ທ່ານສະເຫຼີມໄຊ ກົມມະສິດ: ຄວາມທັນສະໄໝແບບຈີນໄດ້ກາຍເປັນຕົວແບບໃຫ້ແກ່ບັນດາປະເທດກໍາລັງພັດທະນາຢູ່ໃນໂລກ

2023-04-18 17:43:34 CRI

 

    ວັນທີ 17 ເມສານີ້ ທ່ານສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ທັງເປັນລັດຖະມົນຕີກະຊວງການຕ່າງປະເທດແຫ່ງ ສປປ ລາວ ທີ່ກຳລັງຢ້ຽມຢາມ ສປ ຈີນຢ່າງເປັນທາງການແລະໄດ້ໃຫ້ສຳພາດຕໍ່ນັກຂ່າວວິທະຍຸໂທລະພາບສູນກາງຈີນ ຫຼື CMG ທີ່ນະຄອນຫຼວງປັກກິ່ງ ໂດຍກ່າວວ່າ:ເສັ້ນທາງລົດໄຟລາວຈີນເປັນໝາກຜົນອັນພົ້ນເດັ່ນອັນໜຶ່ງໃນການຈັດຕັ້ງປະຕິບັດຂໍ້ລິເລີ່ມຂອງທ່ານສີຈິິ້ນຜິງ. ຄວາມທັນສະໄໝແບບຈີນໄດ້ກາຍເປັນຕົວແບບໃຫ້ແກ່ບັນດາປະເທດກໍາລັງພັດທະນາຢູ່ໃນໂລກ. ໃນເວລາຢ້ຽມຢາມຈີນຂອງທ່ານສະເຫຼີມໄຊ ກົມມະສິດ ພໍດີແມ່ນຖືກກັບກຸດສົງການ ບຸນປະເພນີທີ່ສຳຄັນທີ່ສຸດຂອງຊາດລາວ ເຊິ່ງໃນວັນທີ 13 ເມສານີ້, ເສັ້ນທາງລົດໄຟລາວຈີນ ໄດ້ເປີດການຂົນສົ່ງໂດຍສານສາກົນເປັນທາງການ, ເຮັດໃຫ້ປີໃໝ່ຂອງລາວປີນີ້ຕ່າງກັບແຕ່ກ່ອນຫຼາຍ ໂດຍທີ່ມີຜູ້ໂດຍສານສາກົນເຂົ້າມາທ່ຽວລາວຢ່າງຫຼວງຫຼາຍ.


    ທ່ານສະເຫຼີມໄຊກ່າວວ່າ: ເສັ້ນທາງລົດໄຟໄດ້ຊຸກຍູ້ໃຫ້ລາວພັດທະນາໄວຂຶ້ນ. “ໂຄງການນີ້ໄດ້ນຳເອົາຜົນປະໂຫຍດບໍ່ສະເພາະແຕ່ໄດ້ອຳນວຍຄວາມສະດວກໃນການຂົນສົ່ງສິນຄ້າ ບໍ່ແມ່ນແຕ່ລາວໄປຈີນ, ຍັງອຳນວຍຄວາມສະດວກໃນການຂົນສົ່ງສິນຄ້າຂອງປະເທດຕ່າງໆຢູ່ໃນພາກພື້ນອາຊີຕາເວັນອອກສຽງໃຕ້ກໍຄືປະເທດເພື່ອນບ້ານຂອງລາວໄດ້ສົ່ງສິນຄ້າຜ່ານລາວໄປຈີນ ພ້ອມດຽວກັນນັ້ນ ຍັງເປັນຊ່ອງທາງໃຫ້ແກ່ການເດີນທາງຂອງປະຊາຊົນທັງລາວທັງຈີນ. ລາວໄດ້ຖືກຍົກໃຫ້ເປັນປະເທດທີ່ສາມາດເຂົ້າເຖິງແຫຼ່ງທ່ອງທ່ຽວໄດ້ງ່າຍໃນ 25 ປະເທດຢູ່ໃນໂລກ, ເຊິ່ງອາຊຽນມີແຕ່ລາວ. ຍ້ອນຫຍັງຈິ່ງໄດ້ນາມມະຍົດນັ້ນ? ຍ້ອນມີເສັ້ນທາງລົດໄຟລາວ-ຈີນ” .



