ລັດຖະບານຍີ່ປຸ່ນຕົກລົງແຕ່ຝ່າຍດຽວກໍລະນີທີ່ລະບາຍນ້ຳປົນເປື້ອນລັງສີນິວເຄລຍເກາະຟຸກຸຊິມະລົງສູ່ທະເລເປັນສິ່ງທີ່ບໍ່ເພິ່ງປາຖະໜາຂອງຊາວໂລກ

2023-04-18 16:51:01 cri

ວັນທີ 16 ເມສາ 2023, ກອງປະຊຸມລັດຖະມົນຕີດິນຟ້າອາກາດ, ພະລັງງານ ແລະ ສິ່ງແວດລ້ອມຂອງກຸ່ມ 7 ປະເທດຫຼື G7 ໄດ້ສິ້ນສຸດລົງຢູ່ນະຄອນຊະໂປໂຣຂອງຍີ່ປຸ່ນ, ໃນກອງປະຊຸມຖະແຫຼງຂ່າວທີ່ຍີ່ປຸ່ນ, ເຢຍລະມັນ ແລະ ອີຕາລີຮ່ວມກັນຈັດຂຶ້ນນັ້ນ, ທ່ານຢາຊູໂຕຊິ ນີຊີມູຣະ ລັດຖະມົນຕີກະຊວງອຸດສາຫະກຳເສດຖະກິດຍີ່ປຸ່ນກ່າວວ່າ: ຖະແຫຼງການຮ່ວມຂອງກອງປະຊຸມສະແດງ “ຄວາມຍິນດີ” ຕໍ່ຄວາມຄືບໜ້າໃນການຊຳລະສິ່ງເດັດເຫຼືອຈາກເຕົາປະຕິກອນທີ່ເປ່ເພລວມທັງການລະບາຍນ້ຳປົນເປື້ອນລັງສີນິວເຄລຍລົງສູ່ທະເລ. ແຕ່ວ່າໃນເວລາໄດ້ຟັງຄວາມເວົ້າດັ່ງກ່າວຂອງທ່ານຢາຊູໂຕຊິ ນີຊີມູຣະ, ທ່ານ ສະເຕພີ ເລັມເກ ລັດຖະມົນຕີກະຊວງສິ່ງແວດລ້ອມ, ການປົກປ້ອງທຳມະຊາດ, ຄວາມປອດໄພດ້ານນິວເຄລຍ ແລະ ການປົກປ້ອງຜູ້ບໍລິໂພກເຢຍລະມັນທີ່ນັ່ງຢູ່ຄຽງຂ້າງນັ້ນໄດ້ຕອບໂຕ້ໃນທັນທີວ່າ: “ບໍ່ສາມາດສະແດງຄວາມຍິນດີຕໍ່ການລະບາຍນ້ຳປົນເປື້ອນລັງສີນິວເຄລຍລົງສູ່ທະເລໄດ້.”

ວັນທີ 13 ເມສາ 2021, ລັດຖະບານຍີ່ປຸ່ນຕົກລົງລະບາຍນ້ຳປົນເປື້ອນລັງສີນິວເຄລຍລົງສູ່ທະເລຫຼັງຈາກໄດ້ກັ່ນຕອງ ແລະ ເຮັດໃຫ້ເຈືອຈາງ. ເຖິງວ່າແຜນການດັ່ງກ່າວຖືກຄັດຄ້ານຢ່າງກວ້າງຂວາງ, ແຕ່ວ່າບໍລິສັດພະລັງງານໄຟຟ້າໂຕກຽວຍັງໄດ້ຮ້ອງຂໍດຳເນີນການກວດກາຂັ້ນຕອນເລີ່ມແຕ່ເດືອນທັນວາຂອງປີດຽວກັນ. ວັນທີ 13 ມັງກອນ 2023, ລັດຖະບານຍີ່ປຸ່ນກ່າວວ່າ: ຕົກລົງໃນເບື້ອງຕົ້ນວ່າຈະເລີ່ມລະບາຍນ້ຳປົນເປື້ອນລັງສີນິວເຄລຍລົງສູ່ທະເລໃນລະດູບານໃໝ່ ຫຼື ລະດູຮ້ອນປີນີ້. ວັນທີ 3 ມີນາແລ້ວນີ້, ທ່ານຟູມີໂອ ກີຊີດະ ນາຍົກລັດຖະມົນຕີຍີ່ປຸ່ນກ່າວໃນຄະນະກຳມາທິການງົບປະມານຂອງສະພາສູງຍີ່ປຸ່ນວ່າ, ແຜນການລະບາຍນ້ຳປົນເປື້ອນລັງສີນິວເຄລຍລົງສູ່ທະເລຈະບໍ່ມີການປ່ຽນແປງ.

