ປະທານປະເທດຈີນພົບປະກັບນາຍົກລັດຖະມົນຕີມາເລເຊຍ

2023-04-01 14:15:58 CRI

ຕອນບ່າຍວັນທີ 31 ມີນາຜ່ານມານີ້ ຢູ່ທີ່ຫໍສະພາປະຊາຊົນແຫ່ງຊາດຈີນ ທີ່ນະຄອນຫຼວງປັກກິ່ງ, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ພົບປະກັບທ່ານອານວາ ບິນ ອີບຣາຣິມ ນາຍົກລັດຖະມົນຕີມາເລເຊຍ ໂອກາດມາຢ້ຽມຢາມຈີນຢ່າເປັນທາງການ.

ທ່ານສີຈິ້ນຜິງ ກ່າວວ່າ: ປີນີ້ແມ່ນຈີນແລະມາເລເຊຍສ້າງສາຍພົວພັນຄູ່ຮ່ວມຍຸດທະສາດຮອບດ້ານ ຄົບຮອບ 10 ປີ ແລະ ປີໜ້າຈະແມ່ນປີຄົບຮອບ 50 ປີຂອງການສ້າງຕັ້ງສາຍພົວພັນທາງການທູດລະຫວ່າງສອງປະເທດ. ສອງຝ່າຍຄວນຍົກລະດັບການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ໃຫ້ມີຄຸນນະພາບສູງຂຶ້ນເລື້ອຍໆ, ເຮັດໃຫ້ສາຍພົວພັນລະຫວ່າງສອງປະເທດສາມາດສ້າງຜົນປະໂຫຍດໃຫ້ແກ່ປະຊາຊົນສອງຊາດໄດ້ຫຼາຍກວ່າເກົ່າ. ຈີນຍິນດີຮ່ວມກັບມາເລເຊຍ, ສົ່ງເສີມອາລະຍະທຳອາຊີ, ຍຶດໝັ້ນຄວາມເປັນອິດສະຫຼະທາງຍຸດທະສາດ, ຍຶດໝັ້ນຄວາມຕັ້ງໃຈແຕ່ຫົວທີກ່ຽວກັບການຮ່ວມມືອາຊີຕາເວັນອອກ, ສະໜັບສະໜູນຖານະໃຈກາງຂອງອາຊຽນ, ເດັດດ່ຽວຄັດຄ້ານແນວຄິດສົງຄາມເຢັນ ແລະ ການດຶງພັກດຶງພວກເພື່ອການເປັນປໍລະປັກກັນ, ສຸມກຳລັງຮ່ວມກັນເພື່ອການສ້າງສາແລະພັດທະນາຂອງແຕ່ລະປະເທດ.

ທ່ານອານວາ ບິນ ອີບຣາຮິມ ນາຍົກລັດຖະມົນຕີມາເລເຊຍ ກ່າວວ່າ: ມາເລເຊຍຍິນດີສຸມກຳລັງຮ່ວມມືກັບຈີນ, ຊຸກຍູ້ການຈັດຕັ້ງປະຕິບັດຂໍ້ລິເລີ່ມທີ່ກ່ຽວຂ້ອງໃຫ້ມີປະສິດທິຜົນ, ຊຸກຍູ້ການຮ່ວມມືດ້ານການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ”. ອາຊຽນໃນຖານະເປັນແງ່ກຳລັງທີ່ເປັນອິດສະຫຼະ ຈະເສີມຂະຫຍາຍບົດບາດອັນຕັ້ງໜ້າເພື່ອຫຼີກເວັ້ນບໍ່ໃຫ້ສະຖານະການຢູ່ໃນພາກພື້ນເຄັ່ງຕຶງຂຶ້ນຕື່ມ.