RCEP ເກີດຜົນບັງຄັບໃຊ້ຢ່າງຮອບດ້ານ ຈະຊ່ວຍຊຸກຍູ້ການພັດທະນາເສດຖະກິດທົ່ວໂລກໃຫ້ຈະເລີນຮຸ່ງເຮືອງ

2023-04-13 15:13:22 CRI

ວັນທີ 12 ເມສານີ້, ກະຊວງການຄ້າຈີນແຈ້ງຂ່າວວ່າ: ສັນຍາວ່າດ້ວຍການພົວພັນຄູ່ຮ່ວມເສດຖະກິດຮອບດ້ານໃນພາກພື້ນ ຫຼື RCEP ຈະເລີ່ມມີຜົນບັງຄັບໃຊ້ຕໍ່ຟີລິບປິນຢ່າງເປັນທາງການ ເມື່ອວັນທີ 2 ມິຖຸນາໜ້ານີ້. ເມື່ອຮອດເວລານັ້ນ, RCEP ຈະມີຜົນບັງຄັບໃຊ້ຢ່າງຮອບດ້ານຕໍ່ 15 ປະເທດສະມາຊິກ, ເຂດການຄ້າເສລີທີ່ໃຫຍ່ທີ່ສຸດໃນໂລກ ຈະກ້າວເຂົ້າສູ່ໄລຍະໃໝ່ແຫ່ງການປະຕິບັດຢ່າງຮອບດ້ານ.


ຕາມຂ່າວແຈ້ງວ່າ: ຈີນເປັນຄູ່ການຄ້າໃຫຍ່ອັນດັບ 1, ແຫຼ່ງນຳເຂົ້າໃຫຍ່ອັນດັບ 1 ແລະ ຕະຫຼາດສົ່ງອອກໃຫຍ່ອັນດັບ 3 ຂອງຟີລິບປິນ. ພາຍຫຼັງ RCEP ມີຜົນບັງຄັບໃຊ້ຕໍ່ຟີລິບປິນຢ່າງເປັນທາງການແລ້ວ, ໃນຂົງເຂດການຄ້າສິນຄ້າປະເພດຈັບຕ້ອງໄດ້, ບົນພື້ນຖານເຂດການຄ້າເສລີຈີນ-ອາຊຽນແລ້ວ, ຟີລິບປິນຈະບໍ່ຕ້ອງເສຍພາສີ ໃນເວລາສົ່ງອອກລົດ ແລະ ຊິ້ນສ່ວນລົດ, ຜະລິດຕະພັນປລາສຕິກບາງສ່ວນ, ເຄື່ອງນຸ່ງຫົ່ມແລະແຜ່ນແພ, ເຄື່ອງປັບອາກາດ ແລະ ຈັກສັກເຄື່ອງເປັນຕົ້ນ.


ໃນຂົງເຂດການບໍລິການ ແລະ ການລົງທຶນ, ຟີລິບປິນໃຫ້ຄຳໝັ້ນສັນຍາຈະເປີດຕະຫຼາດພາກສ່ວນບໍລິການ 100 ກວ່າພາກສ່ວນ, ຈະເປີດຂົງເຂດການຂົນສົ່ງທາງທະເລ ແລະ ການບໍລິການດ້ານການຂົນສົ່ງທາງອາກາດ ພ້ອມທັງໄດ້ໃຫ້ຄຳໝັ້ນສັນຍາທີ່ແນ່ນອນກວ່າເກົ່າຕໍ່ນັກທຸລະກິດຕ່າງປະເທດ ໃນຂົງເຂດການຄ້າ, ໂທລະຄົມ, ການຈັດຈຳໜ່າຍ, ການທະນາຄານ, ກະສິກຳ ແລະ ອຸດສາຫະກຳການຜະລິດ.