ຊິບຂອງອາເມຣິກາກອງເປັນພູເຂົາຍ້ອນຍຸດຕິການສະໜອງຕໍ່ຈີນ ແລະໃນທີ່ສຸດຈະທຳລາຍຜົນປະໂຫຍດຂອງອາເມຣິກາເອງ

2023-04-07 11:23:38 cri

ວັນທີ 9 ສິງຫາ 2022, ກົດໝາຍວ່າດ້ວຍຊິບ ແລະວິທະຍາສາດຂອງອາເມຣິກາໄດ້ເລີ່ມມີຜົນບັງຄັບໃຊ້ຢ່າງເປັນທາງການ, ໃນນັ້ນ, ມີຂໍ້ກຳນົດຫຼາຍຂໍ້ແມ່ນແນໃສ່ຈີນຢ່າງຊັດເຈນ, ສາມາດເວົ້າໄດ້ວ່າ ກົດໝາຍດັ່ງກ່າວເປັນຍັດຕິຊົ່ວຮ້າຍທີ່ປັ້ນແຕ່ງຂຶ້ນມາເພື່ອສະກັດກັ້ນການພັດທະນາຂອງອຸດສາຫະກຳຊິບຂອງຈີນ.

ທີ່ຈິງແລ້ວ, ກ່ອນອອກກົດໝາຍວ່າດ້ວຍຊິບ ແລະວິທະຍາສາດ, ອາເມຣິກາໄດ້ຍຸດຕິການສະໜອງອຸປະກອນຜະລິດຊິບທີ່ທັນສະໄໝຈຳນວນໜຶ່ງຕໍ່ຈີນມາກ່ອນແລ້ວ, ພ້ອມທັງໄດ້ຈຳກັດການສົ່ງອອກຊອບແວໃນການອອກແບບຊິບ EDA ຕໍ່ຈີນ. ນອກນີ້, ອາເມຣິກາຍັງໄດ້ສຸມກຳລັງການສ້າງພັນທະມິດຊິບສີ່ຝ່າຍກັບສ.ເກົາຫຼີ, ຍີ່ປຸ່ນ ແລະເຂດໄຕ້ຫວັນຂອງຈີນ ເພື່ອສະກັດກັ້ນການພັດທະນາເຕັກໂນໂລຊີເຄິ່ງຕົວນຳຂອງຈີນ.

ຄຽງຄູ່ກັບອາເມຣິກາໄດ້ເພີ່ມທະວີການປະຕິບັດນະໂຍບາຍຍຸດຕິການສະໜອງຊິບຕໍ່ຈີນ, ວິສາຫະກິດຜະລິດຊິບຂອງອາເມຣິກາກໍໄດ້ຮັບຜົນກະທົບຢ່າງຮ້າຍແຮງ ຄື: ຍ້ອນວ່າບໍ່ສາມາດຈຳໜ່າຍຊິບໄປຈີນ ທີ່ເປັນຕະຫຼາດບໍລິໂພກຊິບໃຫຍ່ທີ່ສຸດຂອງໂລກ, ຊິບທີ່ຜະລິດອອກມາໄດ້ກອງເປັນພູເຂົາຢູ່ໃນສາງ ເຊິ່ງມີຄວາມແຕກຕ່າງຢ່າງຫຼວງຫຼາຍກັບການຂາດແຄນຄວາມສາມາດຜະລິດຊິບໃນປີ 2020.

