ເປັນຫຍັງພັກຄອມມູນິດຈີນຈຶ່ງດຳເນີນການສຶກສາອົບຮົມຫົວຂໍ້ສະເພາະໃນທົ່ວພັກ?

2023-04-06 13:51:18 CRI


ຫວ່າງມໍ່ໆມານີ້, ກົມການເມືອງສູນກາງພັກຄອມມູນິດຈີນໄດ້ຈັດກອງປະຊຸມ, ໂດຍຕົກລົງວ່າ ເລີ່ມແຕ່ເດືອນເມສາ ປີ 2023 ນີ້ເປັນຕົ້ນໄປ, ຈະຈັດການສຶກສາອົບຮົມໃນຫົວຂໍ້ສະເພາະກ່ຽວກັບການເຊື່ອມຊຶມ ແລະ ຜັນຂະຫຍາຍແນວຄິດສີຈິ້ນຜິງກ່ຽວກັບສັງຄົມນິຍົມທີ່ມີສີສັນພິເສດຂອງຈີນໃນຍຸກໃໝ່ໃຫ້ພະນັກງານ-ສະມາຊິກພັກ 96 ລ້ານກວ່າຄົນໃນທົ່ວພັກ. ການສຶກສາອົບຮົມໃນຫົວຂໍ້ສະເພາະແມ່ນຫຍັງ? ເປັນຫຍັງພັກຄອມມູນິດຈີນຈຶ່ງດຳເນີນການສຶກສາອົບຮົມ ຫົວຂໍ້ສະເພາະໃນທົ່ວພັກ? ການສຶກສາອົບຮົມຫົວຂໍ້ສະເພາະມີບົດບາດຄືແນວໃດ? ພວກເຮົາມາຮັບຮູ້ນຳກັນເລີຍ.

 

ການສຶກສາອົບຮົມຫົວຂໍ້ສະເພາະຂອງພັກຄອມມູນິດຈີນແມ່ນຫຍັງ?

ການສຶກສາອົບຮົມຫົວຂໍ້ສະເພາະຂອງພັກຄອມມູນິດຈີນແມ່ນໝາຍເຖິງການສຶກສາອົບຮົມແບບລວມສູນທີ່ມີຮູບແບບ ແລະ ເນື້ອໃນຕ່າງໆໂດຍດຳເນີນໄປໃນທົ່ວພັກ. ໃນໄລຍະຕ່າງໆນັບຕັ້ງແຕ່ພັກຄອມມູນິດຈີນສ້າງຕັ້ງຂຶ້ນມາເປັນເວລາຮ້ອຍປີ, ອີງຕາມຄວາມຕ້ອງການຕົວຈິງ, ພັກຄອມມູນິດຈີນໄດ້ດຳເນີນການສຶກສາອົບຮົມແບບລວມສູນພາຍໃນພັກທີ່ມີເນື້ອໃນອັນອຸດົມສົມບູນ. ນັບແຕ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 18 ຂອງພັກເມື່ອປີ 2012 ເປັນຕົ້ນມາ, ພັກຄອມມູນິດຈີນໄດ້ວາງແຜນ ແລະ ສຳເລັດການສຶກສາອົບຮົມແບບລວມສູນ 5 ຄັ້ງແລ້ວ, ເຊິ່ງມີຫົວຂໍ້ສະເພາະ,ຄື:ແນວທາງມະຫາຊົນ, ແບບແຜນຂອງພະນັກງານ-ສະມາຊິກພັກ, ການຮ່ຳຮຽນປະຫວັດສາດຂອງພັກ ແລະອື່ນໆ. ນັກວິຊາການທີ່ຄົ້ນຄວ້າກ່ຽວກັບພັກຄອມມູນິດຈີນເຫັນວ່າ, ພັກຄອມມູນິດຈີນທີ່ນຳພາປະເທດຈີນສ້າງສິ່ງມະຫັດສະຈັນໃນດ້ານການພັດທະນາ ແລະ ຄວາມໝັ້ນຄົງນັ້ນ, ເຄັດລັບອັນໜຶ່ງກໍແມ່ນການຊ່າງສຶກສາຮ່ຳຮຽນ, ການດຳເນີນວຽກງານສຶກສາອົບຮົມ ຫົວຂໍ້ສະເພາະກໍແມ່ນວິທີການໜຶ່ງທີ່ມີປະສິດທິຜົນໃນການຍົກລະດັບຄຸນສົມບັດ ແລະ ຄວາມສາມາດຂອງພະນັກງານ-ສະມາຊິກພັກ.

