ການຍົກະດັບຂອງການພົວພັນຄູ່ຮ່ວມຍຸດທະສາດຮອບດ້ານຈີນ-ອາຊຽນຢ່າງບໍ່ຢຸດຢັ້ງ ແລະກົນໄກການຮ່ວມມືຕ່າງໆ ເຮັດໃຫ້ການຄ້າຈີນ-ອາຊຽນມີຊີວິດຊີວານັບມື້ນັບຫຼາຍຂຶ້ນ

2023-04-17 16:54:00 cri

ຈີນ ແລະອາຊຽນໄດ້ຄອງຖານະເປັນຄູ່ການຄ້າໃຫຍ່ທີ່ສຸດຂອງກັນແລະກັນເປັນເວລາ 3 ປີລຽນຕິດແລ້ວ. ໃນໄຕມາດທຳອິດຂອງປີນີ້, ຍອດມູນຄ່າການຄ້າຈີນ-ອາຊຽນໄດ້ບັນລຸເຖິງ 1.560 ຕື້ໂດລາສະຫະລັດ ເຊິ່ງໄດ້ເພີ່ມຂຶ້ນ 16,1% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ, ສອງຝ່າຍສືບຕໍ່ເປັນຄູ່ການຄ້າໃຫຍ່ທີ່ສຸດຂອງກັນແລະກັນ. ການຄ້າຈີນ-ອາຊຽນສະແດງໃຫ້ເຫັນເຖິງຄວາມມີຊີວິດຊີວາ ແລະມີທ່ວງທ່າການພັດທະນາທີ່ຄຶກຄັກ.

ໃນຫວ່າງມໍ່ໆມານີ້, ທ່ານສູໜີງໜີງ ຜູ້ອຳນວຍການສະພາມົນຕີການຄ້າຈີນ-ອາຊຽນ ທັງເປັນປະທານຄະນະກຳມະການການຮ່ວມມືດ້ານອຸດສາຫະກຳ RCEP ໄດ້ໃຫ້ສຳພາດຕໍ່ນັກຂ່າວວ່າ: ການພົວພັນເສດຖະກິດການຄ້າຈີນ-ອາຊຽນໄດ້ພັດທະນາຢ່າງວ່ອງໄວ ແມ່ນໄດ້ຮັບຜົນປະໂຫຍດຈາກຈີນ ແລະອາຊຽນ ພ້ອມດ້ວຍປະເທດສະມາຊິກອາຊຽນ ທີ່ໄດ້ຮັດແໜ້ນ ແລະພັດທະນາສາຍພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານຢ່າງບໍ່ຢຸດຢັ້ງ, ໄດ້ຮັບຜົນປະໂຫຍດຈາກການສ້າງເຂດການຄ້າເສລີຈີນ-ອາຊຽນ, ໄດ້ຮັບຜົນປະໂຫຍດຈາກການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ທີ່ໄດ້ສ້າງພະລັງຊີວິດໃຫ້ກັບການພັດທະນາ ແລະຍັງໄດ້ຮັບຜົນປະໂຫຍດຈາກໂອກາດການພັດທະນາໃໝ່ທີ່ໄດ້ມາຈາກການມີຜົນບັງຄັບໃຊ້ຂອງສັນຍາວ່າດ້ວຍການພົວພັນຄູ່ຮ່ວມເສດຖະກິດຮອບດ້ານໃນພາກພື້ນ ຫຼື RCEP ແລະການເຊື່ອມໂຍງເຂົ້າກັນຂອງເສດຖະກິດພາກພື້ນ.

ໃນປີ 2003, ຈີນໄດ້ກາຍເປັນປະເທດໜຶ່ງໃນງວດທຳອິດທີ່ບໍ່ລວມເອົາປະເທດສະມາຊິກອາຊຽນ ທີ່ໄດ້ລົງລາຍເຊັນໃນສັນຍາການຮ່ວມມືໄມຕີຈິດມິດຕະພາບອາຊີຕາເວັນອອກສຽງໃຕ້. ໃນ 20 ປີທີ່ຜ່ານມາ,  ຈີນໄດ້ປະຕິບັດຕາມຫຼັກການຂອງສັນຍາດັ່ງກ່າວຢ່າງເຂັ້ມງວດ ແລະດຳເນີນການຮ່ວມມືທີ່ມີຄຸນນະພາບສູງໃນຫຼາຍດ້ານກັບອາຊຽນ. ພາຍໃຕ້ການກະຕຸກຊຸກຍູ້ຂອງສັນຍາ ແລະຂໍ້ລິເລີ່ມທີ່ກ່ຽວຂ້ອງ, ຈີນ ແລະອາຊຽນຈະເພີ່ມທະວີການຮ່ວມມື, ຮ່ວມກັນຮັບມືກັບຄວາມສ່ຽງ ແລະສິ່ງທ້າທາຍຕ່າງໆນານາ, ຍົກລະດັບການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານຈີນ-ອາຊຽນຂຶ້ນສູ່ລະດັບສູງກວ່າເກົ່າ.

