ສິບສອງພັ່ນນາຂອງຈີນສະຫຼອງບຸນຫົດນ້ຳ

2023-04-16 15:18:51 cri

ວັນທີ 15 ເມສານີ້, ຢູ່ສະໜາມຫົດນ້ຳ ນະຄອນຊຽງຮຸ່ງ ກິ່ງແຂວງປົກຄອງຕົນເອງເຜົ່າລື້ສິບສອງພັ່ນນາ ແຂວງຢູນນານ ປະເທດຈີນ ກຳລັງຈັດກິດຈະກຳຫົດນ້ຳ.

ໃນມື້ດັ່ງກ່າວ, ຢູ່ກິ່ງແຂວງປົກຄອງຕົນເອງເຜົ່າລື້ສິບສອງພັ່ນນາແຂວງຢູນນານປະເທດຈີນ ໄດ້ຈັດພິທີຕັກນ້ຳ ແລະກິດຈະກຳຫົດນ້ຳຂອງບຸນປີໃໝ່ຕາມຈັນທະຄະຕິເຜົ່າລື້, ປະຊາຊົນບັນດາເຜົ່າ ແລະນັກທ່ອງທ່ຽວຫຼາຍໝື່ນຄົນ ໄດ້ສົ່ງຄຳ ອວຍພອນເຊິ່ງກັນແລະກັນ ແລະສົ່ງຕໍ່ຄວາມມ່ວນຊື່ນດ້ວຍການຫົດນ້ຳກັນ.