ບັນຫາອາວຸດປືນຂອງອາເມຣິກາເປັນບັນຫາທີ່ຫຼີກໜີບໍ່ມົ້ມ

2023-04-06 20:49:36 cri

ເມື່ອບໍ່ດົນມານີ້, ເວັບໄຊ politicalcartoons ຂອງອາເມຣິກາໄດ້ລົງຮູບກາຕູນຮູບໜຶ່ງ, ຢູ່ໃນຮູບນີ້, ເດັກນ້ອຍຄົນຜິວດຳຄົນໜຶ່ງຖາມຜູ້ຕາງໜ້າຄົນຄົນຜິວຂາວຂອງສະມາຄົມປືນຍາວອາເມຣິກາ ຫຼື NRA ວ່າ: “ໂຮງຮຽນ, ໂບດ, ໂຮງຮູບເງົາ, ໂບດຢິວ ແລະຮ້ານສັບພະສິນຄ້າ ຕ່າງກໍໄດ້ເກີດເຫດການຍິງກັນ. ຂ້ອຍສາມາດໄປລີ້ຢູ່ບ່ອນໃດ ແລະທຳທ່າຄືກັບວ່າບໍ່ມີຫຍັງເກີດຂຶ້ນຊັ້ນບໍ?” ຜູ້ຕາງໜ້າຄົນຜິວຂາວຄົນນີ້ຕອບວ່າ: “ສະພາແຫ່ງຊາດ.”

ຮູບກາຕູນຮູບນີ້ໄດ້ສະແດງໃຫ້ເຫັນເຖິງບັນຫາອາວຸດປືນທີ່ຫຼີກໜີບໍ່ມົ້ມ ແລະການຈຳແນກເຊື້ອຊາດຜິວພັນທີ່ເປັນລະບົບຢູ່ອາເມຣິກາ.

ວັນທີ 27 ມີນາຜ່ານມານີ້, ຢູ່ໂຮງຮຽນປະຖົມແຫ່ງໜຶ່ງທີ່ລັດເຕນເນຊີຂອງອາເມຣິກາ ໄດ້ເກີດເຫດການຍິງກັນ ໂດຍໄດ້ເຮັດໃຫ້ມີຜູ້ເສຍຊີວິດ 6 ຄົນ, ໃນນັ້ນ ມີ 3 ຄົນເປັນນັກຮຽນປະຖົມທີ່ມີອາຍຸພຽງແຕ່ 9 ປີເທົ່ານັ້ນ. ຫຼາຍປີມານີ້, ຄຽງຄູ່ກັບເຫດການໃຊ້ອາວຸດປືນກໍ່ຄວາມຮຸນແຮງເກີດຂຶ້ນຢູ່ອາເມຣິກາເພີ່ມຂຶ້ນ, ເດັກນ້ອຍທີ່ໄດ້ຮັບບາດເຈັບກໍໄດ້ເພີ່ມຂຶ້ນຢ່າງຫຼວງຫຼາຍ, ບັນຫາການໃຊ້ອາວຸດປືນກໍ່ຄວາມຮຸນແຮງໄດ້ກາຍເປັນສາເຫດຕົ້ນຕໍທີ່ເຮັດໃຫ້ເດັກນ້ອຍເສຍຊີວິດ. ໃນນັ້ນ, ເດັກນ້ອຍຄົນຜິວດຳມີຄວາມສ່ຽງສູງສຸດໃນການປະສົບເຫດການຍິງກັນ, ມາຮອດທ້າຍປີ 2021, ຄວາມອາດສາມາດທີ່ເດັກນ້ອຍຄົນຜິວດຳຖືກຍິງແມ່ນ 100 ເທົ່າຂອງເດັກນ້ອຍຄົນຜິວຂາວ.

ປັດຈຸບັນ, ຊາວໜຸ່ມເຍົາວະຊົນອາເມຣິກາທີ່ເກີດອາການວິຕົກກັງວົນ ແລະອາການຊຶມເສົ້າມີອັດຕານັບມື້ນັບສູງຂຶ້ນ, ນັກຮຽນບາງຄົນມີຄວາມເປັນຫ່ວງເປັນໃຍຕໍ່ເຫດການໃຊ້ອາວຸດປືນກໍ່ຄວາມຮຸນແຮງຫຼາຍກວ່າຕໍ່ເລື່ອງການຮຽນເປັນຢ່າງຫຼາຍ. ຄວາມຕ້ອງການຕໍ່ປຶ້ມອ່ານກ່ຽວກັບການຮັບມືກັບເຫດການຍິງກັນຢູ່ໂຮງຮຽນ ແລະບາດແຜດ້ານຈິດໃຈຂອງເດັກນ້ອຍເພີ່ມຂຶ້ນຢ່າງບໍ່ຢຸດຢັ້ງ.

ເມື່ອປະເຊີນໜ້າກັບເຫດການຍິງກັນທີ່ນັບມື້ນັບຫຼາຍຂຶ້ນ, ນອກຈາກ “ສະພາແຫ່ງຊາດ” ຈະບໍ່ມີບ່ອນຢູ່ທີ່ປອດໄພອີກແລ້ວ, ເດັກນ້ອຍອາເມຣິກາກໍຈະດຳລົງຊີວິດຢູ່ພາຍໃຕ້ຄວາມຫວາດກົວເທົ່ານັ້ນ. ນອກນີ້, ຍັງມີການຈຳແນກເຊື້ອຊາດຜິວພັນອີກ, ສະນັ້ນ, ສິ່ງທີ່ເດັກນ້ອຍຄົນຜິດດຳສາມາດສຳຜັດໄດ້ກໍຄືຄວາມໝົດຫວັງຢ່າງເລິກເຊິ່ງ.