ນາຍົກລັດຖະມົນຕີຈີນພົບປະເຈລະຈາກັບນາຍົກລັດຖະມົນຕີມາເລເຊຍ

2023-04-02 14:48:43 CRI



ວັນທີ 1 ເມສາ 2023, ຢູ່ຫໍສະພາປະຊາຊົນທີ່ນະຄອນຫຼວງປັກກິ່ງ, ທ່ານຫຼີຊຽງ ນາຍົກລັດຖະມົນຕີຈີນໄດ້ພົບປະເຈລະຈາກັບ ທ່ານອານວາ ບິນ ອີບຣາຣິມ ນາຍົກລັດຖະມົນຕີມາເລເຊຍທີ່ໄປຢ້ຽມຢາມຈີນຢ່າງເປັນທາງການ.


ທ່ານຫຼີຊຽງກ່າວວ່າ, ຈີນ ແລະ ມາເລເຊຍລ້ວນແຕ່ເປັນປະເທດພວມພັດທະນາ ແລະ ກຸ່ມເສດຖະກິດທີ່ຈະເລີນໃໝ່, ຄວນເສີມຂະຫຍາຍທ່າແຮງຂອງຕົນ, ຊຸກຍູ້ການຮ່ວມມືໃນໄລຍະຕໍ່ໄປ. ລົງເລິກເຊື່ອມສານຍຸດທະສາດການພັດທະນາ, ຊຸກຍູ້ການເປີດປະຕູຕໍ່ກັນດ້ວຍລະດັບສູງກວ່າເກົ່າ ແລະ ເຊື່ອມສານນະໂຍບາຍເສດຖະກິດການຄ້າ ແລະການລົງທຶນດ້ວຍມາດຕະຖານສູງກວ່າເກົ່າ. ເພີ່ມທະວີການຮ່ວມມືດ້ານອຸດສາຫະກຳທີ່ຈະເລີນໃໝ່, ສົ່ງເສີມໃຫ້ການຮ່ວມມືສອງຝ່າຍຍົກລະດັບໃຫ້ສູງຂຶ້ນໂດຍກ້າວໄປສູ່ທິດທາງທີ່ມີການປະດິດສ້າງໃໝ່, ອັດສະລິຍະ ດີຈີຕອນ ແລະ ສີຂຽວ. ຈີນຍິນດີເພີ່ມການນຳເຂົ້າຜະລິດຕະພັນທີ່ມີເອກະລັກ ແລະ ຄຸນນະພາບສູງຈາກມາເລເຊຍ, ເພີ່ມທະວີການຮ່ວມມືໃນຂົງເຂດກະສິກຳ, ແບ່ງປັນບົດຮຽນດ້ານການຫຼຸດຜ່ອນຄວາມທຸກຍາກ. ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈກັນຖານໄມຕີຈິດມິດຕະພາບ, ຕັ້ງໜ້າດຳເນີນການຮ່ວມມືໃນຂົງເຂດການສຶກສາ, ວັດທະນະທຳ, ການທ່ອງທ່ຽວ, ສື່ມວນຊົນ, ຄັງປັນຍາ ແລະອື່ນໆ. ຈີນຍິນດີຮ່ວມກັບປະເທດໃນອາຊຽນ ເຊິ່ງລວມທັງມາເລເຊຍເລັ່ງລັດຊຸກຍູ້ການເຈລະຈາກ່ຽວກັບ “ຫຼັກການແຫ່ງການປະພຶດຢູ່ທະເລຈີນໃຕ້”, ຮ່ວມກັນປົກປັກຮັກສາສັນຕິພາບ ແລະ ສະຖຽນລະພາບຢູ່ທະເລຈີນໃຕ້.


ທ່ານອານວາກ່າວວ່າ, ມາເລເຊຍປະຕິບັດຕາມນະໂຍບາຍປະເທດຈີນດຽວຢ່າງເດັດດ່ຽວໜຽວແໜ້ນ, ເຫັນວ່າບັນຫາກ່ຽວກັບຊິ່ນຈ່ຽງແມ່ນວຽກງານພາຍໃນຂອງຈີນ. ມາເລເຊຍສະໜັບສະໜູນຂໍ້ລິເລີ່ມການພັດທະນາຂອງໂລກ, ຂໍ້ລິເລີ່ມຄວາມໝັ້ນຄົງຂອງໂລກ ແລະ ຂໍ້ລິເລີ່ມອະລິຍະທຳຂອງໂລກທີ່ສະເໜີໂດຍຝ່າຍຈີນ, ຍິນດີຮ່ວມກັບຝ່າຍຈີນລົງເລິກການຮ່ວມມືໃນການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ”, ຊຸກຍູ້ການຮ່ວມມືໃນຂົງເຂດລົດຍົນ, ພະລັງງານ, ການທ່ອງທ່ຽວ, ວັດທະນະທຳ, ກະສິກຳ, ເສດຖະກິດດີຈີຕອນ ແລະອື່ນໆ, ຊຸກຍູ້ການໄປມາຫາສູ່ກັນລະຫວ່າງບຸກຄະລາກອນສອງຝ່າຍ, ຖອດຖອນບົດຮຽນທີ່ສຳເລັດຜົນຂອງຝ່າຍຈີນໃນການຫຼຸດຜ່ອນຄວາມທຸກຍາກ ແລະ ດ້ານອື່ນໆ, ຊຸກຍູ້ສາຍພົວພັນມາເລເຊຍກັບຈີນຂະຫຍາຍຕົວກ້າວໄປໜ້າຕື່ມອີກ. ປະເທດອາຊຽນຍິນດີຮ່ວມກັບຈີນລົງເລິກການສົນທະນາ ແລະ ການຮ່ວມມືກັນ, ຮ່ວມກັນປົກປັກຮັກສາສັນຕິພາບ ແລະ ສະຖຽນລະພາບຢູ່ທະເລຈີນໃຕ້.