ໄຕມາດທໍາອິດປີນີ້, ການຂົນສົ່ງສິນຄ້າດ້ວຍຕູ້ຄອນເທັນເນີຢູ່ຕາມຊ່ອງທາງໃໝ່ທາງບົກແລະທາງທະເລພາກຕາເວັນຕົກຂອງຈີນເພີ່ມຂຶ້ນ 11,7% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ

2023-04-03 11:49:47 CRI

 

   ອີງຕາມແຫຼ່ງຂ່າວຈາກກຸ່ມບໍລິສັດທາງລົດໄຟຈີນສາຂາໜານໜີງແຈ້ງໃຫ້ຮູ້ວ່າ: ນັບແຕ່ເດືອນມັງກອນເຖິງເດືອນມີນາປີ 2023, ການຂົນສົ່ງສິນຄ້າດ້ວຍຕູ້ຄອນເທັນເນີຢູ່ຕາມຊ່ອງທາງໃໝ່ທາງບົກແລະທາງທະເລພາກຕາເວັນຕົກຂອງຈີນບັນລຸເຖິງ 191.000 ຕູ້ມາດຕະຖານ, ເພີ່ມຂຶ້ນ 11,7% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ.


   ເລີ່ມແຕ່ຕົ້ນປີນີ້ມາ, ຂະບວນລົດໄຟຢູ່ຕາມຊ່ອງທາງໃໝ່ທາງບົກແລະທາງທະເລພາກຕາເວັນຕົກຂອງຈີນໄດ້ຮັບການເລັ່ງລັດພັດທະນາ ໂດຍມີເສັ້ນທາງລົດໄຟນັບມື້ນັບເພີ່ມຂຶ້ນ, ເຮັດໃຫ້ການຈໍລະຈອນສິນຄ້າລະຫວ່າງພາກເໜືອແລະພາກໃຕ້ມີຄວາມສະດວກວ່ອງໄວ.



   ນັບມາຮອດປັດຈຸບັນ, ຂະບວນລົດໄຟຢູ່ຕາມຊ່ອງທາງໃໝ່ທາງບົກແລະທາງທະເລພາກຕາເວັນຕົກຂອງຈີນໄດ້ມີຂອບເຂດການບໍລິການກວມເຖິງ 60 ນະຄອນໃນ 17 ແຂວງຂອງຈີນ, ສາມາດໄປເຖິງທ່າກໍາປັ່ນ 393 ແຫ່ງໃນ 119 ປະເທດແລະເຂດແຄວ້ນ, ທ່າກໍາປັ່ນເພີ່ມຂຶ້ນ 82 ແຫ່ງໃນ 13 ປະເທດແລະເຂດແຄວ້ນ ເມື່ອທຽບໃສ່ກ່ອນສັນຍາການພົວພັນຄູ່ຮ່ວມເສດຖະກິດຮອບດ້ານຂອງພາກພື້ນ ຫຼື RCEP ມີຜົນບັງຄັບໃຊ້ໃນປີ 2021. ຄຽງຄູ່ກັບຊ່ອງທາງໃໝ່ທາງບົກແລະທາງທະເລພາກຕາເວັນຕົກຂອງຈີນມີຄູ່ການຄ້ານັບມື້ນັບຫຼາຍຂຶ້ນ, ເຮັດໃຫ້ສິນຄ້າຕ່າງໆສາມາດຂົນສົ່ງໄປເຖິງບ່ອນຕ່າງໆທັງພາຍໃນປະເທດກໍຄືທົ່ວໂລກດ້ວຍລົດໄຟ ແລະ ກໍາປັ່ນ, ໂດຍໄດ້ບັນລຸການພັດທະນາຢ່າງພ້ອມພຽງກັນລະຫວ່າງການຄ້າພາຍໃນແລະການຄ້າຕ່າງປະເທດ, ໄດ້ປະກອບສ່ວນຢ່າງຕັ້ງໜ້າກວ່າເກົ່າເຂົ້າໃນການສືບຕໍ່ຊຸກຍູ້ການເຊື່ອມໂຍງເຂົ້າກັນລະຫວ່າງການຈໍລະຈອນສິນຄ້າ ທຸລະກິດການຄ້າກັບອຸດສາຫະກໍາຢ່າງເລິກເຊິ່ງ, ກໍຄືການຊຸກຍູ້ການເປີດປະຕູສູ່ພາຍນອກໃນລະດັບສູງແລະການສ້າງສະພາບການພັດທະນາແບບໃໝ່ຂອງຈີນ.