ຈີນຍິນດີນຳໜ້າໝູ່ລົງນາມ “ອະນຸສັນຍາປອດອາວຸດນິວເຄລຍໃນອາຊີຕາເວັນອອກສຽງໃຕ້” ສອງແສງໃຫ້ເຫັນເຖິງຄວາມຈິງໃຈຂອງຈີນໃນການປົກປັກຮັກສາສັນຕິພາບ ແລະ ສະຖຽນລະພາບຂອງພາກພື້ນ

2023-04-06 16:12:57 CRI

ຫວ່າງມໍ່ໆມານີ້, ຢູ່ນະຄອນຫຼວງປັກກິ່ງ, ໃນເວລາທ່ານສິນກ່າງ ທີ່ເປິກສາແຫ່ງລັດ ທັງເປັນລັດຖະມົນຕີກະຊວງການຕ່າງປະເທດຈີນພົບປະກັບທ່ານເກົາກິມຮວນ ເລຂາທິການໃຫຍ່ອາຊຽນ ທີ່ເດີນທາງມາຢ້ຽມຢາມຈີນ, ທ່ານສິນກ່າງກ່າວວ່າ: ຈີນຍິນດີນຳໜ້າໝູ່ລົງນາມໃນ “ອະນຸສັນຍາວ່າດ້ວຍເຂດປອດອາວຸດນິວເຄລຍໃນອາຊີຕາເວັນອອກສຽງໃຕ້” ເຊິ່ງສ່ອງແສງໃຫ້ເຫັນເຖິງຄວາມຈິງໃຈຂອງຈີນໃນການປົກປັກຮັກສາສັນຕິພາບ ແລະ ສະຖຽນລະພາບຂອງພາກພື້ນ ດ້ວຍການກະທຳຕົວຈິງ.


ເປັນເວລາດົນນານມາແລ້ວ, ອາເມຣິກາໄດ້ລ່ວງລ້ຳເຂົ້າເຂດທະເລຈີນໃຕ້ ແລະ ທ້າທາຍຈີນຫຼາຍເທື່ອ ດ້ວຍຂໍ້ອ້າງ “ການເດີນເຮືອຢ່າງເສລີ” ແລະ “ການປົກປັກຮັກສາຄວາມໝັ້ນຄົງຂອງພາກພື້ນ”, ເຈດຕະນາສ້າງຄວາມວຸ້ນວາຍຢູ່ທະເລຈີນໃຕ້ ແລະ ທຳລາຍສະຖຽນລະພາບຂອງພາກພື້ນອາຊີຕາເວັນອອກ ເຊິ່ງໄດ້ເພີ່ມປັດໄຈບໍ່ແນ່ນອນໃຫ້ແກ່ການພັດທະນາຂອງພາກພື້ນອາຊີຕາເວັນອອກສຽງໃຕ້. ຄຽງຄູ່ກັບການໂຕ້ແຍ້ງກັນຢູ່ເຂດທະເລຈີນໃຕ້ລະຫວ່າງຈີນແລະອາເມຣິການັບມື້ນັບຮຸນແຮງຂຶ້ນ, ບັນດາປະເທດສະມາຊິກອາຊຽນ ກໍມີຄວາມເປັນຫ່ວງ ຕໍ່ສະຖານະການຄວາມໝັ້ນຄົງຂອງພາກພື້ນນັບມື້ນັບຫຼາຍຂຶ້ນ.

ພາຍຫຼັງສົງຄມຫວຽດນາມສິ້ນສຸດລົງຕະຫຼອດຫຼາຍສິບປີຜ່ານມາ, ພາກພື້ນອາຊີຕາເວັນອອກສຽງໃຕ້ໄດ້ຮັກສາສະພາບຂອງສັນຕິພາບ ແລະ ສະຖຽນລະພາບ ເຊິ່ງເຮັດໃຫ້ເສດຖະກິດຂອງປະເທດຕ່າງໆໃນພາກພື້ນນີ້ພັດທະນາຢ່າງວ່ອງໄວ, ບັນດາປະເທດສະມາຊິກອາຊຽນຍິ່ງຮັບຮູ້ເຖິງຄວາມສຳຄັນຂອງສັນຕິພາບ, ບໍ່ຢາກໃຫ້ສະຖານະພາບຂອງຄວາມໝັ້ນຄົງຖືກທຳລາຍ. ສະນັ້ນ, ການໂຕ້ແຍ້ງກັນລະຫວ່າງປະເທດມະຫາອຳນາດທີ່ມີອາວຸດນິວເຄລຍ, ຈົນອາດເຖິງຂັ້ນເຮັດໃຫ້ເກີດສົງຄາມນິວເຄລຍ ຈະເປັນທີ່ຍອມຮັບບໍ່ໄດ້ ສຳລັບບັນດາປະເທດໃນພາກພື້ນນີ້, ສິ່ງທີ່ພວກເຂົາຕ້ອງການດ່ວນທີ່ສຸດຄືບັນດາປະເທດທີ່ມີອາວຸດນິວເຄລຍສາມາດເພີ່ມຄວາມໝັ້ນໃຈໃຫ້ແກ່ສະຖຽນລະພາບຂອງພາກພື້ນ.