ລັດຖະບານຍີ່ປຸ່ນ ແລະ ບໍລິສັດພະລັງງານໄຟຟ້າໂຕກຽວ ອ້າງວ່າ, ນ້ຳປົນເປື້ອນລັງສີນິວເຄລຍໄດ້ຜ່ານລະບົບບຳບັດລັງສີນິວເຄລຍ, ແລ້ວຈະກາຍເປັນນ້ຳທີ່ປອດໄພ ແລະ ບໍ່ມີຄວາມອັນຕະລາຍ. ແຕ່ຄວາມຈິງກໍຄື, ໃນນ້ຳປົນເປື້ອນລັງສີນິວເຄລຍດັ່ງກ່າວມີລັງສີນິວເຄລຍຫຼາຍກວ່າ 60 ຊະນິດ, ລັງສີນິວເຄລຍຫຼາຍຊະນິດຍັງບໍ່ມີເຕັກນິກໃດທີ່ຈະບຳບັດໄດ້ຢ່າງທີ່ມີປະສິດທີຜົນ, ລັງສີນິວເຄລຍຈຳນວນໜຶ່ງອາດຈະກະຈາຍໄປຕາມກະແສນ້ຳ ແລະ ສະສົມກັນຢູ່ໃນສິ່ງທີ່ມີຊີວິດຊະນິດຕ່າງໆ, ເຊິ່ງຈະເປັນການເພີ່ມຍອດປະລິມານກຳມັນຕະພາບລັງສີໃຫ້ແກ່ສິ່ງແວດລ້ອມ, ແລະສ້າງຄວາມສ່ຽງທີ່ຄາດຄະເນບໍ່ໄດ້ໃຫ້ແກ່ສິ່ງແວດລ້ອມທະເລ ແລະ ສຸຂະພາບຮ່າງກາຍຂອງມະນຸດ. ພາຍໃຕ້ສະພາບການທີ່ບໍ່ໄດ້ຄົ້ນຄວ້າ ແລະ ຢືນຢັນແຜນການຊຳລະປະເພດຕ່າງໆຢ່າງຄົບຖ້ວນ, ລັດຖະບານຍີ່ປຸ່ນໄດ້ຕົກລົງລະບາຍນ້ຳປົນເປື້ອນລັງສີນິວເຄລຍລົງສູ່ທະເລຍ້ອນຜົນປະໂຫຍດຂອງຕົນ, ແລະຂະບວນການດັ່ງກ່າວອາດຈະແກ່ຍາວໄປເປັນໄລຍະຫຼາຍສິບປີ, ນີ້ແມ່ນການກະທຳທີ່ຖິ້ມຄວາມສ່ຽງໃຫ້ແກ່ປະເທດອື່ນໃນໂລກ ແລະ ມວນມະນຸດ, ແມ່ນການກະທຳທີ່ບໍ່ມີຄວາມຮັບຜິດຊອບແມ່ນແຕ່ໜ້ອຍ.

