ທາງລົດໄຟຈີນ-ລາວໄດ້ດຳເນຮນມາເປັນເວລາ500ວັນ ແລະໄດ້ຂົນສົ່ງສິນຄ້າ18,84ລ້ານໂຕນ

2023-04-19 16:57:33 cri


ເລີ່ມແຕ່ວັນທີ3ທັນວາປີ2021ຈົນຮອດວັນທີ14ເມສາປີ2023ນີ້, ທາງລົດໄຟຈີນ-ລາວໄດ້ດຳເນີນທຸລະກິດມາເປັນເວລາ502ວັນຢ່າງປອດໄພ,ນັບລວມແລ້ວໄດ້ຂົນສົ່ງສິນຄ້າ18,84ລ້ານໂຕນ.ໃນນັ້ນ, ລົດໄຟຕອນຢູ່ຈີນຂົນສົ່ງສິນຄ້າ14,63ລ້ານໂຕນ,ຕອນຢູ່ລາວໄດ້ຂົນສົ່ງສິນຄ້າ4,21ລ້ານໂຕນ, ໄດ້ຂົນສົ່ງສິນຄ້າແບບຂ້າມແດນເຖິງ3,7ລ້ານໂຕນ.


ປັດຈຸບັນ,ຂະບວນລົດໄຟຂົນສົ່ງສິນຄ້າສາກົນຂອງທາງລົດໄຟຈີນ-ລາວໄດ້ເພີ່ມຂຶ້ນຈາກ 2 ຂະບວນຕໍ່ມື້ໃນໄລຍະເລີ່ມຕົ້ນເປີດການນຳໃຊ້ ຮອດ12ຂະບວນຕໍ່ມື້ໃນປັດຈຸບັນ.


ປັດຈຸບັນ,ໃນ25ແຂວງແລະກຳແພງນະຄອນຂອງຈີນໄດ້ເປີດນຳໃຊ້ຂະບວນລົດໄຟຂົນສົ່ງສິນຄ້າຂ້າມແດນຕາມທາງລົດໄຟຈີນ-ລາວ ໂດຍໄດ້ຂົນສົ່ງໄປເຖິງບັນດາປະເທດແລະເຂດແຄວ້ນທີ່ຮ່ວມກັນສ້າງ“ໜຶ່ງແລວໜຶ່ງເສັ້ນທາງ” ເຊັ່ນ: ລາວ, ໄທ, ມຽນມາ, ມາເລເຊຍ, ກຳປູເຈຍ, ຫວຽດນາມ, ບັງກາລາເດັດ ແລະ ສິງກະໂປເປັນຕົ້ນ.