 

ເປັນຫຍັງປີນີ້ພັກຄອມມູນິດຈີນຈຶ່ງຈັດການສຶກສາອົບຮົມໃນຫົວຂໍ້ສະເພາະອີກຄັ້ງໜຶ່ງ?

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 20 ຂອງພັກຄອມມູນິດຈີນທີ່ຈັດຂຶ້ນໃນເດືອນຕຸລາປີ 2022 ໄດ້ວາງແຜນແມ່ບົດແຫ່ງການພັດທະນາໃນ 5 ປີຕໍ່ໜ້າ ກໍຄືໄລຍະຍາວກວ່ານີ້ອີກ, ໃນນັ້ນແນວຄິດສີຈິ້ນຜິງກ່ຽວກັບສັງຄົມນິຍົມທີ່ມີສີສັນພິເສດຂອງຈີນໃນຍຸກໃໝ່ໄດ້ຖືກບັນທຶກເຂົ້າໃນ “ກົດລະບຽບຂອງພັກຄອມມູນິດຈີນ”, ກາຍເປັນທິດຊີ້ນຳການເຄື່ອນໄຫວຂອງພັກຄອມມູນິດຈີນ. ຄະນະນຳຊຸດໃໝ່ທີ່ມີທ່ານສີຈິ້ນຜິງເປັນແກນນຳ, ໄດ້ຖືເອົາ “ການສ້າງສາປະເທດໃຫ້ເຂັ້ມແຂງ, ຟື້ນຟູຄວາມຈະເລີນຮຸ່ງເຮືອງຂອງປະຊາຊາດຈີນ” ເປັນເປົ້າໝາຍຍຸດທະສາດໃນການພັດທະນາເສດຖະກິດສັງຄົມຂອງຈີນໃນອະນາຄົດ. ການຈັດຕັ້ງສຶກສາອົບຮົມ ຫົວຂໍ້ສະເພາະກ່ຽວກັບການເຊື່ອມຊຶມ ແລະ ຜັນຂະຫຍາຍແນວຄິດສີຈິ້ນຜິງກ່ຽວກັບສັງຄົມນິຍົມທີ່ມີສີສັນພິເສດຂອງຈີນໃນຍຸກໃໝ່ໃນທົ່ວພັກຄັ້ງນີ້, ແມ່ນມາດຕະການອັນສຳຄັນທີ່ພັກຄອມມູນິດຈີນຈັດຕັ້ງປະຕິບັດຈິດໃຈກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 20 ຂອງພັກ.

ທ່ານສີຈິ້ນຜິງໄດ້ກ່າວເນັ້ນໜັກວ່າ: “ລົງເລິກດຳເນີນການສຶກສາອົບຮົມຫົວຂໍ້ສະເພາະກ່ຽວກັບການເຊື່ອມຊຶມ ແລະ ຜັນຂະຫຍາຍແນວຄິດກ່ຽວກັບສັງຄົມນິຍົມທີ່ມີສີສັນພິເສດຂອງຈີນໃນຍຸກໃໝ່ໃນທົ່ວພັກ ໂດຍຖືເອົາພະນັກງານການນຳລະດັບເມືອງ(ພະແນກ)ຂຶ້ນໄປເປັນຈຸດໜັກນັ້ນ, ແມ່ນມີຄວາມໝາຍອັນສຳຄັນທີ່ເຮັດໃຫ້ທົ່ວພັກມີແນວຄິດເປັນເອກະພາບກັນ, ແກ້ໄຂບັນຫາພົ້ນເດັ່ນທີ່ມີຢູ່ໃນພັກ, ຮັກສາສາຍພົວພັນແບບກາຍອິນຊີລະຫວ່າງພັກກັບປະຊາຊົນຢ່າງສະເໝີຕົ້ນສະເໝີປາຍ, ຊຸກຍູ້ການພັດທະນາພາລະກິດຂອງພັກ ແລະ ລັດ.” ໜ້າທີ່ພື້ນຖານຂອງການສຶກສາອົບຮົມຫົວຂໍ້ສະເພາະຄັ້ງນີ້ແມ່ນເພື່ອຫັນເອົາແນວຄິດກ່ຽວກັບສັງຄົມນິຍົມທີ່ມີສີສັນພິເສດຂອງຈີນໃນຍຸກໃໝ່ໃຫ້ກາຍເປັນກຳລັງແຮງອັນເຂັ້ມແຂງໃນການຮັກສາອຸດົມການທີ່ໜັກແໜ້ນ, ຫຼໍ່ຫຼອມສະຕິພັກ, ຊີ້ນຳພຶດຕິກຳ ແລະ ຊຸກຍູ້ວຽກງານ; ສຶກສາ ແລະນຳພາພະນັກງານ-ສະມາຊິກພັກຈຳນວນມະຫາສານສ້າງແນວຄິດການພັດທະນາທີ່ຖືປະຊາຊົນເປັນໃຈກາງ, ອອກແຮງແກ້ໄຂບັນຫາທີ່ປະຊາຊົນເປັນຫ່ວງ ແລະ ຫວັງຢາກໃຫ້ແກ້ໄຂຢ່າງຮີບດ່ວນ, ປະຕິບັດວຽກງານທີ່ມີຜົນປະໂຫຍດຕໍ່ຊີວິດການເປັນຢູ່ຂອງປະຊາຊົນ, ສົ່ງຄວາມອົບອຸ່ນຕໍ່ຈິດໃຈປະຊາຊົນ ແລະ ສອດຄ່ອງກັບຄວາມປາດຖະໜາຂອງປະຊາຊົນນັ້ນໃຫ້ເຂົ້າເຖິງຈິດໃຈຂອງປະຊາຊົນ, ເພີ່ມທະວີຄວາມຮູ້ສຶກທີ່ໄດ້ຮັບຜົນປະໂຫຍດ ຄວາມຮູ້ສຶກທີ່ມີຄວາມສຸກ ແລະ ຄວາມຮູ້ສຶກປອດໄພຂອງປະຊາຊົນ.

