ທ່ານສີຈິ້ນຜິງແລະທ່ານເອັມມານູເອວ ມາຄຣົງຈັດການພົບປະບໍ່ເປັນທາງການຢູ່ນະຄອນກວາງໂຈ່ວ

2023-04-08 14:55:58 cri



ຕອນບ່າຍວັນທີ 7 ເມສານີ້, ທ່ານສີຈິ້ນຜິງ ປະທານປະເທດຈີນແລະທ່ານເອັມມານູເອວ ມາຄຣົງ ປະທານາທິບໍດີຝຣັ່ງໄດ້ຈັດການພົບປະບໍ່ເປັນທາງການຢູ່ນະຄອນກວາງໂຈ່ວແຂວງກວາງຕຸ້ງ ປະເທດຈີນ.



 ໂອກາດນີ້, ທ່ານສີຈິ້ນຜິງໄດ້ແຈ້ງໃຫ້ທ່ານມາຄຣົງຮັບຮູ້ກ່ຽວກັບລັກສະນະທາດແທ້ແລະເນື້ອໃນສຳຄັນຕົ້ນຕໍຂອງຄວາມທັນສະໄໝແບບຈີນ, ໂດຍໄດ້ເນັ້ນໜັກວ່າ: ຈີນກຳລັງຊຸກຍູ້ຂະບວນການຄວາມທັນສະໄໝແບບຈີນຢ່າງຮອບດ້ານ, ນີ້ຄືທິດສະດີແລະພຶດຕິກຳກ່ຽວກັບຄວາມທັນສະໄໝສັງຄົມນິຍົມທີ່ມີສີສັນພິເສດຂອງຈີນທີ່ສອດຄ່ອງກັບກົດເກນທົ່ວໄປຂອງຄວາມທັນສະໄໝທັງມີເອກະລັກພິເສດ ເຊິ່ງຜ່ານຈາກການປະຕິຮູບ,ເປີດປະຕູສູ່ພາຍນອກແລະການພັດທະນາດ້ວຍການປະດິດສ້າງມາຫຼາຍຄັ້ງຈິ່ງຄ່ອຍໆກຳເນີດເກີດຂຶ້ນຢູ່ຈີນ. ພວກເຮົາມີຄວາມໝັ້ນໃຈຢ່າງເຕັມປ່ຽມຕໍ່ການພັດທະນາຂອງຈີນໃນອະນາຄົດ. ຍິນດີຕ້ອນຮັບຝຣັ່ງຕັ້ງໜ້າເຂົ້າຮ່ວມງານຕະຫຼາດນັດສິນຄ້າຂາເຂົ້າຂາອອກກວາງໂຈ່ວ, ງານວາງສະແດງສິນຄ້ານຳເຂົ້າສາກົນຈີນຊຽງໄຮ້, ງານຕະຫຼາດນັດການຄ້າການບໍລິການສາກົນຈີນ, ເພື່ອບຸກເບີກຕະຫຼາດຈີນຕື່ມອີກ.



ທ່ານມາຄຣົງກ່າວວ່າ: ມິດຕະພາບທີ່ແທ້ຈິງແມ່ນເຂົ້າໃຈແລະເຄົາລົບເຊິ່ງກັນແລະກັນ. ຝ່າຍຝຣັ່ງຍ້ອງຍໍຊົມເຊີຍຝ່າຍຈີນທີ່ສະໜັບສະໜູນຝຣັ່ງແລະເອີຣົບໃນການຍຶດໝັ້ນເອກະລາດ,ເປັນເຈົ້າຕົນເອງແລະສາມັກຄີເປັນເອກະພາບກັນຢ່າງສະເໝີຕົ້ນສະເໝີປາຍ, ຝ່າຍຝຣັ່ງຍິນດີຮ່ວມກັບຝ່າຍຈີນເຄົາລົບເຊິ່ງກັນແລະກັນໃນຜົນປະໂຫຍດແກນກາງຂອງກັນເຊັ່ນອະທິປະໄຕແລະຜືນແຜ່ນດິນອັນຄົບຖ້ວນເປັນຕົ້ນ, ເພີ່ມທະວີການຮ່ວມມືດ້ານອຸດສາຫະກຳເຕັກໂນໂລຊີ, ເປີດຕະຫຼາດຕໍ່ກັນ, ເພີ່ມທະວີການຮ່ວມມືດ້ານວິທະຍາສາດເຕັກນິກເຊັ່ນປັນຍາປະດິດແລະອື່ນໆ, ເພື່ອປະກອບສ່ວນເຂົ້າໃນການພັດທະນາໃຫ້ຈະເລີນຂອງແຕ່ລະປະເທດ.

ນອກນີ້, ສອງປະເທດໄດ້ອອກຖະແຫຼງການຮ່ວມລະຫວ່າງຈີນ-ຝຣັ່ງ.