ສະ​ບາຍ​ດີ​ປີ​ໃໝ່​ລາວ

2023-04-12 16:22:23 cri

ບຸນຫົດນ້ຳ ຫຼື ວ່າ ຕຸດສົງການ ແມ່ນໜຶ່ງໃນບຸນປະເພນີສຳຄັນທີ່ສຸດສຳລັບປະຊາຊົນລາວບັນດາເຜົ່າ ແລະ ບຸນຫົດນ້ຳກໍແມ່ນບຸນປີໃໝ່ຂອງເຜົ່າລື້ຢູ່ຈີນ, ປະຊາຊົນສອງປະເທດມີການສະເຫຼີມສະໜອງຢ່າງຄຶກຄື້ນມ່ວນຊື່ນ ເຊິ່ງໄດ້ສະແດງໃຫ້ເຫັນວ່າ: ໃນຊູ່ມື້ນີ້, ຊາຕາກຳ ແລະ ອະນາຄົດຂອງປະເທດຕ່າງໆແມ່ນພົວພັນກັນຢ່າງໃກ້ຊິດ, ອະລິຍະທຳຕ່າງໆຢູ່ຮ່ວມກັນ ແລະ ແລກປ່ຽນກັນ, ສິ່ງນີ້ມີບົດບາດສຳຄັນທີ່ບໍ່ມີອັນໃດປ່ຽນແທນໄດ້ໃນການຊຸກຍູ້ຂະບວນການຫັນເປັນທັນສະໄໝຂອງສັງຄົມມະນຸດ ແລະເຮັດໃຫ້ສວນດອກໄມ້ແຫ່ງອະລິຍະທຳໂລກມີຄວາມຈະເລີນຮຸ່ງເຮືອງ.