ພັກຄອມມູນິດຈີນຮຽກຮ້ອງໃຫ້ອົງການຈັດຕັ້ງພັກທຸກຂັ້ນ, ແລະ ພະນັກງານ-ສະມາຊິກພັກຈຳນວນມະຫາສານເນັ້ນໃສ່ທິດຊີ້ນຳເພື່ອແກ້ໄຂບັນຫາ, ສຳຫຼວດບັນຫາຈຸດອ່ອນ, ຊອກຫາຄວາມຫຼຸດໂຕນກັນ ແລະ ຊອກຫາທິດທາງຢ່າງຈະແຈ້ງ, ຮັບເອົາການກວດສອບທາງດ້ານການເມືອງ, ອະນາໄມສິ່ງເປິເປື້ອນທາງການເມືອງ, ດັດແປງການກະທຳທີ່ມີຄວາມຜິດພາດ, ແກ້ໄຂບັນຫາພົ້ນເດັ່ນທີ່ ບໍ່ບໍລິສຸດໃນດ້ານແນວຄິດ ແລະ ການຈັດຕັ້ງ. ທ່ານສີຈິ້ນຜິງຊີ້ອອກວ່າ, ຈຸດໝາຍ ການດຳເນີນການສຶກສາອົບຮົມແບບລວມສູນຕ່າງໆ ຄື “ສຶກສາ ແລະ ຊີ້ນຳທົ່ວພັກຈື່ຈຳບັນຫາກົກຮາກ ຄື ພັກຄອມມູນິດຈີນແມ່ນຫຍັງ ຈະເຮັດວຽກຫຍັງນັ້ນຢ່າງໜັກແໜ້ນ, ຮັກສາສາຍພົວພັນແບບກາຍອິນຊີລະຫວ່າງພັກກັບປະຊາຊົນຢ່າງສະເໝີຕົ້ນສະເໝີປາຍ.”

 

ການສຶກສາອົບຮົມໃນຫົວຂໍ້ສະເພາະຂອງພັກຄອມມູນິດຈີນໄດ້ຮັບປະສິດທິຜົນຄືແນວໃດ?

