ທ່ານສີຈິ້ນຜິງພົບປະເຈລະຈາກັບປະທານາທິບໍດີຝຣັ່ງ

2023-04-07 10:25:15 CRI


ຕອນບ່າຍວັນທີ 6 ເມສາ 2023, ຢູ່ຫໍສະພາປະຊາຊົນແຫ່ງຊາດທີ່ນະຄອນຫຼວງປັກກິ່ງ, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ພົບປະເຈລະຈາກັບທ່ານເອັມມານູເອວ ມາຄຣົງ ປະທານາທິບໍດີຝຣັ່ງທີ່ເດີນທາງມາຢ້ຽມຢາມຈີນທາງລັດຖະກິດ.

 

ທ່ານສີຈິ້ນຜິງກ່າວວ່າ: ໂລກປັດຈຸບັນພວມຜ່ານການປ່ຽນແປງຄັ້ງປະຫວັດສາດຢ່າງເລິກເຊິ່ງ, ຈີນ ແລະ ຝຣັ່ງທີ່ເປັນສະມາຊິກຖາວອນຂອງສະພາຄວາມໝັ້ນຄົງອົງການສະຫະປະຊາຊາດ ແລະ ປະເທດໃຫຍ່ທີ່ມີມູນເຊື້ອແຫ່ງເອກະລາດ ແລະ ເປັນເຈົ້າຕົນເອງນັ້ນ, ໃນຖານະເປັນຜູ້ຊຸກຍູ້ໂລກຫັນເປັນຫຼາຍຂົ້ວ ແລະ ການພົວພັນສາກົນຫັນເປັນແບບປະຊາທິປະໄຕຢ່າງເດັດດ່ຽວນັ້ນ, ແມ່ນມີຄວາມສາມາດ ແລະ ມີຄວາມຮັບຜິດຊອບທີ່ຜ່ານຜ່າຄວາມເຫັນທີ່ແຕກຕ່າງກັນ ແລະ ສິ່ງຜູກມັດ, ຍຶດໝັ້ນທິດທາງລວມແຫ່ງການພົວພັນຄູ່ຮ່ວມຍຸດທະສາດຮອບດ້ານຈີນ-ຝຣັ່ງທີ່ມີລັກສະນະໜັກແໜ້ນ ຕ່າງຝ່າຍຕ່າງມີຜົນປະໂຫຍດ, ເປີດກວ້າງ ແລະ ກ້າວໜ້າ, ປະຕິບັດຕາມລັດທິຫຼາຍຝ່າຍທີ່ແທ້ຈິງ, ປົກປັກຮັກສາສັນຕິພາບ ສະຖຽນລະພາບ ແລະ ຄວາມຈະເລີນຮຸ່ງເຮືອງຂອງໂລກ.


ທ່ານສີຈິ້ນຜິງກ່າວເນັ້ນໜັກວ່າ, ຈີນຍິນດີສືບຕໍ່ຖືທ່າທີເປີດກວ້າງ, ຮ່ວມກັບຝຣັ່ງຮັກສາການແລກປ່ຽນ ແລະ ການປະສານງານຢ່າງໃກ້ຊິດຜ່ານກົນໄກຫຼາຍຝ່າຍຕ່າງໆ, ເຊັ່ນ: ອົງການສະຫະປະຊາຊາດ, ກຸ່ມG20, ອົງການການຄ້າໂລກ ແລະອື່ນໆ, ຮ່ວມກັນປະຕິບັດຕາມລັດທິຫຼາຍຝ່າຍທີ່ແທ້ຈິງ, ຮ່ວມກັນຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ບັນຫາພະລັງງານ ແລະ ສິ່ງທ້າທາຍທີ່ມີລັກສະນະທົ່ວໂລກອື່ນໆ.


ທ່ານເອັມມານູເອວ ມາຄຣົງໄດ້ສະແດງຄວາມເຫັນດີຢ່າງເຕັມສ່ວນຕໍ່ການຕີລາຄາອັນຕັ້ງໜ້າຂອງທ່ານສີຈິ້ນຜິງທີ່ມີຕໍ່ສາຍພົວພັນຝຣັ່ງ-ຈີນ, ແລະຂໍ້ສະເໜີອັນສຳຄັນກ່ຽວກັບການຂະຫຍາຍສາຍພົວພັນສອງຝ່າຍ. ຝຣັ່ງຍຶດໝັ້ນທິດທາງການຕ່າງປະເທດທີ່ມີເອກະລາດ ແລະ ເປັນເຈົ້າຕົນເອງ, ມີຈຸດຢືນທີ່ໃຫ້ເອີຣົບເປັນເຈົ້າຕົນເອງໃນດ້ານຍຸດທະສາດ, ຄັດຄ້ານການເປັນປໍລະປັກກັນ ແລະ ແບ່ງແຍກອອກຈາກກັນ, ຄັດຄ້ານການເປັນປໍລະປັກກັນລະຫວ່າງຝ່າຍ. ຝຣັ່ງຈະບໍ່ເຂົ້າຂ້າງຝ່າຍໃດ, ແຕ່ມີຈຸດຢືນທີ່ສົ່ງເສີມຄວາມສາມັກຄີ ແລະ ຮ່ວມມືກັນ, ຮັກສາຄວາມໝັ້ນທ່ຽງຂອງສາຍພົວພັນລະຫວ່າງປະເທດໃຫຍ່. ຝຣັ່ງຍິນດີຮ່ວມກັບຝ່າຍຈີນຮັກສາການແລກປ່ຽນແບບກົງໄປກົງມາ ແລະເລິກເຊິ່ງ, ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈກັນ, ສະແຫວງຫາຄວາມເຫັນທີ່ເປັນເອກະພາບກັນ ໃນຂະນະທີ່ສະຫງວນຄວາມເຫັນທີ່ແຕກຕ່າງກັນ, ເປີດປະຕູຕໍ່ກັນ ແລະ ຮ່ວມມືກັນ. ຝຣັ່ງຍິນດີຕັ້ງໜ້າຊຸກຍູ້ສາຍພົວພັນເອີຣົບ-ຈີນໃຫ້ຂະຫຍາຍຕົວກ້າວໄປຂ້າງໜ້າ.


ຫຼັງຈາກການພົບປະເຈລະຈາກັນ, ປະມຸກລັດສອງປະເທດໄດ້ຮ່ວມກັນເປັນສັກຂີພິຍານໃຫ້ແກ່ການລົງນາມເອກະສານຮ່ວມມືສອງຝ່າຍຫຼາຍສະບັບໃນຂົງເຂດຜະລິດຕະພັນກະສິກຳປະເພດອາຫານ, ວິທະຍາສາດເຕັກນິກ, ການບິນ, ພະລັງງານນິວເຄລຍທີ່ໃຊ້ໃນທາງພົນລະເຮືອນ, ການພັດທະນາແບບຍືນຍົງ, ວັດທະນະທຳ ແລະຂົງເຂດອື່ນໆ.