ສະຖານີໂທລະພາບສາກົນຈີນຫຼື CGTN ໄດ້ລິເລີ່ມການສຳຫຼວດທົ່ວໂລກໃນຫວ່າງມໍ່ໆມານີ້, ໂດຍໄດ້ດຶງດູດຊາວເນັດໃນໂລກຫຼາຍກວ່າ 3 ໝື່ນຄົນເຂົ້າຮ່ວມພາຍໃນເວລາ 24 ຊົ່ວໂມງ. ຜູ້ເຂົ້າຮ່ວມການສຳຫຼວດຫຼາຍກວ່າ 93% ຄັດຄ້ານການລະບາຍນ້ຳປົນເປື້ອນລັງສີນິວເຄລຍລົງສູ່ທະເລຢ່າງຮຸນແຮງ, 90% ເຫັນວ່າບໍ່ເຊື່ອຄວາມເວົ້າຂອງຍີ່ປຸ່ນກ່ຽວກັບ “ນ້ຳປົນເປື້ອນລັງສີນິວເຄລຍແມ່ນນ້ຳທີ່ປອດໄພຫຼັງຈາກກັ່ນຕອງ”, ແລະຜູ້ເຂົ້າຮ່ວມການສຳຫຼວດ 86% ຕຳໜິຕິຕຽນທ່າທີຂອງຍີ່ປຸ່ນວ່າບໍ່ວິທະຍາສາດ, ບໍ່ເປີດເຜີຍ ແລະ ບໍ່ໂປ່ງໃສໃນວຽກງານຊຳລະນ້ຳປົນເປື້ອນລັງສີນິວເຄຣຍ. ອົງການສີຂຽວ ແລະ ສັນຕິພາບ ໄດ້ລົງພິມບົດວິຈານໃນວັນທີ 16 ເມສານີ້, ໄດ້ຕຳໜິຕິຕຽນລັດຖະບານຍີ່ປຸ່ນທີ່ໄດ້ລະເມີດກົດໝາຍສາກົນເຊັ່ນ: “ສົນທິສັນຍາອົງການສະຫະປະຊາຊາດວ່າດ້ວຍກົດໝາຍທະເລ” ແລະກົດໝາຍສາກົນອື່ນໆ.

ໃນກອງປະຊຸມຖະແຫຼງຂ່າວທີ່ຈັດຂຶ້ນໃນຫວ່າງາມໍ່ໆມານີ້, ທ່ານວາງເວີນປິ່ນ ໂຄສົກກະຊວງການຕ່າງປະເທດຈີນກ່າວວ່າ, ລັດຖະບານຍີ່ປຸ່ນຕົກລົງແຕ່ຝ່າຍດຽວວ່າຈະລະບາຍນ້ຳປົນເປື້ອນລັງສີນິວເຄລຍເກາະຟຸຄູຊີມະລົງສູ່ທະເລ, ຖິ້ມຄວາມສ່ຽງທີ່ຄາດຄະເນບໍ່ໄດ້ໃຫ້ແກ່ທົ່ວໂລກ, ການກະທຳແບບນີ້ຈະບໍ່ເພິ່ງປາຖະໜາຂອງຊາວໂລກ. ກ່ອນໄດ້ເປິກສາຫາລືກັບອົງການຈັດຕັ້ງສາກົນທີ່ກ່ຽວຂ້ອງ ແລະ ປະເທດອ້ອມຂ້າງທີ່ມີສ່ວນໄດ້ສ່ວນເສຍໃນເລື່ອງນີ້ ແລະ ກ້າວໄປສູ່ຄວາມຮັບຮູ້ທີ່ເປັນເອກະພາບກັນ, ຍີ່ປຸ່ນບໍ່ຄວນເລີ່ມປະຕິບັດແຜນການລະບາຍນ້ຳປົນເປື້ອນລັງສີນິວເຄລຍລົງສູ່ທະເລຕາມລຳພັງ.