ງານວາງສະແດງສິນຄ້າຈີນ-ອາຊຽນຄັ້ງທີ 20 ຢູ່ສິງກະໂປອັດລົງດ້ວຍຜົນສໍາເລັດຢ່າງຈົບງາມ

2023-04-06 10:26:24 CRI

 

   ຕອນບ່າຍວັນທີ 5 ເມສານີ້, ງານວາງສະແດງສິນຄ້າຈີນ-ອາຊຽນຄັ້ງທີ 20 ຢູ່ສິງກະໂປໄດ້ອັດລົງດ້ວຍຜົນສໍາເລັດຢ່າງຈົບງາມ. ງານວາງສະແດງຄັ້ງນີ້ໄດ້ປະກອບສ່ວນເຂົ້າໃນການຊ່ວຍເຫຼືອວິສາຫະກິດກໍາແໜ້ນໂອກາດການສໍາເລັດການເຈລະຈາພາຍຫຼັງການຍົກລະດັບສັນຍາການຄ້າເສລີລະຫວ່າງຈີນ-ສິງກະໂປ, ຮັບໃຊ້ສາຍພົວພັນຄູ່ຮ່ວມມືທີ່ມີລັກສະນະເບິ່ງກວ້າງເຫັນໄກ ມີຄຸນນະພາບສູງແລະຮອບດ້ານລະຫວ່າງຈີນ-ສິງກະໂປ, ໂດຍໄດ້ເສີມຂະຫຍາຍບົດບາດຢ່າງຕັ້ງໜ້າເຂົ້າໃນການຊຸກຍູ້ການຟື້ນຟູເສດຖະກິດຂອງພາກພື້ນ ແລະໄດ້ຮັບປະສິດທິຜົນເປັນຢ່າງດີ.



   ປີນີ້, ງານວາງສະແດງສິນຄ້າຈີນ-ອາຊຽນໄດ້ເປີດການວາງສະແດງຢູ່ຕ່າງປະເທດ ແລະໄດ້ຈັດເອົາສິງກະໂປເປັນປະເທດທໍາອິດ, ເຊິ່ງງານວາງສະແດງຄັ້ງນີ້ເປັນເວທີຮ່ວມມືແຫ່ງການແລກປ່ຽນແລະການຄົ້ນພົບໂອກາດໃໝ່ສໍາລັບວິສາຫະກິດຂອງສອງປະເທດ. ນັບມາຮອດວັນທີ 5 ເມສານີ້, ຍອດມູນຄ່າການຮ່ວມມືທີ່ມີຈຸດປະສົງໃນງານວາງສະແດງຄັ້ງນີ້ບັນລຸເຖິງ 145 ລ້ານໂດລາ. ນອກຈາກງານວາງສະແດງຢູ່ສິງກະໂປແລ້ວ, ປີນີ້ຍັງຈະຈັດງານວາງສະແດງຢູ່ລາວແລະມາເລເຊຍນໍາອີກ.