    ທ່ານສະເຫຼີມໄຊກ່າວວ່າ, ໂຄງການທາງລົດໄຟລາວ-ຈີນແມ່ນໄດ້ເກີດຂຶ້ນໂດຍພາຍໃຕ້ຂໍ້ລິເລີ່ມ “ໜຶ່ງແລວໜຶ່ງເສັ້ນທາງ”, ເຖິງວ່າຂໍ້ລິເລີ່ມດັ່ງກ່າວໄດ້ປະກາດມາພຽງແຕ່ 10 ປີເທົ່ານັ້ນ, ແຕ່ຊໍ້າພັດໄດ້ແຕກດອກອອກຜົນເລື້ອຍໆ. ທ່ານກ່າວຕື່ມວ່າ: “ຫຼາຍປະເທດໂດຍສະເພາະແມ່ນປະເທດກຳລັງພັດທະນາໃນໂລກ ທີ່ໄດ້ປະກອບສ່ວນເຂົ້າຮ່ວມໃນຂະບວນການຈັດຕັ້ງປະຕິບັດຂໍ້ລິເລີ່ມດັ່ງກ່າວແມ່ນໄດ້ຮັບໝາກຜົນຫຼາຍ ເຊິ່ງຝ່າຍລາວກໍຄອງຄອຍວ່າຈະໄດ້ສະເໜີໂຄງການທາງລົດໄຟລາວ-ຈີນທີ່ເປັນໂຄງການຕົວຢ່າງທີ່ດີໃນຂອບໜຶ່ງແລວໜຶ່ງເສັ້ນທາງໃຫ້ກັບທົ່ວໂລກໃນກອງປະຊຸມທີ່ກ່ຽວຂ້ອງ”.


    ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 20 ຂອງພັກຄອມມູນິດຈີນທີ່ຈັດຂຶ້ນໃນເດືອນຕຸລາປີ 2022 ຜ່ານມານີ້, ໄດ້ຊີ້ໃຫ້ເຫັນທິດທາງກໍຄືການກໍານົດເປົ້າໝາຍແຫ່ງການພັດທະນາຂອງຈີນ, ນັ້ນກໍຄື: ສ້າງສາປະເທດສັງຄົມນິຍົມທັນສະໄໝຢ່າງຮອບດ້ານ ແລະ ຊຸກຍູ້ການຟື້ນຟູຄວາມຈະເລີນຮຸ່ງເຮືອງອັນຍິ່ງໃຫຍ່ຂອງປະຊາຊາດຈີນຢ່າງຮອບດ້ານ. ຈາກນີ້, ໄດ້ເຮັດໃຫ້ “ຄວາມທັນສະໄໝແບບຈີນ” ກາຍເປັນຄໍາສັບທີ່ປະຈັກຕາໃນທົ່ວໂລກ.


    ທ່ານສະເຫຼີມໄຊໄດ້ຕີລາຄາສູງຕໍ່ຄວາມທັນສະໄໝແບບຈີນໂດຍກ່າວວ່າ: “ຄວາມທັນສະໄໝແບບຈີນກໍຄືການພັດທະນາຕາມຮູບແບບຂອງຈີນມີຄວາມສໍາຄັນຫຼາຍ ເຊິ່ງໄດ້ຮັບການສະໜັບສະໜູນຈາກຫຼາຍປະເທດຢູ່ໃນໂລກ ບໍ່ສະເພາະແຕ່ ສປປ ລາວ, ອັນນີ້ແມ່ນຮູບແບບຂອງການພັດທະນາທີ່ນໍາຜົນປະໂຫຍດຕົວຈິງມາສູ່ປະຊາຊົນ. ການພັດທະນາແບບຈີນໄດ້ກາຍເປັນຕົວແບບໃຫ້ແກ່ບັນດາປະເທດກໍາລັງພັດທະນາຢູ່ໃນໂລກ. ລາວຈະພະຍາຍາມພັດທະນາປະເທດຊາດໃຫ້ເປັນປະເທດທີ່ມີລາຍຮັບປານກາງຕັ້ງແຕ່ນີ້ຈົນຮອດປີ 2030. ສະນັ້ນ, ຍຸດທະສາດ ຫຼື ນະໂຍບາຍການຫັນເປັນທັນສະໄໝແບບຈີນຈະເປັນບົົດຮຽນອັນໜຶ່ງສໍາລັບ ສປປ ລາວ ທີ່ຈະນໍາໃຊ້ພັດທະນາໂຕເອງເຂົ້າໃນການຫັນເປັນດີຈີຕອນ, ນໍາໃຊ້ເຕັກໂນໂລຊີທີ່ທັນສະໄໝເຂົ້າໃນການພັດທະນາປະເທດຊາດ”.



