ຂະບວນລົດໄຟແຊ່ເຢັນຂ້າມຊາດແບບບໍ່ມີຄົນເຝົ້າຍາມໄດ້ຊ່ວຍການຂົນສົ່ງໝາກໄມ້ຂອງອາຊີຕາເວັນອອກສຽງໃຕ້

2023-04-12 11:08:02 cri

ວັນທີ 11 ເມສານີ້, ຂະບວນລົດໄຟແຊ່ເຢັນຂ້າມຊາດແບບບໍ່ມີຄົນເຝົ້າຍາມຖ້ຽວ 24510 ທີ່ບັນຈຸໝາກຖົ່ວລຽນ, ໝາກມັງຄຸດ ແລະໝາກໄມ້ເຂດຮ້ອນຊະນິດອື່ນໆ 212 ໂຕນ ໄດ້ເດີນທາງໄປເຖິງສູນຈໍລະຈອນສິນຄ້າທີ່ດ່ານຜີງສຽງຂອງກຸ່ມບໍລິສັດທາງລົດໄຟແຫ່ງຊາດຈີນ ແລະຈະຈຳໜ່າຍໝາກໄມ້ເຫຼົ່ານີ້ໄປທົ່ວປະເທດຈີນ, ສ່ວນການຄ້າໝາກໄມ້ອາຊີຕາເວັນອອກສຽງໃຕ້ ກໍໄດ້ຕ້ອນຮັບກະແສຂົນສົ່ງທີ່ຄຶກຄັກໃນປີນີ້.

ການຂົນສົ່ງສິນຄ້າປະເພດສົດໄລຍະໄກມີບັນຫາຮັກສາຄວາມສົດໄດ້ຍາກ, ເພື່ອຍົກສູງປະສິດທິພາບຂອງການຂົນສົ່ງໝາກໄມ້ນຳເຂົ້າ, ກຸ່ມບໍລິສັດທາງລົດໄຟແຫ່ງຊາດຈີນສາຂາໜານໜິງໄດ້ນຳສະເໜີຂະບວນລົດໄຟແຊ່ເຢັນແບບບໍ່ມີຄົນເຝົ້າຍາມ “8+1” ໃນເດືອນສິງຫາປີ 2022 ແລະໄດ້ດຶງດູດວິສາຫະກິດຈຳນວນບໍ່ໜ້ອຍ ເຊິ່ງໄດ້ຫຼຸດເວລາຜ່ານດ່ານຕື່ມອີກ ໃນຂະນະທີ່ຮັບປະກັນຄຸນນະພາບຂອງໝາກໄມ້, ນີ້ໄດ້ຍົກສູງປະສິດທິພາບ ແລະປະສິດທິຜົນຂອງຕ່ອງໂສ້ການສະໜອງຂອງການຄ້າສາກົນ. ຂະບວນລົດໄຟແຊ່ເຢັນແບບບໍ່ມີຄົນເຝົ້າຍາມ “8+1” ປະກອບດ້ວຍຕູ້ແຊ່ເຢັນ 8 ຕູ້ ແລະຕູ້ຜະລິດໄຟຟ້າ 1 ຕູ້, ຕູ້ຜະລິດໄຟຟ້າສາມາດຜະລິດໄຟຟ້າສ້າງຄວາມເຢັນໃຫ້ກັບ ຕູ້ແຊ່ເຢັນ 8 ຕູ້ ເປັນເວລາ 300 ຊົ່ວໂມງ.