ການພັດທະນາແບບສີຂຽວເປັນຍຸດທະສາດອັນສໍາຄັນແຫ່ງການພັດທະນາຂອງຈີນ

2023-04-05 16:44:42 CRI

 

    ຕັ້ງແຕ່ໃດມາ, ຄົນຈີນແມ່ນມີມູນເຊື້ອການປູກຕົ້ນໄມ້ໃນໄລຍະບຸນຊິງໝິງ (ບຸນອານະໄມສຸສານຂອງຈີນ). ກ່ອນບຸນຊິງໝິງປີນີ້ຄືວັນທີ 4 ເມສານີ້, ນະຄອນຫຼວງປັກກິ່ງໄດ້ມີຝົນຝອຍຕົກໃນລະດູໃບໄມ້ປົ່ງ. ຢູ່ສວນສາທາລະນະໃຈກາງຕົ່ງປ້າເຂດສາວຢາງ ນະຄອນຫຼວງປັກກິ່ງ, ທ່ານ ສີຈິ້ນຜິງ ການນໍາສູງສຸດຂອງຈີນໄດ້ນຸ່ງເສື້ອກັນຝົນປູກຕົ້ນໄມ້ຕາມພັນທະຮ່ວມກັບປະຊາຊົນ. ນີ້ແມ່ນທ່ານ ສີຈິ້ນຜິງ ເຂົ້າຮ່ວມກິດຈະກໍາປູກຕົ້ນໄມ້ຕາມພັນທະເປັນຄັ້ງທີ 11 ນັບແຕ່ທ່ານດໍາລົງຕໍາແໜ່ງເປັນເລຂາທິການໃຫຍ່ຄະນະກໍາມະການສູນກາງພັກຄອມມູນິດຈີນເປັນຕົ້ນມາ, ທັງເປັນການປູກຕົ້ນໄມ້ຄັ້ງທີ 16 ນັບແຕ່ທ່ານເຮັດວຽກຢູ່ສູນກາງພັກຄອມມູນິດຈີນເປັນຕົ້ນມາ.


    ໃນເວລາປູກຕົ້ນໄມ້ຂອງປີນີ້, ທ່ານ ສີຈິ້ນຜິງ ໄດ້ຊີ້ອອກອີກຄັ້ງໜຶ່ງວ່າ: ການປູກຕົ້ນໄມ້ສ້າງປ່າເປັນສິ່ງທີ່ມີຄວາມໝາຍທີ່ສຸດ, ເປັນພາລະກິດອັນສູງສົ່ງທີ່ສ້າງຜົນງານໃນຍຸກປັດຈຸບັນແລະມີຜົນປະໂຫຍດຕໍ່ຫຼາຍເຊັ່ນຄົນ, ເຊິ່ງຕ້ອງໄດ້ປະຕິບັດຢ່າງສະເໝີຕົ້ນສະເໝີປາຍແລະສືບຕໍ່ປະຕິບັດໄປເລື້ອຍໆ.



    ນັບແຕ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 18 ຂອງພັກຄອມມູນິດຈີນເປັນຕົ້ນມາ, ຈີນໄດ້ປູກປ່າທັງໝົດ 68 ລ້ານເຮັກຕາ, ເນື້ອທີ່ປົກຫຸ້ມດ້ວຍປ່າໄມ້ໄດ້ເພີ່ມຂຶ້ນຮອດລະດັບ 24,02% ໃນປັດຈຸບັນຈາກລະດັບ 21,63% ໃນເມື່ອ 10 ປີກ່ອນ. ການປູກປ່າຂອງຈີນມີຂະໜາດໃຫຍ່ເປັນອັນດັບ 1 ຂອງໂລກ, ຂະນະທີ່ຈີນພວມສືບຕໍ່ປູກປ່າໄປເລື້ອຍໆ ເພື່ອປະກອບສ່ວນເຂົ້າໃນການສ້າງໜ່ວຍໂລກໃຫ້ກາຍເປັນສີຂຽວກໍຄືການປັບປຸງການປ່ຽນແປງຂອງດິນຟ້າອາກາດໂລກໃຫ້ດີຂຶ້ນນໍາອີກ.


    ຢູ່ສະຖານທີ່ປູກຕົ້ນໄມ, ທ່ານ ສີຈິ້ນຜິງ ກ່າວເນັ້ນໜັກວ່າ: ໃນປັດຈຸບັນກໍຄືໄລຍະຕໍ່ໜ້າ, ການພັດທະນາແບບສີຂຽວເປັນຍຸດທະສາດອັນສໍາຄັນແຫ່ງການພັດທະນາຂອງຈີນ, ການຊຸກຍູ້ຍຸດທະສາດດັ່ງກ່າວນີ້, ຕ້ອງໄດ້ອາໄສພະລັງແຮງອັນມະຫາສານຂອງປະຊາຊົນໜຶ່ງຕື້ກວ່າຄົນ.


    ຄືດັ່ງທ່ານ ສີຈິ້ນຜິງ ກ່າວນັ້ນວ່າ: “ພວກເຮົາທຸກໆຄົນລ້ວນແຕ່ເປັນຜູ້ຊົ້ນຄວາມຮົ່ມເຢັນ, ຍິ່ງຕ້ອງເປັນຄົນປູກຕົ້ນໄມ້ນໍາອີກ”. ໃນຮອບ 10 ປີຜ່ານມາ, ທ່ານ ສີຈິ້ນຜິງ ໄດ້ກ່າວເນັ້ນໜັກເປັນເວລາຫຼາຍຄັ້ງຢູ່ສະຖານທີ່ປູກຕົ້ນໄມ້ຕ່າງໆວ່າ: ຕ້ອງປະດິດສ້າງຮູບແບບກິດຈະກໍາ, ນໍາພາປະຊາຊົນອັນມະຫາສານເຂົ້າຮ່ວມການປູກຕົ້ນໄມ້ຕາມພັນທະຢ່າງຫ້າວຫັນ, ຍົກສູງອັດຕາການມີສ່ວນຮ່ວມເຂົ້າໃນການປູກຕົ້ນໄມ້ຕາມພັນທະ.


    ຕາມຂ່າວແຈ້ງວ່າໃຫ້ຮູ້: ນັບແຕ່ດໍາເນີນກິດຈະກໍາປູກຕົ້ນໄມ້ຕາມພັນທະເປັນຕົ້ນມາ, ນະຄອນຫຼວງປັກກິ່ງໄດ້ມີປະຊາຊົນຫຼາຍກວ່າ 100 ລ້ານເທື່ອຄົນເຂົ້າຮ່ວມກິດຈະກໍາປູກຕົ້ນໄມ້ຕາມພັນທະໂດຍຜ່ານຮູບແບບຕ່າງໆ, ໂດຍໄດ້ປູກຕົ້ນໄມ້ຈໍານວນ 220 ລ້ານຕົ້ນ.