ຟິລິບປິນ-ອາເມຣິກາເພີ່ມຖານທັບແຫ່ງໃໝ່

2023-04-07 16:17:18 cri


   ຕໍ່ກັບເລື່ອງທີ່ຟິລິບປິນ-ອາເມຣິກາເພີ່ມຖານທັບແຫ່ງໃໝ່, ທ່ານນາງເໝົາໜິງ ໂຄສົກກະຊວງການຕ່າງປະເທດຈີນໄດ້ກ່າວໃນກອງປະຊຸມຖະແຫຼງຂ່າວເມື່ອວັນທີ 6 ເມສານີ້ວ່າ: ຫວັງວ່າປະເທດໃນພາກພື້ນຈະເຫັນໄດ້ຢ່າງຈະແຈ້ງວ່າ ໃຜເປັນຜູ້ສຸມໄຟທີ່ແທ້ຈິງຂອງສະຖານະການຢູ່ຊ່ອງແຄບໄຕ້ຫວັນ,ມີຈຸດປະສົງຫຍັງ?ຢ່າຖືກຜູ້ອື່ນສວຍໃຊ້ແລະສ້າງໄພອັນຕະລາຍໃຫ້ກັບຕົນເອງ.


  ວັນທີ 5 ເມສານີ້, ເຈົ້າໜ້າທີ່ກະຊວງປ້ອງກັນປະເທດຟິລິບປິນກ່າວວ່າ: ການ ເປີດສະຖານທີ່ການຮ່ວມມືດ້ານການທະຫານເພີ່ມອີກ 4 ແຫ່ງກັບອາເມຣິກາ ແມ່ນມີຜົນດີຕໍ່ຟິລິບປິນໃນການປົກປ້ອງຜົນປະໂຫຍດແຫ່ງຊາດ, ປະກອບສ່ວນເຂົ້າໃນການປ້ອງກັນລວມໝູ່ຂອງພາກພື້ນແຫ່ງນີ້, ທັງແມ່ນເພື່ອປ້ອງກັນເສັ້ນທາງເດີນເຮືອດ້ານການຄ້າທີ່ຂຸ້ນຂ້ຽວລຽບຕາມຝັ່ງທະເລຈີນໃຕ້. ຕໍ່ກັບເລື່ອງນີ້, ທ່ານນາງເໝົາໜິງກ່າວວ່າ:


   “ເມື່ອເບິ່ງອ້ອມຮອບທົ່ວໂລກແລ້ວເຫັນວ່າ:ກອງທະຫານອາເມຣິກາໄປຮອດບ່ອນໃດ,ສິ່ງທີ່ຈົ່ງໄວ້ນັ້ນລ້ວນແຕ່ແມ່ນຄວາມປ່ັນປ່ວນ,ຄວາມແຕກແຍກແລະສະພາບການທີ່ວຸ້ນວາຍ, ຕົວຢ່າງແບບນີ້ຍັງມີໜ້ອຍຢູ່ຫວະ? ການໃຫ້ອາເມຣິກາເພີ່ມການຈັດວາງດ້ານການທະຫານຢູ່ປະເທດຕົນ,ພາກພື້ນຕົນ,ຈະມີຜົນດີຕໍ່ການປົກປັກຮັກສາອະທິປະໄຕ,ຄວາມໝັ້ນຄົງແລະສັນຕິພາບ,ສະຖຽນລະພາບຂອງພາກພື້ນແທ້ບໍ່?ຈະສ້າງຜົນຮ້າຍຢ້ອນຫຼັງທີ່ໜັກໜ່ວງແລະແກ້ໄຂໄດ້ຢາກຫຼື ບໍ່?ບັນຫານີ້ເປັນໜ້າພິຈາລະນາຢ່າງຈິງຈັງແລະເລິກເຊິ່ງສຳລັບປະເທດຢູ່ໃນພາກພື້ນ. ນັບແຕ່ໃດໆມາ, ຄວາມເສລີພາບແລະຄວາມປອດໄພໃນການເດີນເຮືອຢູ່ທະເລຈີນໃຕ້ແມ່ນບໍ່ມີບັນຫາຫຍັງ.ຈີນແລະປະເທດຢູ່ໃນອາຊຽນໄດ້ສຸມໃສ່ຈັດຕັ້ງປະຕິບັດຖະແຫຼງການແຫ່ງການປະພຶດຂອງຝ່າຍຕ່າງໆຢູ່ທະເລຈີນໃຕ້ຢ່າງຮອບດ້ານແລະມີປະສິດທິຜົນ,ຊຸກຍູ້ການເປິີກສາຫາລືກ່ຽວກັບກົດແຫ່ງການປະພຶດຢູ່ທະເລຈີນໃຕ້ຢ່າງໜັກແໜ້ນ,ມີຄວາມປາດຖະໜາ,ທັງມີຄວາມສາມາດປົກປັກຮັກສາສັນຕິພາບແລະສະຖຽນລະພາບຢູ່ທະເລຈີນໃຕ້, ບໍ່ຕ້ອງການອິດທິກຳລັງພາຍນອກເຂົ້າມາແຊກແຊງ.”