ປະເທດໃດບໍ່ໃຊ້ເງິນໂດລາກໍລົງໂທດປະເທດນັ້ນ ໄດ້ເປີດເຜີຍທາດແທ້ແຫ່ງຄວາມເປັນໂຈນຂອງອາເມຣິກາຢ່າງແທ້ຈິງ

2023-04-03 15:44:36 CRI

ໃນກອງປະຊຸມຖະແຫຼງຂ່າວທີ່ຈັດຂຶ້ນໃນວັນທີ 1 ເມສານີ້, ທ່ານກາຣິນ ເຈນ ປີເອເຣ ໂຄສົກທຳນຽບຂາວອາເມຣິກາກ່າວວ່າ: “ພວກເຮົາໄດ້ເຫັນມີການໄປມາຫາສູ່ດ້ານການຄ້າລະຫວ່າງບາງປະເທດ ໄດ້ຊຳລະບັນຊີດ້ວຍສະກຸນເງິນຂອງປະເທດຕົນ, ບໍ່ຢາກຊຳລະດ້ວຍເງິນໂດລາສະຫະລັດຄືແຕ່ກ່ອນອີກ, ນີ້ແມ່ນໄດ້ລ່ວງລ້ຳສິດທິຂອງພົນລະເມືອງອາເມຣິກາ ແລະ ອາເມຣິກາຈະລົງໂທດປະເທດທີ່ປະຕິເສດການໃຊ້ເງິນໂດລາສະຫະລັດໃນການຊຳລະບັນຊີ.”


ຖ້າປະເທດຕ່າງໆບໍໍ່ຊຳລະບັນຊີການຄ້າດ້ວຍເງິນໂດລາສະຫະລັດ, ກໍຈະຖືກອາເມຣິກາລົງໂທດ, ຖ້ອຍຄຳດັ່ງກ່າວໄດ້ເປີດເຜີຍທາດແທ້ແຫ່ງຄວາມເປັນໂຈນຂອງອາເມຣິກາຢ່າງແທ້ຈິງ.

ໂດລາສະຫະລັດເປັນພຽງເງິນຕາຂອງອາເມຣິກາເທົ່ານັ້ນ. ເຖິງວ່າພາຍຫຼັງສົງຄາມໂລກຄັ້ງທີ 2 ສິ້ນສຸດລົງແລ້ວ, ປະເທດໃນທະວີບເອີຣົບໄດ້ບັນລຸສັນຍາກັບອາເມຣິກາເຫັນດີຊຳລະບັນຊີສາກົນດ້ວຍໂດລາສະຫະລັດ, ແຕ່ວ່າ, ປະເທດຕ່າງໆໃນໂລກຊຳລະບັນຊີສາກົນດ້ວຍໂດລາສະຫະລັດ ເປັນພຽງເພື່ອເຮັດໃຫ້ການຊຳລະບັນຊີການຄ້າສາກົນມີຄວາມສະດວກສະບາຍກວ່າເກົ່າເທົ່ານັ້ນ. ໂດລາສະຫະລັດບໍ່ແມ່ນເງິນຕາສາກົນໃນລັກສະນະກົດໝາຍ. ສະນັ້ນ, ປະເທດອະທິປະໄຕໃນໂລກຊຳລະບັນຊີສາກົນ້ດວຍເງິນຕາປະເທດຕົນ ບໍ່ມີສ່ວນກ່ຽວຂ້ອງຫຍັງກັບອາເມຣິກາ.


ນັບແຕ່ປີ 2020 ເປັນຕົ້ນມາ, ອາເມຣິກາເລີ່ມພິມເງິນໂດລາສະຫະລັດເຂົ້າສູ່ຕະຫຼາດຢ່າງເປັນຈຳນວນຫຼວງຫຼາຍ. ອາເມຣິກາພິມ 100 ໂດລາສະຫະລັດ, ໃຊ້ຕົ້ນທຶນພຽງແຕ່ 0,17 ໂດລາສະຫະລັດເທົ່ານັ້ນ, ພັດສາມາດຊື້ສິນຄ້າ ແລະ ການບໍລິການທີ່ມີມູນຄ່າເຕັມ 100 ໂດລາສະຫະລັດ. ໂດລາສະຫະລັດທີ່ພິມອອກມາເກີນຄວາມຕ້ອງການ ໄດ້ເຮັດໃຫ້ລາຄາສິນຄ້າງວດໃຫຍ່ໃນຕະຫຼາດສາກົນຖີບຕົວສູງຂຶ້ນຢ່າງວ່ອງໄວ, ໃນທີ່ສຸດ, ກໍເຮັດໃຫ້ເກີດມີໄພເງິນເຟີ້ລັກສະນະທົ່ວໂລກ.