    ໃນຕົ້ນເດືອນເມສາປີ 2023, CMG ແລະສະຖາບັນການຕ່າງປະເທດລາວ ໄດ້ຮ່ວມກັນຈັດກອງປະຊຸມສໍາມະນາຄວາມທັນສະໄໝແບບຈີນ ແລະ ຄູ່ຮ່ວມຊາຕາກໍາລາວ-ຈີນ ຢູ່ລາວຢ່າງສໍາເລັດຜົນ. ທ່ານສະເຫຼີມໄຊໄດ້ຕີລາຄາສູງຕໍ່ກອງປະຊຸມດັ່ງກ່າວ ພ້ອມທັງຫວັງຢາກດໍາເນີນການແລກປ່ຽນໃຫ້ຫຼາຍກວ່າເກົ່າຕື່ມອີກ. ທ່ານກ່າວວ່າ: “ພວກເຮົາໄດ້ຮ່ວມກັບຝ່າຍຈີນ ຈັດສໍາມະນາເພື່ອສ້າງຄວາມເຂົ້າໃຈໃຫ້ແກ່ປະຊາຊົນ ໂດຍສະເພາະແມ່ນພະນັກງານ, ນັກຮຽນຮູ້ນັກສຶກສາ ເພື່ອໃຫ້ມີຄວາມເຊື່ອມຊຶມ ແລະເຂົ້າໃຈໃນຕອນນີ້ເພື່ອຈະໄດ້ຈັດຕັ້ງປະຕິບັດໃນຕໍ່ໜ້າ. ພວກເຮົາຈະໄດ້ເບິ່ງບົດຮຽນຕົວຈິງຂອງສະຫາຍຈີນ ເພາະວ່າໄດ້ປະກາດໂຕນີ້ອອກມາ, ພັກ ແລະ ລັດຖະບານຈີນ ກໍຊິໄດ້ສຸມໃສ່ການຈັດຕັ້ງປະຕິບັດ. ສະນັ້ນ, ເມື່ອພວກເຮົາມີຄວາມເຂົ້າໃຈ, ພວກເຮົາກໍຈະສາມາດເລີ່ມປະຕິບັດໄດ້ໃນຕໍ່ໜ້າ. ຂ້າພະເຈົ້າຄິດວ່າມັນດີຫຼາຍ”.


    ເມື່ອຫວນຄືນປະຫວັດສາດແຫ່ງການພົວພັນລະຫວ່າງສອງປະເທລາວ-ຈີນແລ້ວຈະສາມາດເຫັນໄດ້ວ່າ ການແລກປ່ຽນກັນລະຫວ່າງສອງປະເທດໄດ້ພັດທະນາເຂົ້າສູ່ລວງເລິກຢ່າງບໍ່ຢຸດຢັ້ງ, ພ້ອມດຽວກັນນີ້, ສອງປະເທດຍັງໄດ້ດໍາເນີນການຮ່ວມມືຢ່າງເລິກເຊິ່ງໃນຂົງເຂດຕ່າງໆ ໂດຍໄດ້ເພີ່ມສີສັນໃຫ້ແກ່ການປະພຶດກໍຄືໝາກຜົນຂອງການແລກປ່ຽນອະລິຍະທໍາຂອງມວນມະນຸດ ໃຫ້ມີຄວາມອຸດົມສົມບູນຫຼາຍຂຶ້ນ.


