ວິໄສທັດເສດຖະກິດພາກພື້ນອາຊຽນແລະຈີນ,ຍີ່ປຸ່ນ,ສາທາລະນະລັດເກົາຫຼີປີ 2023 ຄາດຄະເນເສດຖະກິດອາຊຽນຈະເຕີບໂຕ4,9%

2023-04-06 15:24:37 cri


   ວັນທີ 6 ເມສານີ້, ຫ້ອງການຄົ້ນຄວ້າເສດຖະກິດມະຫາ ພາກອາຊຽນ ແລະ ຈີນ,ຍີ່ປຸ່ນ,ສາທາລະນະລັດເກົາຫຼີທີ່ມີສຳນັກງານໃຫຍ່ຕັ້ງຢູ່ສິງກະໂປໄດ້ປະກາດ ວິໄສທັດເສດຖະກິດພາກພື້ນອາຊຽນແລະຈີນ,ຍີ່ປຸ່ນ,ສາທາລະນະ ລັດເກົາຫຼີປີ 2023, ໂດຍຄາດຄະເນວ່າ ເສດຖະກິດພາກພື້ນອາຊຽນແລະຈີນ, ຍີ່ປຸ່ນ,ສາທາລະນະລັດເກົາຫຼີປີ 2023 ຈະເຕີບໂຕຢູ່ໃນລະດັບ 4,6%, ຂະນະທີ່ເສດຖະກິດຈີນປີ 2023 ຈະເຕີບໂຕ 5,5%.


   ບົດລາຍງານສະບັບນີ້ເຫັນວ່າ: ຄຽງຄູ່ກັບເສດຖະກິດອາເມຣິກາ ແລະ ເຂດໃຊ້ເງິນເອີໂຣເຕີບໂຕຊ້າລົງ, ຄາດວ່າ ເສດຖະກິດທົ່ວໂລກຈະເຕີບໂຕອ່າວຊ້າໃນປີ 2023. ເຖິງວ່າສະພາບແວດລ້ອມທົ່ວໂລກເຕັມໄປດ້ວຍສິ່ງທ້າທາຍ, ແຕ່ເສດຖະກິດຂອງພາກພື້ນອາຊຽນແລະຈີນ,ຍີ່ປຸ່ນ,ສາທາລະນະລັດເກົາຫຼີຈະເຕີບໂຕໃນລະດັບ 4,6%, ສູງກວ່າການເຕີບໂຕລະດັບ 3,2% ໃນປີ 2022. ການເຕີບໂຕດ້ານເສດຖະກິດຂອງພາກພື້ນດ່ັງກ່າວໄດ້ສູງຂຶ້ນ, ຕົ້ນຕໍແມ່ນຍ້ອນການຄາດຄະເນການຟື້ນຟູເສດຖະກິດຂອງຈີນ, ຍີ່ປຸ່ນ,ສາທາລະນະລັດເກົາຫຼີໄດ້ສູງຂຶ້ນ, ຄາດວ່າ ການເຕີບໂຕຈະເພີ່ມຈາກ 2,6% ໃນປີ 2022 ຂຶ້ນ ເປັນ 4,5%ໃນປີ 2023. ສ່ວນການເຕີບໂຕດ້ານເສດຖະກິດຂອງພາກພື້ນອາຊຽນ, ຄາດວ່າຈະຫຼຸດລົງຈາກລະດັບ 5,6%ໃນປີ 2022 ຢູ່ໃນລະດັບ 4,9% ໃນປີ 2023.