ຈີນ-ສິງກະໂປປະກາດສໍາເລັດການເຈລະຈາພາຍຫຼັງກ່ຽວກັບການຍົກລະດັບສັນຍາການຄ້າເສລີໃນດ້ານທາດແທ້

2023-04-02 13:59:48 CRI

 

   ວັນທີ 1 ເມສານີ້, ຈີນ-ສິງກະໂປໄດ້ຮ່ວມກັນລົງນາມໃນ “ບົດບັນທຶກຄວາມເຂົ້າໃຈວ່າດ້ວຍການປະກາດສໍາເລັດການເຈລະຈາພາຍຫຼັງກ່ຽວກັບການຍົກລະດັບສັນຍາການຄ້າເສລີຈີນ-ສິງກະໂປໃນດ້ານທາດແທ້ລະຫວ່າງກະຊວງການຄ້າ ສປ ຈີນແລະກະຊວງອຸດສາຫະກໍາ-ການຄ້າສິງກະໂປ”, ໂດຍໄດ້ຢືນຢັນວ່າສອງຝ່າຍໄດ້ສໍາເລັດການເຈລະຈາພາຍຫຼັງກ່ຽວກັບການຍົກລະດັບສັນຍາການຄ້າເສລີລະຫວ່າງສອງປະເທດໃນດ້ານທາດແທ້.


   ບົນພື້ນຖານການຍົກລະດັບສັນຍາການຄ້າເສລີສະບັບເດີມແລ້ວ, ສອງຝ່າຍຈະຍົກລະດັບການຄ້າການບໍລິການກໍຄືການໃຫ້ຄໍາໝັ້ນສັນຍາໃນການເປີດປະຕູຕໍ່ການລົງທຶນຕື່ມອີກ, ໂດຍໄດ້ເພີ່ມມາດຕາວ່າດ້ວຍໂທລະຄົມມະນາຄົມ, ພ້ອມທັງໄດ້ຈັດຫຼັກການເສດຖະກິດ-ການຄ້າລະດັບສູງເປັນຕົ້ນແມ່ນ ການປະຕິບັດຕໍ່ພົນລະເມືອງ,  ການອະນຸມັດເຂົ້າເຖິງຕະຫຼາດ, ຄວາມໂປ່ງໃສ, ເສດຖະກິດດີຈີຕອນແລະອື່ນໆເຂົ້າໃນສັນຍາ. ສອງຝ່າຍໄດ້ຮ່ວມກັນຢືນຢັນວ່າຈະບໍ່ຍົກເລີກມາດຕະການເປີດປະຕູໃນຂົງເຂດການຄ້າການບໍລິການແລະການລົງທຶນ, ພ້ອມທັງໃຫ້ຄໍາໝັ້ນສັນຍາວ່າຈະ “ຂະຫຍາຍການເປີດປະຕູໃຫ້ນັບມື້ນັບກວ້າງຂຶ້ນ” ດ້ວຍຮູບແບບສັນຍາ. ສັນຍາການຄ້າເສລີລະຫວ່າງຈີນ-ສິງກະໂປເປັນມາດຕະການສໍາຄັນກໍຄືການກະທໍາຕົວຈິງຂອງຈີນໃນການເຊື່ອມໂຍງກັບຫຼັກການເສດຖະກິດ-ການຄ້າສາກົນທີ່ມີມາດຕະຖານສູງກໍຄືການຂະຫຍາຍການເປີດປະຕູຕໍ່ພາຍນອກ, ໂດຍຈະຊຸກຍູ້ການຮ່ວມມືໃນຂົງເຂດເສດຖະກິດ-ການຄ້າລະຫວ່າງຈີນ-ສິງກະໂປໃຫ້ກ້າວຂຶ້ນສູ່ລະດັບໃໝ່ຢ່າງແຂງແຮງ.


   ປີ 2008, ຈີນ-ສິງກະໂປໄດ້ຮ່ວມກັນລົງນາມໃນສັນຍາການຄ້າເສລີ. ມາຮອດປີ 2018, ສອງຝ່າຍໄດ້ລົງນາມໃນສັນຍາວ່າດ້ວຍການຍົກລະດັບເຂດການຄ້າເສລີ ເພື່ອຍົກລະດັບຫຼັກການໃນຂົງເຂດເຊັ່ນ ການອໍານວຍຄວາມສະດວກທາງດ້ານການຄ້າ, ກົດລະບຽບແຫຼ່ງຜະລິດ, ການຮ່ວມມືທາງດ້ານເສດຖະກິດ-ເຕັກນິກ, ເອເລັກໂຕຣນິກແລະອື່ນໆ. ຂະນະທີ່ມາຮອດເດືອນທັນວາປີ 2020, ສອງຝ່າຍໄດ້ຍົກລະດັບສັນຍາສະບັບດັ່ງກ່າວຕື່ມອີກ ໂດຍໄດ້ດໍາເນີນການເຈລະຈາພາຍຫຼັງ, ເພື່ອຊຸກຍູ້ການຄ້າການບໍລິການກໍຄືການລົງທຶນລະຫວ່າງສອງຝ່າຍໃຫ້ມີຄວາມເສລີຕື່ມອີກໂດຍອີງໃສ່ຮູບການບັນຊີທາງລົບ.