    ເດືອນເມສາປີ 1951, ສອງປະເທດລາວ-ຈີນໄດ້ສ້າງຕັ້ງສາຍພົວພັນທາງການທູດຢ່າງເປັນທາງການ. ຖັດມາເມື່ອຮອດເດືອນກັນຍາປີ 2009, ສອງປະເທດໄດ້ຍົກລະດັບສາຍພົວພັນຂຶ້ນເປັນສາຍພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ. ຕໍ່ມາຮອດປີ 2019, ສອງປະເທດໄດ້ລົງນາມໃນ “ແຜນແມ່ບົດວ່າດ້ວຍການສ້າງຄູ່ຮ່ວມຊາຕາກໍາລາວ-ຈີນ”. ຕະຫຼອດຮອດເດືອນພະຈິກປີ 2022, ຄຽງຄູ່ກັບທ່ານ ທອງລຸນ ສີສຸລິດ ປະທານປະເທດລາວຢ້ຽມຢາມຈີນຢ່າງເປັນທາງການ, ສອງປະເທດໄດ້ຮ່ວມກັນອອກ “ຖະແຫຼງການຮ່ວມວ່າດ້ວຍການສືບຕໍ່ສ້າງຄູ່ຮ່ວມຊະຕາກຳລາວ-ຈີນໃຫ້ເຂົ້າສູ່ລວງເລິກ”.


    ທ່ານສະເຫຼີມໄຊຊີ້ໃຫ້ເຫັນວ່າ, ການເປັນຄູ່ຮ່ວມຊາຕາກໍາດຽວກັນບໍ່ແມ່ນແຕ່ວ່າມີແຕ່ຄໍາເວົ້າຄໍາໂຄສະນາຊື່ໆ, ຫາກແມ່ນມີຄວາມໝາຍເລິກເຊິ່ງ. ທ່ານກ່າວວ່າ: “ການພົວພັນລາວ-ຈີນຕະຫຼອດໄລຍະ 6 ທົດສະວັດກວ່າທີ່ຜ່ານມາ, ລາວ ແລະ ຈີນໄດ້ຍົກລະດັບການພົວພັນຮ່ວມມືຂຶ້ນ 2 ຄັ້ງຈົນກ້າວເຂົ້າສູ່່ການຍົກລະດັບໃຫ້ເປັນຄູ່ຮ່ວມຊາຕາກໍາດຽວກັນ, ອັນນີ້ບໍ່ແມ່ນເລື່ອງງ່າຍ ແລະ ມີໜ້ອຍປະເທດທີ່ສຸດທີ່ຢູ່ໃນໂລກນີ້ທີ່ຈະສາມາດປະກາດຕົນເອງໄດ້ວ່າ, ສອງປະເທດມີການພົວພັນຮ່ວມມືແບບຄູ່ຮ່ວມຊາຕາກໍາດຽວກັນ. ການເປັນຄູ່ຮ່ວມຊາຕາກໍາດຽວກັນມັນມີຄວາມໝາຍເລິກເຊິ່ງ, ມັນບໍ່ແມ່ນແຕ່ວ່າມີແຕ່ຄໍາເວົ້າຄໍາໂຄສະນາຊື່ໆ, ການສ້າງຄູ່ຮ່ວມຊະຕາກຳລາວ-ຈີນ ໄດ້ກາຍເປັນພື້ນຖານຫຼັກໆຂອງການພົວພັນຮ່ວມມືຂອງສອງຝ່າຍລາວ-ຈີນ. ໃນການຈັດຕັ້ງປະຕິບັດແຜນແມ່ບົດວ່າດ້ວຍຄູ່ຮ່ວມຊະຕາກຳລາວ-ຈີນ, ຖືວ່າລາວແມ່ນໄດ້ຮັບຜົນປະໂຫຍດຢ່າງຫຼວງຫຼາຍ, ໂດຍສະເພາະແມ່ນການພັດທະນາເສດຖະກິດສັງຄົມ, ການພັດທະນາພື້ນຖານໂຄງລ່າງ ແລະອື່ນໆ.”