ອາຊຽນມີແນວຄວາມຄິດສ້າງເປັນເຂດປອດນິວເຄລຍມາແຕ່ດົນແລ້ວ. ເດືອນທັນວາປີ 1995, ປະເທດສະມາຊິກອາຊຽນໄດ້ລົງນາມໃນ “ສົນທິສັນຍາວ່າດ້ວຍເຂດປອດອາວຸດນິວເຄລຍໃນອາຊີຕາເວັນອອກສຽງໃຕ້” ເພື່ອຫ້າມບໍ່ໃຫ້ປະເທດອາຊີຕາເວັນອອກສຽງໃຕ້ຜະລິດ, ທົດລອງ, ນຳໃຊ້ ແລະ ຄອບຄອງອາວຸດນິວເຄລຍ ເພື່ອຮັກສາສະພາບປອດນິວເຄລຍຂອງພາກພື້ນຕົນ. ນັບແຕ່ສົນທິສັນຍາສະບັບນີ້ມີຜົນບັງຄັບໃຊ້ເປັນຕົ້ນມາ, ອາຊຽນໄດ້ສະເໜີໃຫ້ 5 ປະເທດມີອາວຸດນິວເຄລຍ ຄື: ອາເມຣິກາ, ອັງກິດ, ຣັດເຊຍ, ຝຣັ່ງ ແລະ ຈີນ ເຂົ້າເປັນປະເທດພາຄີຂອງສົນທິສັນຍາສະບັບນີ້ມາໂດຍຕະຫຼອດ. ການທີ່ຈີນສະແດງຄວາມຍິນດີນຳໜ້າໃນການລົງນາມໃນອະນຸສັນຍາກ່ຽວກັບ “ສັນຍາວ່າດ້ວຍເຂດປອດອາວຸດນິວເຄລຍໃນອາຊີຕາເວັນອອກສຽງໃຕ້” ໃນຄັ້ງນີ້ ບໍ່ພຽງແຕ່ແມ່ນເພື່ອປົກປ້ອງສິດ ແລະ ຜົນປະໂຫຍດຂອງຕົນເທົ່ານັ້ນ, ຫາກຍັງສອດຄ່ອງກັບຄວາມປາຖະໜາອັນແຮງກ້າຂອງບັນດາປະເທດສະມາຊິກອາຊຽນ ໃນການປົກປັກຮັກສາສັນຕິພາບ ແລະ ສະຖຽນລະພາບຂອງພາກພື້ນອີກດ້ວຍ, ພ້ອມທັງໄດ້ສ່ອງແສງໃຫ້ເຫັນເຖິງຄວາມຈິງໃຈຂອງຈີນ ໃນການປົກປັກຮັກສາສັນຕິພາບ ແລະ ສະຖຽນລະພາບຂອງພາກພື້ນອາຊີຕາເວັນອອກສຽງໃຕ້ ແລະ ຊຸກຍູ້ການພັດທະນາຂອງເສດຖະກິດພາກພື້ນ.

ການຮັກສາການພັດທະນາທີ່ໜັກແໜ້ນຮຽກຮ້ອງຕ້ອງການໃຫ້ສະພາບແວດລ້ອມມີຄວາມໝັ້ນຄົງ. ນັບແຕ່ໄດ້ລົງນາມໃນ “ສົນທິສັນຍາເຂດປອດອາວຸດນິວເຄລຍໃນອາຊີຕາເວັນອອກສຽງໃຕ້” ເປັນຕົ້ນມາ, ແນວຄວາມຄິດເຂດປອດອາວຸດນິວເຄລຍໄດ້ຝັງເລິກໃນໃຈຂອງປະຊາຊົນບັນດາປະເທດອາຊຽນຕະຫຼອດມາ, ຈີນ ແລະ ອາຊຽນໄດ້ກ້າວເຖິງຂັ້ນມີຄວາມເຫັນທີ່ເປັນເອກະພາບກັນໃນດ້ານຄວາມໝັ້ນຄົງແລະການຮ່ວມມື ບໍ່ພຽງແຕ່ມີຄວາມໝາຍສຳຄັນຕໍ່ສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາຂອງພາກພື້ນເທົ່ານັ້ນ, ຫາກຍັງຈະມີບົດບາດອັນຕັ້ງໜ້າຕໍ່ຄວາມໝັ້ນຄົງຂອງໂລກອີກດ້ວຍ. ພວກເຮົາເຊື່ອໝັ້ນວ່າ, ໃນອະນາຄົດອັນບໍ່ໄກ, ຖ້າມີບາງປະເທດນອກພາກພື້ນຢາກຊູຄັນທຸງ “ເສລີພາບ ແລະ ປະຊາທິປະໄຕ” ເພື່ອທຳລາຍສັນຕິພາບ ແລະ ສະຖຽນລະພາບໃນພາກພື້ນອາຊີຕາເວັນອອກສຽງໃຕ້, ຈະບໍ່ສາມາດສົມຫວັງຢ່າງແນ່ນອນ.