GDP ໃນໄຕມາດທີ 1 ຂອງຈີນເພີ່ມຂຶ້ນ 4,5% ເມື່ອທຽບກັບໄລຍະດຽວກັນຂອງປີກາຍນີ້

2023-04-19 10:32:49 CRI


ວັນທີ 18 ເມສານີ້, ຫ້ອງການຖະແຫຼງຂ່າວລັດຖະບານຈີນໄດ້ຈັດກອງປະຊຸມຂ່າວ ເພື່ອແນະນຳສະພາການເຄື່ອນໄຫວຂອງເສດຖະກິດແຫ່ງຊາດຈີນໃນໄຕມາດທີ 1 ປີ 2023.


 

ໃນກອງປະຊຸມ, ຜູ້ຮັບຜິດຊອບທີ່ກ່ຽວຂ້ອງຂອງອົງການສະຖິຕິແຫ່ງຊາດຈີນໄດ້ແນະນຳວ່າ,ອີງຕາມການຄິດໄລ່ໃນຂັ້ນເບື້ອງຕົ້ນ, ລວມຍອດຜະລິດຕະພັນພາຍໃນ ຫຼື GDP ໃນໄຕມາດທີ 1 ຂອງຈີນບັນລຸເຖິງ 28.499,7 ຕື້ຢວນ, ຖ້າຄິດໄລ່ຕາມມູນຄ່າທີ່ບໍ່ປ່ຽນແປງ, ໄດ້ເພີ່ມຂຶ້ນ 4,5% ເມື່ອທຽບກັບໄລຍະດຽວກັນຂອງປີກາຍນີ້ ແລະ ເພີ່ມຂຶ້ນ 2,2% ເມື່ອທຽບກັບໄຕມາດທີ 4 ຂອງປີກາຍນີ້.