    ວັນທີ 25 ເມສານີ້, ສອງປະເທດລາວ-ຈີນຈະໄດ້ຕ້ອນຮັບການສ້າງສາຍພົວພັນທາງການທູດຄົບຮອບ 62 ປີ. ທ່ານສະເຫຼີມໄຊກ່າວວ່າ, ເມື່ອປະເຊີນກັບສະພາບຂອງພາກພື້ນ ແລະສາກົນທີ່ມີຄວາມສັບສົນວຸ້ນວາຍ, ສອງປະເທດລາວ-ຈີນຈະແກ້ໄຂແລະພ້ອມກັນກ້າວໄປຂ້າງໜ້າຢ່າງສະເໝີຕົ້ນສະເໝີປາຍ. ທ່ານກ່າວວ່າ: “ການພົວພັນລາວ-ຈີນບໍ່ສະເພາະແຕ່ໃນປັດຈຸບັນນີ້ກໍຄືໃນອະນາຄົດຂ້າງໜ້າຈະສືບຕໍ່ໄດ້ຮັບການຮັດແໜ້ນ ເລິກເຊິ່ງ ແລະ ໜັກແໜ້ນກ່າເກົ່າ, ໂດຍສະເພາະໃນສະພາບຂອງພາກພື້ນ ແລະ ສາກົນທີ່ມີຄວາມສັບສົນວຸ້ນວາຍ. ສະນັ້ນ, ການຮ່ວມມືທີ່ດີ ແລະ ເລິກເຊິ່ງລະຫວ່າງສອງພັກສອງລັດກໍຄືປະຊາຊົນສອງຊາດລາວ-ຈີນນີ້, ຈະເຮັດໃຫ້ພວກເຮົາສາມາດຜ່ານຜ່າອຸປະສັກນານາປະການທີ່ບໍ່ແມ່ນແຕ່ສະເພາະແຕ່ລາວ-ຈີນກໍາລັງປະເຊີນຢູ່ໃນປັດຈຸບັນ, ຫາກແມ່ນທຸກປະເທດໃນໂລກກໍາລັງປະເຊີນ. ສອງປະເທດລາວ-ຈີນຈະແກ້ໄຂບັນຫາ ແລະ ພ້ອມກັນກ້າວໄປຂ້າງໜ້າພ້ອມກັນຢ່າງສະເໝີຕົ້ນສະເໝີປາຍ”.



    ໃນມື້ເປີດນຳໃຊ້ລົດໄຟຂ້າມແດນລາວ-ຈີນ, CMG ໄດ້ຮ່ວມກັບໂທລະພາບແຫ່ງຊາດລາວຈັດການຖ່າຍທອດສົດຂ້າມແດນເປັນຄັ້ງທໍາອິດ, ໂດຍໄດ້ອອກອາກາດໃນຊ່ອງ 1 ແລະ ຊ່ອງ 3 ຂອງໂທລະພາບແຫ່ງຊາດລາວ. ນັບມາຮອດປັດຈຸບັນ, ຍອດຜູ້ຕິດຕາມໃນສື່ສັງຄົມອອນລາຍຂອງການຖ່າຍທອດສົດຄັ້ງນີ້ບັນລຸຫຼາຍກວ່າ 10 ລ້ານເທື່ອ. ໃນໂອກາດນີ້, ທ່ານສະເຫຼີມໄຊຫວັງວ່າສື່ມວນຊົນຂອງສອງປະເທດຈະໄດ້ດໍາເນີນການແລກປ່ຽນດ້ວຍຫຼາກຫຼາຍຮູບແບບ ເພື່ອຊຸກຍູ້ການເຊື່ອມສໍາພັນທະໄມຕີລະຫວ່າງປະຊາຊົນສອງຊາດ. ທ່ານກ່າວວ່າ: “ການເຜີຍແຜ່ບໍ່ແມ່ນສະເພາະແຕ່ເຜີຍແຜ່ໃຫ້ແກ່ປະຊາຊົນສອງປະເທດລາວ-ຈີນເທົ່ານັ້ນ, ຂ້າພະເຈົ້າຄິດວ່າຄວນເຜີຍແຜ່ໃຫ້ບັນດາປະເທດຢູ່ໃນໂລກ, ໃຫ້ເຂົາເຈົ້າເຫັນ ແລະ ໃຫ້ເຂົາເຈົ້າຮັບຊາບວ່າ ການພົວພັນຮ່ວມມືແບບຄູ່ຮ່ວມຍຸດທະສາດໝັ້ນຄົງຍາວນານບົນຈິດໃຈ 4 ດີ ແລະ ຄູ່ຮ່ວມຊາຕາກໍາລາວ-ຈີນ, ຈີນ-ລາວ ມັນມີຜົນດີແນວໃດ”.