ເມື່ອປະເທດພວມພັດທະນາທີ່ໃຫຍ່ທີ່ສຸດຢູ່ຊີກໂລກຕາເວັນອອກ ແລະ ຊີກໂລກຕາເວັນຕົກຈັບມືກັນອີກເທື່ອໜຶ່ງ

2023-04-12 15:43:02 CRI

ຈີນ ແລະ ບຣາຊິນ ຕ່າງແມ່ນປະເທດພວມພັດທະນາທີ່ໃຫຍ່ທີ່ສຸດຢູ່ຊີກໂລກຕາເວັນອອກ ແລະ ຊີກໂລກຕາເວັນຕົກ. ຄຽງຄູ່ກັບທ່ານລູລາ ດາ ຊິວວາ ປະທານາທິບໍດີບຣາຊິນໄດ້ເດີນທາງມາຢ້ຽມຢາມຈີນໃນວັນທີ 12 ເມສານີ້, ສອງປະເທດໃຫຍ່ທີ່ຈະເລີນໃໝ່ ທີ່ຢູ່ໄກແສນໄກ ຈະຈັບມືກັນອີກເທື່ອໜຶ່ງ.


ເວົ້າສຳລັບປະຊາຊົນຈີນແລ້ວ, ທ່ານລູລາ ດາ ຊິວວາເປັນເພື່ອນເກົ່າ. ໃນເວລາທ່ານລູລາ ດາ ຊິວວາດຳລົງຕຳແໜ່ງປະທານາທິບໍດີບຣາຊິນຊຸດກ່ອນ, ການພົວພັນຈີນ ແລະ ບຣາຊິນໄດ້ຂະຫຍາຍຕົວຢ່າງວ່ອງໄວ. ຈີນໄດ້ກາຍເປັນຄູ່ການຄ້າໃຫຍ່ອັນດັບ 1 ຂອງບຣາຊິນໃນປີ 2009 ແລະ ໄດ້ຄອງຖານະດັ່ງກ່າວເປັນເວລາ 14 ປີລຽນຕິດຈົນມາເຖິງປັດຈຸບັນ. ບຣາຊິນເປັນປະເທດທຳອິດໃນພາກພື້ນອາເມຣິກາລາຕິນ ທີ່ມີຍອດມູນຄ່າການຄ້າກັບຈີນຫຼາຍກວ່າ 100 ຕື້ໂດລາ.


ຫົວຂໍ້ເສດຖະກິດເປັນວຽກງານຈຸດສຸມໃນການຢ້ຽມຢາມຂອງທ່ານລູລາ ດາ ຊິວວາເທື່ອນີ້. ປັດຈຸບັນ, ບຣາຊິນປະເຊີນກັບວຽກງານທີ່ໜັກໜາໃນການຟື້ນຟູເສດຖະກິດພາຍຫຼັງການແພ່ລະບາດຂອງພະຍາດໂຄວິດ-19, ທ່ານລູລາ ດາ ຊິວວາສຸມໃສ່ຊຸກຍູ້ “ການຫັນເປັນອຸດສາຫະກຳອີກຄັ້ງໃໝ່” ຂອງບຣາຊິນ. ສ່ວນຈີນກໍພວມຊຸກຍູ້ການພັດທະນາຢ່າງມີຄຸນນະພາບສູງ ແລະ ການເປີດປະຕູສູ່ພາຍນອກທີ່ມີລະດັບສູງ ເຊິ່ງຈະສ້າງໂອກາດຮ່ວມມືແບບຕ່າງຝ່າຍຕ່າງມີຜົນປະໂຫຍດ ໃຫ້ແກ່ບັນດາປະເທດໃນໂລກ ເຊິ່ງລວມທັງບຣາຊິນ.


ການຮ່ວມມືດ້ານວິທະຍາສາດເຕັກໂນໂລຊີເປັນອີກເສົາຄ້ຳສຳຄັນໃນການຮ່ວມມືລະຫວ່າງຈີນ-ບຣາຊິນ. ໃນນັ້ນ, ໂຄງການດາວທຽມຊັບພະຍາກອນໜ່ວຍໂລກຈີນ-ບຣາຊິນ ຖືກເອີ້ນວ່າເປັນ “ແບບຢ່າງຂອງການຮ່ວມມືໃຕ້-ໃຕ້” ເຊິ່ງຈະເປັນແບບຢ່າງໃຫ້ແກ່ການທຳລາຍການຜູກຂາດດ້ານເຕັກນິກຂອງປະເທດທີ່ພັດທະນາແລ້ວ.


ວົງການພາຍນອກໄດ້ເອົາໃຈໃສ່ເປັນຢ່າງສູງຕໍ່ການຢ້ຽມຢາມຈີນຂອງທ່ານລູລາ ດາ ຊິວວາໃນຄັ້ງນີ້ ແລະ ເຊື່ອໝັ້ນວ່າ: ໂດຍຢູ່ພາຍໃຕ້ການຊີ້ນຳນຳພາຂອງປະມຸກລັດສອງປະເທດ, ການຮ່ວມມືບົນຈິດໃຈມິດຕະພາບແລະຕ່າງຝ່າຍຕ່າງມີຜົນປະໂຫຍດໃນຂົງເຂດຕ່າງໆລະຫວ່າງຈີນ-ບຣາຊິນ ຈະມີຄຸນນະພາບສູງກວ່າເກົ່າ ແລະ ກ້າວຂຶ້ນສູ່ລະດັບໃໝ່ ພ້ອມທັງຈະປະກອບສ່ວນໃໝ່ ເພື່ອຊຸກຍູ້ສະຖຽນລະພາບ ແລະ ຄວາມຈະເລີນຮຸ່ງເຮືອງຂອງພາກພື້ນ ກໍຄືຂອງໂລກ.