ລະຫວ່າງວັນທີ 10 ຫາ 12 ເມສານີ້, ການເຈລະຈາຮອບທີ 2 ກ່ຽວກັບການຍົກລະດັບສັນຍາການຄ້າເສລີຈີນ-ອາຊຽນໃຫ້ເປັນສະບັບ 3,0 ໄດ້ຈັດຂຶ້ນຢູ່ນະຄອນຫຼວງບາງກອກ ປະເທດໄທ ໂດຍໄດ້ເປິກສາຫາລືປັດໄຈສຳຄັນຂອງສັນຍາການຄ້າເສລີພາຍຫຼັງໄດ້ຮັບການຍົກລະດັບ, ແຜນດຳເນີນງານຂອງຂອງການເຈລະຈາກ່ຽວກັບການຍົກລະດັບ ແລະອື່ນໆ, ສອງຝ່າຍຈະເປີດກວ້າງຕະຫຼາກຕື່ມອີກ.

ປິ 2023 ນີ້ ເປັນປີທີ່ທ່ານປະທານສີຈິ້ນຜິງສະເໜີຂໍ້ລິເລີ່ມ “ໜຶ່ງແລວໜຶ່ງເສັ້ນທາງ” ຄົບຮອບ 10 ປີ. ຈີນໄດ້ຖືອາຊຽນເປັນທິດທາງບຸລິມະສິດ ແລະຄູ່ຮ່ວມມືທີ່ສຳຄັນໃນການຊຸກຍູ້ການສ້າງ “ໜຶ່ງແລວໜຶ່ງເສັ້ນທາງ”, ຈະສືບຕໍ່ລົງເລິກການເຊື່ອມໂຍງເຂົ້າກັນລະຫວ່າງຂໍ້ລິເລີ່ມ “ໜຶ່ງແລວໜຶ່ງເສັ້ນທາງ” ກັບ “ແຜນລວມກ່ຽວກັບການເຊື່ອມໂຍງເຂົ້າກັນຂອງອາຊຽນ 2025” , ສືບຕໍ່ຮ່ວມກັນຊົມໃຊ້ໂອກາດໃໝ່ກັບປະເທດສະມາຊິກອາຊຽນ ທີ່ມາຈາກຄວາມເປັນທັນສະໄໝແບບຈີນ, ເຮັດໃຫ້  “ໜຶ່ງແລວໜຶ່ງເສັ້ນທາງ” ກາຍເປັນ “ແລວທາງແຫ່ງຄວາມສຳລານ” ທີ່ສ້າງຄວາມຜາສຸກໃຫ້ກັບຈີນ ແລະ 11 ປະເທດອາຊຽນ ແລະ “ເສັ້ນທາງແຫ່ງຄວາມສຸກ” ທີ່ສ້າງຜົນປະໂຫຍດໃຫ້ກັບປະຊາຊົນ 2 ຕື້ຄົນຂອງຈີນ ແລະອາຊຽນ.

ເມື່ອບໍ່ດົນມານີ້, ຟີລິບປີນໄດ້ຍື່ນເອກະສານຢືນຢັນເຂົ້າເປັນສະມາຊິກສັນຍາວ່າດ້ວຍການພົວພັນຄູ່ຮ່ວມເສດຖະກິດຮອບດ້ານໃນພາກພື້ນ ຫຼື RCEP ໃຫ້ແກ່ເລຂາທິການໃຫຍ່ອາຊຽນ, RCEP ຈະເລີ່ມມີຜົນບັງຄັບໃຊ້ຕໍ່ຟີລິບປີນນັບແຕ່ວັນທີ 2 ມິຖຸນາ 2023 ເປັນຕົ້ນໄປ. ນີ້ເປັນຂີດໝາຍສະແດງໃຫ້ເຫັນວ່າ: RCEP ຈະມີຜົນບັງຄັບໃຊ້ຕໍ່ 15 ປະເທດສະມາຊິກທັງໝົດຂອງສັນຍາດັ່ງກ່າວ.

ເມື່ອປະເຊີນໜ້າກັບການຜັນແປຢ່າງສັບສົນ ແລະສິ່ງທ້າທາຍທີ່ຂ້ຽວຂາດຂອງສະຖານະການພາກພື້ນ ແລະສາກົນ, ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານຈີນ-ອາຊຽນໄດ້ຮັບການຍົກສູງຂຶ້ນຢ່າງບໍ່ຢຸດຢັ້ງ, ຈີນ ແລະປະເທດສະມາຊິກອາຊຽນໄດ້ຊຸກຍູ້ການສ້າງສັນຍາການຄ້າເສລີຈີນ-ອາຊຽນສະບັບ 3,0 ຢ່າງຕັ້ງໜ້າ, ຮ່ວມມືກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ຢ່າງມີຄຸນນະພາບສູງ ແລະຮ່ວມກັນຊົມໃຊ້ຜົນປະໂຫຍດຈາກການສ້າງ RCEP , ການຄ້າລະຫວ່າງສອງຝ່າຍຈີນ-ອາຊຽນຍ່ອມຈະໄດ້ຮັບໝາກຜົນໃໝ່ແບບຕ່າງຝ່າຍຕ່າງມີຜົນປະໂຫຍດຢ່າງແນ່ນອນ, ພ້ອມທັງມີຜົນດີຕໍ່ການເຕີບໂຕຂອງເສດຖະກິດໂລກ ພ້ອມດ້ວຍສັນຕິພາບ ແລະສະຖຽນລະພາບຂອງພາກພື້ນເຊັ່ນກັນ.