ເມື່ອສັງເກດເບິ່ງຈາກການສຶກສາອົບຮົມແບບລວມສູນໃນ 5 ຄັ້ງທີ່ໄດ້ສຳເລັດລົງນັບແຕ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 18 ຂອງພັກເປັນຕົ້ນມາແລ້ວເຫັນວ່າ, ໄດ້ຮັບປະສິດທິຜົນຢ່າງພົ້ນເດັ່ນ. ຕົວຢ່າງ, ປີ 2013, ພັກຄອມມູນິດຈີນໄດ້ດຳເນີນການສຶກສາອົບຮົມ ແລະ ສຳຫຼວດພຶດຕິກຳທີ່ຖືການເດີນຕາມແນວທາງມະຫາຊົນເປັນຫົວຂໍ້ສະເພາະ. ເພື່ອເອົາຊະນະ ບັ້ນລຶບລ້າງຄວາມທຸກຍາກ, ພັກຄອມມູນິດຈີນໄດ້ແຕ່ງຕັ້ງເລຂາທີໜຶ່ງປະຈຳບ້ານ ແລະ ພະນັກງານປະຈຳບ້ານ 3 ລ້ານກວ່າຄົນ, ໄປປະຈຳຢູ່ບ້ານທຸກຍາກຈຳນວນໜຶ່ງ, ຊ່ວຍເຫຼືອຊາວບ້ານຫຼຸດພົ້ນອອກຈາກຄວາມທຸກຍາກ. ປີ 2021, ພັກຄອມມູນິດຈີນໄດ້ສຳເລັດເປົ້າໝາຍສູ້ຊົນຮ້ອຍປີປະການທີ 1, ຄື: ໃນປີທີ່ສ້າງຕັ້ງພັກຄົບຮອບ 100 ປີ, ໄດ້ແກ້ໄຂບັນຫາຄວາມທຸກຍາກແບບເດັດຖານ, ແລະສ້າງສັງຄົມອີ່ມໜຳສຳລານໃຫ້ສຳເລັດຜົນຢ່າງຮອບດ້ານ.

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 20 ຂອງພັກຄອມມູນິດຈີນໄດ້ກຳນົດເປົ້າໝາຍຍຸດທະສາດດ້ານການພັດທະນາເສດຖະກິດສັງຄົມຂອງຈີນຢ່າງຈະແຈ້ງ ຄື: ຮອດປີ 2035, ຕ້ອງບັນລຸສັງຄົມນິຍົມແບບທັນສະໄໝໂດຍພື້ນຖານ, ຮອດກາງສະຕະວັດນີ້ ຕ້ອງສ້າງປະເທດຈີນໃຫ້ເປັນປະເທດສັງຄົມນິຍົມແບບທັນສະໄໝທີ່ເຂັ້ມແຂງນັ້ນ, ກໍຄືຕ້ອງບັນລຸ “ເປົ້າໝາຍສູ້ຊົນຮ້ອຍປີປະການທີ 2”. ການດຳເນີນວຽກງານສຶກສາອົບຮົມໃນຫົວຂໍ້ສະເພາະຄັ້ງນີ້, ພັກຄອມມູນິດຈີນຮຽກຮ້ອງໃຫ້ສະມາຊິກທົ່ວພັກເຊື່ອມຊຶມລະບົບຫຼັກວິທະຍາດ ເນື້ອໃນທີ່ເປັນຕັບບີ ແລະ ຄວາມຮຽກຮ້ອງດ້ານພຶດຕິກຳຂອງແນວຄິດສັງຄົມນິຍົມທີ່ມີສີສັນພິເສດຂອງຈີນໃນຍຸກໃໝ່; ສ້າງບັນຍາກາດທີ່ຟົດຟື້ນໃນການສຳຫຼວດຄົ້ນຄວ້າ, ພະນັກງານ-ສະມາຊິກພັກ ໂດຍສະເພາະແມ່ນພະນັກງານການນຳທຸກຂັ້ນຕ້ອງລົງເຄື່ອນໄຫວຢູ່ແນວໜ້າຮາກຖານ, ລົງເລິກໄປສູ່ໜ່ວຍງານຮາກຖານ, ເຊັ່ນ, ຊົນນະບົດ, ເຂດຊຸມຊົນ, ວິສາຫະກິດ, ໂຮງໝໍ, ໂຮງຮຽນ ແລະ ອຶ່ນໆ, ສະຫຼຸບບັນຫາ, ກວດແກ້ບັນຫາຄວາມຫຍຸ້ງຍາກ; ປິ່ນອ້ອມ ການພັດທະນາດ້ວຍຄຸນນະພາບສູງ ເຊິ່ງເປັນໜ້າທີ່ອັນສຳຄັນລຳດັບທີໜຶ່ງໃນການສ້າງສາປະເທດສັງຄົມນິຍົມແບບທັນສະໄໝຢ່າງຮອບດ້ານ, ປະສົມປະສານການສຶກສາອົບຮົມ ກັບການສົມທຽບ ກວດສອບ ແລະ ດັດແປງໄປຄຽງຄູ່ກັນ, ຈັດເອົາການປັບປຸງ ແລະແກ້ໄຂບັນຫາສອດຫ້ອຍເຂົ້າໃນທົ່ວຂະບວນການຂອງວຽກງານສຶກສາອົບຮົມໃນຫົວຂໍ້ສະເພາະ, ເຮັດໃຫ້ປະຊາຊົນສຳຜັດໄດ້ເຖິງປະສິດທິຜົນຕົວຈິງຈາກການແກ້ໄຂບັນຫາ.