ທ່ານສີຈິ້ນຜິງລົງເຄື່ອນໄຫວຢ້ຽມຢາມແຂວງກວາງຕຸ້ງໂດຍເນັ້ນໜັກໃຫ້ລົງເລິກການປະຕິຮູບຢ່າງຮອບດ້ານແລະເປີດກວ້າງການເປີດປະຕູສູ່ພາຍນອກໃນລະດັບສູງຢ່າງເດັດດ່ຽວໜຽວແໜ້ນ

2023-04-15 12:37:23 cri



   ເມື່ອມໍ່ໆມານີ້, ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກກອມມູນິດຈີນ ປະທານປະເທດຈີນ ປະທານຄະນະກຳມະການການທະຫານສູນກາງຈີນໄດ້ລົງເຄື່ອນໄຫວຢ້ຽມຢາມແຂວງກວາງຕຸ້ງໂດຍທ່ານໄດ້ເນັ້ນໜັກວ່າ: ແຂວງກວາງຕຸ້ງເປັນຜູ້ນຳໜ້າ, ເປັນເຂດກ້າວໄປກ່ອນແລະເຂດທົດລອງໃນການປະຕິຮູບແລະເປີດປະຕູສູ່ພາຍນອກ ເຊິ່ງມີຖານະອັນສຳຄັນແລະມີບົດບາດອັນພົ້ນເດັ່ນໃນພາກສ່ວນໃຫຍ່ແຫ່ງການສ້າງສາຄວາມທັນສະໄໝແບບຈີນ. ສະນັ້ນ, ຕ້ອງມີຄວາມມຸ່ງໝັ້ນຕໍ່ເປົ້າໝາຍການສ້າງສາປະເທດໃຫ້ເຂັ້ມແຂງແລະຟື້ນຟູຄວາມຈະເລີນຮຸ່ງເຮືອງຂອງຊາດ, ປິ່ນອ້ອມໜ້າທີ່ສຳຄັນອັນດັບໜຶ່ງຄື ການພັດທະນາດ້ວຍຄຸນນະພາບສູງ ແລະໜ້າທີ່ຍຸດທະສາດແຫ່ງການສ້າງສະພາບການພັດທະນາແບບໃໝ່, ເພື່ອສືບຕໍ່ກ້າວເດີນຢູ່ແຖວໜ້າໃນທົ່ວປະເທດໃນດ້ານຕ່າງໆເຊັ່ນ: ລົງເລິກການປະຕິຮູບຢ່າງຮອບດ້ານ,ເປີດກວ້າງການເປີດປະຕູສູ່ພາຍນອກໃນລະດັບສູງ,ຍົກສູງຄວາມສາມາດເພິ່ງຕົນເອງ,ສ້າງຄວາມເຂັ້ມແຂງດ້ວຍຕົນເອງໃນດ້ານວິທະຍາສາດເຕັກນິກ, ກໍ່ສ້າງລະບົບອຸດສາຫະກຳທັນສະໄໝ, ຊຸກຍູ້ໃຫ້ຕົວເມືອງແລະຊົນນະບົດກໍຄືເຂດແຄວ້ນຕ່າງໆໃຫ້ພັດທະນາຢ່າງກົມກຽວເປັນຕົ້ນ ແລະກ້າວເດີນຢູ່ແຖວໜ້າໃນຂະບວນການຊຸກຍູ້ການສ້າງສາຄວາມທັນສະໄໝແບບຈີນ.