານສີຈິ້ນຜິງ ກ່າວເນັ້ນໜັກວ່າ: ການຮ່ຳຮຽນແບບລວມໝູຄັ້ງນີ້ ມີເປົ້າໝາຍເພື່ອເສີມຂະຫຍາຍບົດບາດຕົວແບບ, ຊຸກຍູ້ໃຫ້ທົ່ວພັກລົງເລິກເຊື່ອມຊຶມແນວຄິດສັງຄົມນິຍົມທີ່ມີສີສັນພິເສດຂອງຈີນໃນຍຸກໃໝ່ໃນການສຶກສາທີ່ມີຫົວຂໍ້ຫຼັກ, ສ້າງພື້ນຖານດ້ານແນວຄິດທິດສະດີໃຫ້ໜັກແໜ້ນ.

ທ່ານສີຈິ້ນຜິງກ່າວເນັ້ນໜັກຕື່ມວ່າ: ການປະດິດສ້າງທິດສະດີຂອງພັກກ້າວໄປໜ້າກ້າວໜຶ່ງ, ການຮ່ຳຮຽນທິດສະດີກໍຕ້ອງໄປນຳຢ່າງທັນການກ້າວໜຶ່ງ. ແນວຄິດສັງຄົມນິຍົມທີ່ມີສີສັນພິເສດຂອງຈີນໃນຍຸກໃໝ່ໄດ້ຜ່ານຂະບວນການພັດທະນາເປັນເວລາ 10 ປີ, ຄຽງຄູກັນນັ້ນ, ພວກເຮົາກໍໄດ້ຊຸກຍູ້ສົ່ງເສີມໃຫ້ທົ່ວພັກຮ່ຳຮຽນໄປນຳເປັນເວລາ 10 ປີ ເຊິ່ງໄດ້ຮັບປະສິດທິພົນທີ່ພົ້ນເດັ່ນ. ແຕ່ໜ້າທີ່ການສ້າງຖັນແຖວທີ່ມີຄວາມໜັກແໜ້ນດ້ານທິດສະດີຍັງເປັນໜ້າທີ່ທີ່ຫຍຸ້ງຍາກລຳບາກ. ການສຶກສາຄັ້ງນີ້ໄດ້ກຳນົດການເຊື່ອມຊຶມແລະຜັນຂະຫຍາຍແນວຄິດສັງຄົມນຳຍົມທີ່ມີສີສັນພິເສດຂອງຈີນໃນຍຸກໃໝ່ເປັນຫົວຂໍ້ຫຼັກ ແມ່ນເພື່ອຊຸກຍູ້ໃຫ້ທົ່ວພັກ ໂດຍສະເພາະແມ່ນພະນັກງານການນຳເຊື່ອມຊຶມແລະຜັນຂະຫຍາຍແນວຄິດສັງຄົມນິຍົມທີ່ມີສີສັນພິເສດຂອງຈີນໃນຍຸກໃໝ່ໃຫ້ເຂົ້າສູ່ລວງເລິກຢ່າງບໍ່ຢຸດຢັ້ງ.