ທ່ານຊິນກ່າງພົບປະກັບທ່ານສະເຫຼີມໄຊ ກົມມະສິດ

2023-04-18 11:58:33 cri


 

    ວັນທີ 17 ເມສານີ້, ທ່ານຊິນກ່າງ ທີ່ເປິກສາແຫ່ງລັດ ທັງເປັນລັດຖະມົນຕີກະຊວງການຕ່າງປະເທດຈີນໄດ້ພົບປະເຈລະຈາກັບທ່ານສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ທັງເປັນລັດຖະມົນຕີກະຊວງການຕ່າງປະເທດລາວທີ່ເດີນທາງມາຢ້ຽມຢາມຈີນ.

    ສອງຝ່າຍເຫັນດີເປັນເອກະພາບກັນວ່າຖືການທູດລະຫວ່າງປະມຸກລັດສອງປະເທດເປັນທິດທາງຊີ້ນຳນຳພາ, ນຳໜ້າຈັດຕັ້ງປະຕິບັດຂໍ້ລິເລີ່ມການພັດທະນທົ່ວໂລກ, ຂໍ້ລິເລີ່ມຄວາມໝັ້ນຄົງທົ່ວໂລກ ແລະຂໍ້ລິເລີ່ມອະລິຍະທຳທົ່ວໂລກໃນການຮ່ວມມືລະຫວ່າງສອງປະເທດ.

    ສອງຝ່າຍເຫັນດີເປັນເອກະພາບກັນຕື່ມອີກວ່າ: ຄວນຊຸກຍູ້ການສ້າງ 5 ບ້ານຮ່ວມກັນລະຫວ່າງຈີນ-ອາຊຽນ ຄື: ສັນຕິພາບ, ຄວາມສະຫງົບ, ຄວາມຈະເລີນຮຸ່ງເຮືອງ, ສວຍງາມ ແລະໄມຕີຈິດມິດຕະພາບ, ຊຸກຍູ້ໃຫ້ “ວິໄສທັດລະຫວ່າງອາຊຽນ-ອິນໂດ-ປາຊີຟິກ”ແລະຂໍ້ລິເລີ່ມ“ໜຶ່ງແລວໜຶ່ງເສັ້ນທາງ”ເຊື່ອມຈອດກັນ ແລະ ຍົກສູງລະດັບການຮ່ວມມືລະຫວ່າງຈີນ-ອາຊຽນ.