ທ່ານສິນກ່າງຕ້ອນຮັບຜູ້ປະສານງານການຮ່ວມມືກັບຈີນ ທັງເປັນລັດຖະມົນຕີກະຊວງປະສານງານກິດຈະການທາງທະເລແລະການລົງທຶນອິນໂດເນເຊຍ

2023-04-06 17:25:42 cri


ວັນທີ 5 ເມສານີ້, ຢູ່ນະຄອນຫຼວງປັກກິ່ງ, ທ່ານສິນກ່າງ ທີ່ເປິກສາແຫ່ງລັດ ທັງເປັນລັດຖະມົນຕີກະຊວງການຕ່າງປະເທດຈີນໄດ້ຕ້ອນຮັບທ່ານລູຮຸດ ບິນຊາ ປັນໄຈຕັນ ຜູ້ປະສານງານການຮ່ວມມືກັບຈີນ ທັງເປັນລັດຖະມົນຕີກະຊວງປະສານງານກິດຈະການທາງທະເລແລະການລົງທຶນອິນໂດເນເຊຍ.


ທ່ານສິນກ່າງກ່າວວ່າ: ປີນີ້ແມ່ນຈີນແລະອິນໂດເນເຊຍສ້າງສາຍພົວພັນຄູ່ຮ່ວມຍຸດທະສາດຮອບດ້ານຄົບຮອບ 10 ປີ, ທັງເປັນປີທຳອິດທີ່ຮ່ວມກັນສ້າງຄູ່ຮ່ວມຊາຕາກຳຈີນ-ອິນໂດເນເຊຍ, ການພົວພັນຂອງສອງປະເທດພວມຢືນຢູ່ຈຸດເລີ່ມຕົ້ນໃໝ່ທາງປະຫວັດ ສາດ. ຝ່າຍຈີນຍິນດີຮ່ວມກັບຝ່າຍອິນໂດເນເຊຍ, ປະຕິບັດຕາມການຊີ້ນຳທາງຍຸດທະສາດຂອງປະມຸກລັດສອງປະເທດ, ເພີ່ມຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນແລະກັນທາງຍຸດທະສາດຕື່ມອີກ, ເພີ່ມທະວີການຮ່ວມມືທີ່ຕິດແທດຕົວຈິງ, ຮ່ວມກັນກ້າວໄປສູ່ຄວາມທັນສະໄໝ, ຮ່ວມກັນຊຸກຍູ້ການພັດທະນາ ແລະ ຄວາມຈະເລີນຮຸ່ງເຮືອງຂອງພາກພື້ນ.


ທ່ານລູຮຸດກ່າວວ່າ: ອິນໂດເນເຊຍແລະຈີນຕ່າງເຄົາລົບເຊິ່ງກັນແລະກັນ, ໄວ້ເນື້ອເຊື່ອໃຈກັນໃນລະດັບສູງ, ການຮ່ວມມືຂອງສອງຝ່າຍມີຜົນສຳເລັດທີ່ອຸດົມສົມບູນແລະຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ. ອິນໂດເນເຊຍຍິນດີຮ່ວມກັບຝ່າຍຈີນສືບຕໍ່ຊຸກຍູ້ໂຄງການທາງລົດໄຟຄວາມໄວສູງຈາກາກຕາ-ບັນດຸງແລະໂຄງການສຳຄັນອື່ນໆ,ລົງເລິກການຮ່ວມມືໃນຂົງເຂດຕ່າງໆ,ເປັນຕົ້ນແມ່ນວິທະຍາ ສາດເຕັກໂນໂລຊີ, ທະເລ, ການປະມົງ, ສາທາລະນະສຸກການປິ່ນປົວແລະອື່ນໆ,ສ້າງຄູ່ຮ່ວມຊາຕາກຳອິນໂດເນເຊຍ-ຈີນ. ສອງຝ່າຍຕ້ອງເພີ່ມທະວີການສົນທະນາແລະການປະສານງານ, ຮ່ວມກັນຊຸກຍູ້ສັນຕິພາບແລະສະຖຽນລະພາບຂອງພາກພື້ນ. ອິນໂດ ເນເຊຍຫວັງຮ່ວມກັບຝ່າຍຈີນ, ຍຶດໝັ້ນຈິດໃຈບັນດຸງ, ຮ່ວມກັນຊຸກຍູ້ການຮ່ວມມືລະຫວ່າງປະເທດພວມພັດທະນາຫຼືການຮ່ວມມືໃຕ້ໆ, ປົກປັກຮັກສາຜົນປະໂຫຍດຮ່ວມຂອງປະເທດພວມພັດທະນາ.