ຄວາມລັບຖືກເປີດເຜີຍ ອາເມຣິກາຄວນເວົ້າແກ້ຕົວແນວໃດຕໍ່ພັນທະມິດ?

2023-04-13 15:18:24 CRI

ເລີ່ມແຕ່ຕົ້ນເດືອນມີນາປີນີ້ ຫຼືຢູ່ກ່ອນກວ່ານີ້ອີກ, ທາງອິນເຕີເນັດກໍເລີ່ມມີເອກະສານຂ່າວລັບທາງການທະຫານ ທີ່ມີລະດັບຄວາມລັບສູງຂອງອາເມຣິກາຮົ່ວໄຫຼຕາມໆກັນເປັນຈຳນວນຫຼວງຫຼາຍ, ມີເຖິງ 100 ກວ່າສະບັບ; ມີເນື້ອໃນທີ່ພົ້ນເດັ່ນ ໂດຍໄດ້ພົວພັນເຖິງລັດຖະບານອາເມຣິກາແຊກແຊງເຂົ້າໃນການປະທະກັນລະຫວ່າງຣັດເຊຍ-ອູແກຣນຢ່າງເລິກເຊິ່ງ, ຕິດຕາມ ແລະ ດັກຟັງເຈົ້າໜ້າທີ່ຂັ້ນສູງຂອງອູແກຣນ, ສ.ເກົາຫຼີ ແລະ ອິສລາແອນຢ່າງໃກ້ຊິດແລະຕໍ່ເນື່ອງ. ເມື່ອໄດ້ເຜີຍແຜ່ມາເປັນເວລາເດືອນປາຍ, ບັນຫາດັ່ງກ່າວຂອງທຳນຽບ 5 ແຈຂອງອາເມຣິກາ ໄດ້ກາຍເປັນບັນຫາທີ່ທົ່ວໂລກຮັບຮູ້ໂດຍທົ່ວໄປ ແລະ ກາຍເປັນເຫດການທີ່ໜັກໜ່ວງທີ່ສຸດ ນັບແຕ່ເກີດເຫດການເປີດເຜີຍຄວາມລັບທາງວີກີລີກສເມື່ອປີ 2013.

ຫຼາຍສິບປີມານີ້, ອາເມຣິກາໄດ້ດຳເນີນການດັກຟັງຕໍ່ພັນທະມິດໂດຍບໍ່ມີການຈຳແນກ ເຊິ່ງເປັນຄວາມລັບທີ່ຊາວໂລກຮູ້ກັນທົ່ວໄປ, ແຕ່ເຫດການທີ່ເກີດຂຶ້ນຫຼ້າສຸດນີ້, ຍັງໄດ້ເຮັດໃຫ້ພັນທະມິດຂອງອາເມຣິກາເສຍໃຈເປັນຢ່າງຍິ່ງ. ຈາກຂໍ້ມູນເຫຼົ່ານີ້ຈະສາມາດເຫັນໄດ້ວ່າ: ອາເມຣິກາໄດ້ແຊກແຊງເຂົ້າໃນການປະທະກັນລະຫວ່າງຣັດເຊຍ-ອູແກຣນ ແລະ ຄວບຄຸມທຳທາງການຜັນແປຂອງສະຖານະການ; ອາເມຣິກາບໍ່ເຊື່ອໃຈປະເທດໃດເລີຍ ລວມທັງພັນທະມິດຂອງເຂົາ. ບໍ່ວ່າຜູ້ນຳປະເທດພັນທະມິດ, ຫຼືວ່າການຜັນແປຂອງສົງຄາມ, ລ້ວນແຕ່ແມ່ນໝາກເດີນບົນກະດານລັດທິເຈົ້າອຳນາດຂອງອາເມຣິກາຊື່ໆ. ຄົນທັງລາຍກໍໄດ້ຄິດເຖິງຄຳເວົ້າຂອງທ່ານແຮນຣີ ກີຊິນເກີທີ່ວ່າ: “ຖ້າເປັນສັດຕູຂອງອາເມຣິກາ, ຈະເປັນເລື່ອງທີ່ອັນຕະລາຍທີ່ສຸດ; ແຕ່ຖ້າເປັນພັນທະມິດຂອງອາເມຣິກາ, ຈະເປັນເລື່ອງທີ່ມີອັນຕະລາຍເຖິງແກ່ຊີວິດ.”