ປະທານາທິບໍດີຝຣັ່ງກ່າວວ່າ: ເອີຣົບຕ້ອງມີຄວາມສາມາດໃນການເລືອກຄູ່ຮ່ວມມືຂອງຕົນຢ່າງເປັນເຈົ້າການ ແລະເອກະລາດ

2023-04-12 16:28:28 cri

ຕອນບ່າຍວັນທີ 11 ເມສານີ້ຕາມເວລາທ້ອງຖິ່ນ, ທ່ານເອມມານູເອນ ມາຄຣົງ ປະທານາທິບໍດີຝຣັ່ງໄດ້ກ່າວປາຖະກະຖາໃນໄລຍະຢ້ຽມຢາມໂຮນລັງ. ທ່ານ ເອມມານູເອນ ມາຄຣົງ ເນັ້ນໜັກວ່າ: ເອີຣົບຄວນຮັກສາການເປີດປະຕູສູ່ພາຍນອກ ພ້ອມທັງຮັກສາອະທິປະໄຕດ້ານເສດຖະກິດຂອງເອີຣົບ, ມີແຕ່ເຮັດແນວນີ້ ຈຶ່ງສາມາດເລືອກຄູ່ຮ່ວມມືຂອງຕົນຢ່າງເປັນເຈົ້າການ ແລະເອກະລາດ ແລະໃຫ້ຊາວເອີຣົບກຳຊາຕາກຳຂອງຕົນ. ຄວາມເປັນເອກະລາດ ແລະຄວາມເປັນເຈົ້າການມີຄວາມສຳຄັນເປັນຢ່າງຍິ່ງຕໍ່ເອີຣົບ, ເອີຣົບຄວນຮັກສາຮູບແບບການພັດທະນາຂອງຕົນ ແລະບໍ່ອາໄສ ແລະຂຶ້ນກັບປະເທດອື່ນ.