ຂໍ້ມູນທີ່ກ່ຽວຂ້ອງຂອງອາເມຣິກາໃນສອງປີມານີ້ສະແດງໃຫ້ເຫັນວ່າ: ຍ້ອນວ່າການນຳເຂົ້າຊິບຂອງຈີນຖືກຈຳກັດ, ລາຍຮັບຂອງວິສາຫະກິດເຕັກໂນໂລຊີຂອງອາເມຣິກາກ່ຽວກັບຊິບໄດ້ຫຼຸດລົງຢ່າງຫຼວງຫຼາຍ. ໃນປີ 2022, ກຳໄລຂອງບໍລິສັດ Intel ໄດ້ຫຼຸດລົງຫຼາຍກວ່າ 60% ເມື່ອທຽບໃສ່ປີ 2021, ບໍລິສັດ NVIDIA ທີ່ເປັນບໍລິສັດໃຫຍ່ດ້ານເຄິ່ງຕົວນຳ, ບໍລິສັດ Microsoft ທີ່ເປັນບໍລິສັດໃຫຍ່ດ້ານຊອບແວ, ບໍລິສັດ Google ແລະວິສາຫະກິດອື່ນໆຂອງອາເມຣິກາຫຼາຍກວ່າ 20 ແຫ່ງໄດ້ເລີ່ມຕັດພະນັກງານອອກເປັນງວດ, ການເກີດສະພາບການດັ່ງກ່າວລ່ວນແຕ່ແມ່ນຍ້ອນລັດຖະບານອາເມຣິກາປະຕິບັດນະໂຍບາຍຍຸດຕິການສະໜອງຕໍ່ຈີນ.

ນອກນີ້, ເພື່ອຮັບມືກັບການສະກັດກັ້ນຂອງອາເມຣິກາ, ວິສາຫະກິດຈີນເລີ່ມໃຊ້ວິທີຕ່າງໆ ເຊັ່ນ: ຫັນມາຜະລິດຊິບດ້ວຍຕົນເອງ, ປ່ຽນວິສາຫະກິດຜູ້ສະໜອງ ແລະວິທີອື່ນໆ ເພື່ອແກ້ໄຂບັນຫາການສະໜອງຊິບບໍ່ພຽງພໍ. ພາຍໃຕ້ຄວາມກົດດັນຈາກອາເມຣິກາ, ເຕັກໂນໂລຊີຊິບຊັ້ນສູງຂອງຈີນກຳລັງໄດ້ຮັບການບຸກທະລຸຢ່າງບໍ່ຢຸດຢັ້ງ, ການອາໄສຊິບຂອງອາເມຣິກາກຳລັງຫຼຸດລົງຢ່າງບໍ່ຢຸດຢັ້ງເຊັ່ນກັນ. ໃນປີ 2022, ຈຳນວນການນຳເຂົ້າຊິບຂອງຈີນໄດ້ຫຼຸດລົງເກືອບ 100 ຕື້ແຜ່ນ ເຊິ່ງໄດ້ປ່ຽນທ່ວງທ່າຄວາມຕ້ອງການຕໍ່ການນຳເຂົ້າຊິບທີ່ເພີ່ມຂຶ້ນມາເປັນຫຼາຍປີຕິດຕໍ່ກັນ.

ໃນເດືອນກັນຍາປີ 2020, ທ່ານ Bill Gates ຜູ້ສ້າງຕັ້ງບໍລິສັດ Microsoft ເຄີຍໄດ້ຄັດຄ້ານການຍຸດຕິການສະໜອງຊິບຕໍ່ຈີນ ໂດຍເຫັນວ່າ: “ການຈຳກັດການສົ່ງອອກຊິບຢ່າງເສລີ ຈະເຮັດໃຫ້ອາເມຣິກາເສຍຕຳແໜ່ງປະກອບອາຊີບລາຍໄດ້ສູງຫຼາຍກວ່າເກົ່າ, ສ່ວນຢູ່ຈີນໄດ້ບັນລຸການກຸ້ມຕົນເອງເທື່ອລະກ້າວແລ້ວ.” ເບິ່ງຈາກສະພາບການໃນປັດຈຸບັນ, ຄຳຄາດຄະເນຂອງທ່ານ Bill Gates ໄດ້ກາຍເປັນຈິງແລ້ວ.

ຮູບແບບດຳເນີນງານແບບໂລກາພິວັດຂອງຊິບ ເປັນແຜນການແກ້ໄຂດີທີ່ສຸດໂດຍສະຫຼຸບຈາກບົດຮຽນຫຼາຍປີຂອງຕ່ອງໂສ້ອຸດສາຫະກຳຊິບ. ອາເມຣິກາປະຕິບັດມາດຕະການຍຸດຕິການສະໜອງຊິບເພື່ອສະກັດກັ້ນຈີນ ໃນທີ່ສຸດຈະທຳລາຍຜົນປະໂຫຍດຂອງອາເມຣິກາເອງ.