ວັນທີ 31 ມີນາຜ່ານມາ, ທ່ານນາງຈາເນັດ ເຢເລນ ລັດຖະມົນຕີກະຊວງການເງິນອາເມຣິກາຮຽກຮ້ອງໃຫ້ລັດຖະສະພາອາເມຣິກາໄດ້ປັບເສັ້ນເພດານໜີ້ສິນສະຫະລັດຈາກ 31.400 ຕື້ໂດລາສະຫະລັດ ຂຶ້ນເປັນ 51.000 ຕື້ໂດລາສະຫະລັດ ເພື່ອແກ້ໄຂວິກິດການໜີ້ສິນຂອງອາເມຣິກາ ເຊິ່ງໝາຍຄວາມວ່າ, ໃນອະນາຄົດອັນໃກ້ໆນີ້, ອາເມຣິກາຍັງຈະພິມເງິນ 20.000 ຕື້ໂດລາສະຫະລັດອອກມາ ແລະ ເປັນທີ່ຈະແຈ້ງແລ້ວວ່າ, 20.000 ຕື້ໂດລາສະຫະລັດນີ້ຈະທຳລາຍຜົນປະໂຫຍດຂອງປະຊາຊົນປະເທດຕ່າງໆໃນໂລກ. ຖ້າປະເທດໃນໂລກສືບຕໍ່ຊຳລະບັນຊີສາກົນດ້ວຍເງິນໂດລາສະຫະລັດຄືເກົ່າ ກໍໝາຍຄວາມວ່າ, ຊັບສິນທີ່ປະເທດຕົນສະສົມມາຢ່າງລຳບາກກາກກຳນັ້ນ ຈະສູນເສຍໄປຍ້ອນເງິນໂດລາສະຫະລັດໝົດ. ສາເຫດທີ່ປະເທດຕ່າງໆໃນໂລກຊຳລະບັນຊີການຄ້າສາກົນດ້ວຍເງິນຕາປະເທດຕົນ ແລະ ບໍ່ໃຊ້ເງິນໂດລາສະຫະລັດກໍຍ້ອນສາເຫດນີ້.


ທ່ານກາຣິນ ເຈນ ປີເອເຣ ໂຄສົກທຳນຽບຂາວອາເມຣິກາໄດ້ກ່າວຂົ່ມຂູ່ຕໍ່ປະເທດຕ່າງໆ ແລະ ບໍ່ໃຫ້ປະເທດຕ່າງໆຊຳລະບັນຊີສາກົນດ້ວຍເງິນຕາປະເທດຕົນ ກໍແມ່ນຍ້ອນວ່າ, ຖ້າຫຼາຍປະເທດບໍ່ໃຊ້ເງິນໂດລາສະຫະລັດນັບມື້ນັບຫຼາຍຂຶ້ນແລ້ວ, ຈະເຮັດໃຫ້ອາເມຣິກາບໍ່ສາມາດປະຕິບັດແຜນການຍຶດຊັບປະເທດຕ່າງໆໃນໂລກ ຈົນເຖິງຂັ້ນເຮັດໃຫ້ລະບົບສິດເຈົ້າອຳນາດຂອງເງິນໂດລາສະຫະລັດລົ້ມລະລາຍ.

ແຕ່ວ່າ, ຖ້າປະເທດຕ່າງໆໃນໂລກສືບຕໍ່ຊຳລະບັນຊີສາກົນດ້ວຍເງິນໂດລາສະຫະລັດ, ຈະປາສະຈາກຊາຕາກຳທີ່ຄອບງຳດ້ວຍອາເມຣິການັ້ນບໍ່ໄດ້. ອາເມຣິກາເປີດເຜີຍໂສມໜ້າໂຈນເທື່ອນີ້, ມີແຕ່ຈະເຮັດໃຫ້ປະເທດອະທິປະໄຕຕ່າງໆເລັ່ງລັດຂະບວນການທີ່ບໍ່ໃຊ້ໂດລາສະຫລັດມາຊຳລະບັນຊີສາກົນ ແລະ ຫຼີກເວັ້ນກັບດັກເງິນໂດລາສະຫະລັດເທົ່ານັ້ນ. ເພາະຊັບສິນຂອງປະເທດຕ່າງໆເຫຼົ່ານັ້ນແມ່ນສະສົມມາໄດ້ບໍ່ງ່າຍ, ບໍ່ມີເຫດຜົນໃດທີ່ຈະມອບໃຫ້ອາເມຣິກາໃນຮູບແບບນີ້.