ບໍລິສັດກາເຟຍີ່ຫໍ້ດັງຂອງອິນໂດເນເຊຍມີຄວາມເຫັນໄປໃນແງ່ດີຕໍ່ຄວາມສາມາດບົ່ມຊ້ອນຂອງຕະຫຼາດຈີນ

2023-04-14 10:57:38 CRI

ງານວາງສະແດງເຄື່ອງອຸປະໂພກ-ບໍລິໂພກສາກົນຈີນໄດ້ກາຍເປັນຊ່ອງທາງສຳຄັນສຳລັບວິສາຫະກິດປະເທດຕ່າງໆຊົມໃຊ້ໂອກາດການພັດທະນາຮ່ວມກັນຂອງຈີນ, ກຸ່ມບໍລິສັດ Kapal api ທີ່ເປັນບໍລິສັດກາເຟໃຫຍ່ທີ່ສຸດຂອງອິນໂດເນເຊຍໄດ້ເຂົ້າຮ່ວມງານວາງສະແດງເປັນຄັ້ງທຳອິດ ແລະ ມີຄວາມເຫັນໄປໃນແງ່ດີຕໍ່ຕະຫຼາດການບໍລິໂພກ ແລະ ຄວາມສາມາດບົ່ມຊ້ອນດ້ານການບໍລິໂພກອັນແຂງແຮງຂອງຈີນ.


ປັດຈຸບັນ, ບໍລິສັດດັ່ງກ່າວໄດ້ເປີດທຸລະກິດຈຳໜ່າຍກາເຟຢູ່ຮ້ານສັບພະສິນຄ້າເກືອບ 3.000 ແຫ່ງຂອງຈີນ ແລະ ໄດ້ເປີດຮ້ານຂາຍກາເຟຍີ່ຫໍ້ສະເພາະຕົນຢູ່ນະຄອນຊຽງໄຮ້. ເພື່ອບຸກເບີກຕະຫຼາດຈີນໄດ້ດີກວ່າເກົ່າ, ບໍລິສັດດັ່ງກ່າວຍັງໄດ້ເຜີຍແຜ່ຜະລິດຕະພັນຕ່າງໆ ທີ່ຮັບໃຊ້ຕະຫຼາດຈີນເປັນການສະເພາະ ເພື່ອຕອບສະໜອງຄວາມຕ້ອງການຂອງຜູ້ບໍລິໂພກຊາວຈີນ.


ເຈົ້າໜ້າທີ່ບໍລິສັດ Kapal api ກ່າວວ່າ: ພາຍໃຕ້ທ່ວງທ່າໃຫຍ່ທີ່ລະດັບການບໍລິໂພກໄດ້ຮັບການຍົກສູງຂຶ້ນ, ຕະຫຼາດຈີນເຕັມໄປດ້ວຍຄວາມສາມາດບົ່ມຊ້ອນອັນມະຫາສານ, ງານວາງສະແດງເຄື່ອງອຸປະໂພກ-ບໍລິໂພກສາກົນຈີນ ຈະນຳເອົາໂອກາດການຄ້າອັນໃຫຍ່ຫຼວງ ສຳລັບຍີ່ຫໍ້ຕ່າງປະເທດມາບຸກເບີກຕະຫຼາດຈີນ.