ທ່ານສີຈິ້ນຜິງພົບປະກັບທ່ານນາງອູຊູລາ ວອນເດີເລເຢນ ປະທານຄະນະກຳມາທິການສະຫະພາບເອີຣົບ

2023-04-07 10:16:51 cri



ຕອນບ່າຍວັນທີ 6 ເມສານີ້, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ພົບປະກັບທ່ານນາງ ອູຊູລາ ວອນເດີເລເຢັນ ປະທານຄະນະກຳມາທິການສະຫະພາບເອີຣົບຢູ່ຫໍສະພາປະຊາຊົນແຫ່ງຊາດທີ່ນະຄອນຫຼວງປັກກິ່ງ.

ທ່ານສີຈິ້ນຜິງກ່າວເນັ້ນໜັກວ່າ: ສອງຝ່າຍຈີນ-ເອີຣົບຄວນເພີ່ມທະວີການແລກປ່ຽນຄວາມເຫັນກັນ, ສ້າງໃຫ້ມີຄວາມຮັບຮູ້ເຊິ່ງກັນແລະກັນຢ່າງຖືກຕ້ອງ, ຫຼີກລ່ຽງຄວາມເຂົ້າໃຈຜິດແລະການຕີລາຄາຢ່າງຜິດພາດ. ຈີນ-ເອີຣົບຄວນສຸມໃສ່ການຮ່ວມມືເພື່ອໃຫ້ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ, ສະໜັບສະໜູນເສດຖະກິດໂລກາພິວັດ, ການຄ້າຫັນເປັນແບບເສລີ, ລົງເລິກສົນທະນາແລະແລກປ່ຽນຄວາມເຫັນກ່ຽວກັບບັນຫາທີ່ມີຢູ່ໃນການຮ່ວມມືດ້ານເສດຖະກິດການຄ້າ, ຜ່ານຈາກການເປິກສາຫາລືກັນເພື່ອບັນລຸແຜນການທີ່ທັງສອງຝ່າຍສາມາດຮັບເອົາໄດ້. ຈີນເປັນຄູ່ຮ່ວມທີ່ສຳຄັນຂອງເອີຣົບໃນການແກ້ໄຂສິ່ງທ້າທາຍຕ່າງໆເປັນຕົ້ນແມ່ນພະລັງງານ, ໄພເງິນເຟີ້ ແລະອື່ນໆ, ກໍຄືຍົກສູງກຳລັງດ້ານການແຂ່ງຂັນ, ຝ່າຍຈີນຍິນດີຕ້ອນຮັບຝ່າຍເອີຣົບສືບຕໍ່ຮ່ວມກັນຊົມໃຊ້ໝາກຜົນຈາກການພັດທະນາຂອງຈີນ. ຈີນເສີມຂະຫຍາຍສາຍພົວພັນສອງຝ່າຍກັບປະເທດໃດກໍຕາມກໍລ້ວນແຕ່ຈະບໍ່ແນໃສ່, ບໍ່ອີງອາໄສແລະບໍ່ຖືກຄວບຄຸມຈາກຝ່າຍທີສາມ. ສອງຝ່າຍຈີນ-ເອີຣົບຄວນກ້າປະເຊີນກັບຄວາມແຕກຕ່າງກັນໂດຍກົງ, ຄຸ້ມຄອງແລະຄວບຄຸມຄວາມເຫັນທີ່ຂັດແຍ້ງກັນ, ເຄົາລົບເຊິ່ງກັນແລະກັນ. ຫວັງວ່າ ຄະນະກຳມາທິການສະຫະພາບເອີຣົບຈະສຸມໃສ່ຜົນປະໂຫຍດທີ່ເປັນພື້ນຖານແລະຍາວນານຂອງສະຫະພາບເອີຣົບ, ພິຈາລະນາຈາກສະພາບລວມຂອງສາຍພົວພັນຈີນ-ເອີຣົບ, ເສີມຂະຫຍາຍບົດບາດທີ່ຕັ້ງໜ້າເຂົ້າໃນການພັດທະນາສາຍພົວພັນຈີນ-ເອີຣົບຢ່າງປອດໃສແລະໝັ້ນທ່ຽງ.



  ທ່ານນາງ ອູຊູລາ ວອນເດີເລເຢນ ກ່າວວ່າ: ເອີຣົບ-ຈີນມີຄວາມຮັບຮູ້ທີ່ເປັນເອກະພາບກັນຫຼາຍຢ່າງໃນການຮັບມືກັບສິ່ງທ້າທາຍໃນທົ່ວໂລກເຊັ່ນ ການປ່ຽນແປງຂອງດິນຟ້າອາກາດ ແລະການແກ້ໄຂບັນຫາຄວາມຂັດແຍ້ງໃນພາກພື້ນດ້ວຍວິທີທາງການເມືອງ, ສອງຝ່າຍຄວນສຸມຄວາມພະຍາຍາມຮ່ວມກັນເພື່ອປະກອບສ່ວນເຂົ້າໃນການປົກປັກຮັກສາສັນຕິພາບແລະສະຖຽນລະພາບຂອງໂລກ. ຝ່າຍສະຫະພາບເອີຣົບແມ່ນບໍ່ເຫັນດີນຳການໃຊ້ມາດຕະການຕັດສາຍພົວພັນກັນແຕ່ປະການໃດເລີຍ, ຫວັງຢາກເພີ່ມທະວີການໄປມາຫາສູ່ກັນແລະສົນທະນາກັນກັບຝ່າຍຈີນ, ຈັດຕັ້ງປະຕິບັດກົນໄກສົນທະນາສາມຢ່າງຄືນໃໝ່ໂດຍໄວ ແລະດຳເນີນ ການຮ່ວມມືແບບຕ່າງຝ່າຍຕ່າງມີຜົນປະໂຫຍດຫຼາຍກວ່າເກົ່າ.

   ທ່ານນາງ ອູຊູລາ ວອນເດີເລເຢນຍັງເນັ້ນໜັກຄືນວ່າ: ສະຫະພາບເອີຣົບບໍ່ມີເຈຕະນາທີ່ຈະປ່ຽນແປງນະໂຍບາຍປະເທດຈີນດຽວທີ່ໄດ້ປະຕິບັດມາເປັນເວລາຍາວນານແລ້ວ, ແລະຮັບຮອງວ່າ ລັດຖະບານ ສາທາລະນະລັດ ປະຊາຊົນຈີນເປັນລັດຖະບານທີ່ຕາງໜ້າໃຫ້ທົ່ວປະເທດຈີນທີ່ຖືກຕ້ອງຕາມກົດໝາຍພຽງໜຶ່ງດຽວ, ພ້ອມທັງຫວັງໃຫ້ເຂດຊ່ອງແຄບໄຕ້ຫວັນຮັກສາສັນຕິພາບແລະສະຖຽນລະພາບ.