ທ່ານຕິ່ງເຊ່ຊຽງ ຮອງນາຍົກຈີນພົບປະກັບທ່ານສະເຫຼີມໄຊ ກົມມະສິດ ຮອງນາຍົກລາວ

2023-04-18 16:08:43 cri


ວັນທີ17ເມສານີ້ ທ່ານຕິ່ງເຊ່ຊຽງ ກຳມະການປະຈຳກົມການເມືອງສູນກາງພັກຄອມມູນິດຈີນ, ຮອງນາຍົກລັດຖະມົນຕີຈີນໄດ້ພົບປະກັບທ່ານສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີລາວ,ທັງເປັນລັດຖະມົນຕີກະຊວງການຕ່າງປະເທດລາວຢູ່ນະຄອນຫຼວງປັກກິ່ງ.


ທ່ານຕິ່ງເຊ່ຊຽງກ່າວວ່າ:ພາຍໃຕ້ການຊີ້ນຳນຳພາທາງຍຸດທະສາດຂອງທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກຄອມມູນິດຈີນ,ປະທານປະເທດຈີນ ແລະ ທ່ານທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກປະຊາຊົນປະຕິວັດລາວ,ປະທານປະເທດລາວ,ຈີນແລະລາວໄດ້ກ້າວເຂົ້າສູ່ຍຸກໃໝ່ທີ່ຮ່ວມກັນສ້າງປະຊາຄົມຮ່ວມຊາຕາກຳທີ່ມີມາດຕະຖານສູງ,ຄຸນນະພາບສູງແລະລະດັບສູງ. ສອງຝ່າຍຕ້ອງປະຕິບັດຕາມຄວາມຮັບຮູ້ທີ່ເປັນເອກະພາບກັນທີ່ສຳຄັນລະຫວ່າງຜູ້ນຳສູງສຸດຂອງສອງພັກສອງລັດ,ຊຸກຍູ້ໃຫ້ການສ້າງປະຊາຄົມຮ່ວມຊາຕາກຳຈີນ-ລາວຢ່າງໝັ້ນທ່ຽງແລະຍາວໄກ ເພື່ອສ້າງຄວາມຜາສຸກໃຫ້ແກ່ປະຊາຊົນສອງຊາດ. ຈີນຍິນດີຮ່ວມກັບລາວສ້າງທາງລົດໄຟຈີນ-ລາວໃຫ້ແຂງແຮງກວ່າເກົ່າ,ຊຸກຍູ້ມາດຕະການຊ່ວຍເຫຼືອຄວາມຫຍຸ້ງຍາກ,ລົງເລິກການແລກປ່ຽນດ້ານວັດທະນະທຳຢ່າງຕໍ່ເນື່ອງ, ພ້ອມກັນປົກປັກຮັກສາສະຖຽນລະພາບແລະຄວາມຈະເລີນຮຸ່ງເຮືອງຂອງພາກພື້ນ,ຊຸກຍູ້ການຮ່ວມມືທີ່ຕິດແທດຕົວຈິງລະຫວ່າງສອງຝ່າຍໃຫ້ໄດ້ຮັບຜົນງານໃໝ່ຢ່າງບໍ່ຢຸດຢັ້ງ.


ທ່ານສະເຫຼີມໄຊ ກົມມະສິດກ່າວວ່າ:ຂອບໃຈຈີນທີ່ໃຫ້ການສະໜັບສະໜູນແລະຄວາມຊ່ວຍເຫຼືອເຂົ້າໃນການພັດທະນາເສດຖະກິດສັງຄົມຂອງລາວ,ລາວໄດ້ເດັດດ່ຽວສະໜັບສະໜູນແລະຕັ້ງໜ້າເຂົ້າຮ່ວມຂໍ້ລິເລີ່ມແລະແນວຄວາມຄຶດທີ່ສຳຄັນທີ່ສະເໜີໂດຍຈີນ,ຍີນດີເພີ່ມທະວີການຮ່ວມມືທີ່ຕິດແທດຕົວຈິງລະຫວ່າງສອງຝ່າຍໃນຂົງເຂດຕ່າງໆ,ສ້າງປະຊາຄົມຮ່ວມຊາຕາກຳລາວ-ຈີນໃຫ້ດີ,ຊຸກຍູ້ພາລະກິດສັງຄົມນິຍົມໃຫ້ຂະຫຍາຍຕົວຢ່າງຟົດຟື້ນ.