ອາເມຣິກາຕິດຕາມ ແລະ ດັກຟັງທົ່ວໂລກໂດຍບໍ່ຈຳແນກເປົ້າໝາຍກໍເພື່ອຮັກສາຄວາມເປັນເຈົ້າອຳນາດຂອງຕົນ

2023-04-20 14:16:52 cri

ໜັງສືພິມ The Hill ອາເມຣິກາສະບັບວັນທີ 16 ເມສາລາຍງານວ່າ, ໃນໂອກາດໃຫ້ສຳພາດຕໍ່ນັກຂ່າວ, ທ່ານເອລອນ ມັສ ຜູ້ບໍລິຫານທຸລະກິດສູງສຸດຂອງທະວີດເຕີ ກ່າວວ່າ, ລັດຖະບານອາເມຣິກາສາມາດກວດກາຂໍ້ຄວາມສັ້ນຂອງຜູ້ໃຊ້ທະວີດເຕີຢ່າງສົມບູນ, ທ່ານຮູ້ສຶກຕື່ນເຕັ້ນໃຈຫຼາຍພາຍຫຼັງຮູ້ຂ່າວດັ່ງກ່າວ.

ທີ່ຈິງແລ້ວ, ທົ່ວໂລກໄດ້ຮູ້ດີຕໍ່ການກະທຳແບບ “ແຮັກເກີ” ຂອງອາເມຣິກາໃນການຕິດຕາມ ແລະ ດັກຟັງປະເທດອື່ນ.

ປີ 2013, ທ່ານເອດເວີດ ສະໂນເດນ, ອະດີດພະນັກງານສັນຍາຈ້າງຂອງນັກທຸລະກິດຮັບເໝົາວຽກງານປ້ອງກັນປະເທດອາເມຣິກາໄດ້ເປີດເຜີຍໂຄງການດັກຟັງຂະໜາດໃຫຍ່ປຣີຊິມ (Prism) ຂອງອາເມຣິກາ, ເປົ້າໝາຍດັກຟັງບໍ່ພຽງແຕ່ລວມທັງປະຊາຊົນອາເມຣິກາເທົ່ານັ້ນ, ຍັງລວມທັງນັກການເມືອງສຳຄັນ ແລະ ປະຊາຊົນຂອງບັນດາປະເທດເອີຣົບເຊັ່ນ: ຝຣັ່ງ, ເຢຍລະມັນ ແລະ ປະເທດອື່ນໆອີກດ້ວຍ.

ພາຍຫຼັງວິກິດການອູແກຣນຮຸນແຮງຂຶ້ນ, ຣັດເຊຍຖືກໂຈມຕີທາງອິນເຕີເນັດເລື້ອຍໆ, ເວັບໄຊຂອງພາກສ່ວນສຳຄັນຂອງລັດຖະບານຣັດເຊຍເຊັ່ນ: ທຳນຽບປະທານາທິບໍດີ, ກະຊວງປ້ອງກັນປະເທດ ແລະ ພາກສ່ວນອື່ນໆເຄີຍເປັນອຳມະພາດຫຼືເປີກເຂົ້າອ່ານບໍ່ໄດ້ຫຼາຍເທື່ອ.

ປະເທດຈີນກໍແມ່ນໜຶ່ງໃນປະເທດຕົ້ນຕໍທີ່ຖືກການໂຈມຕີທາງອິນເຕີເນັດຈາກອາເມຣິກາ, ບົດລາຍງານກ່ຽວກັບທ່າອຽງຄວາມປອດໄພທາງອິນເຕີເນັດສັງລວມທີ່ເວັບໄຊຂອງສູນຮັບມືສຸກເສີນທາງອິນເຕີເນັດແຫ່ງຊາດຈີນເປີດເຜີຍໃນປີ 2021 ສະແດງໃຫ້ເຫັນວ່າ, ປີ 2020, ປະເທດຈີນສາມາດກວດພົບຕົວຢ່າງໂປຣແກຣມທີ່ມີເຈດຕະນາຮ້າຍຫຼາຍກວ່າ 42 ລ້ານສະບັບ, ໃນນັ້ນ, ໂປຣແກຣມທີ່ມີເຈຕະນາຮ້າຍທີ່ມາຈາກຕ່າງປະເທດຕົ້ນຕໍແມ່ນມາຈາກອາເມຣິກາມີເຖິງ 53%. ປີ 2020, ຈຳນວນເຊີເວີຕ່າງປະເທດທີ່ຄຸ້ມຄອງຄອມພິວເຕີຂອງປະເທດຈີນໂດຍຜ່ານໂປຣແກຣມທີ່ມີເຈດຕະນາຮ້າຍມີເຖິງ 52.000 ໜ່ວຍ, ໃນນັ້ນ, ເຊີເວີທີ່ຕັ້ງຢູ່ອາເມຣິກາມີປະມານ 19.000 ໜ່ວຍ, ເປັນອັນດັບທີ່ໜຶ່ງ.

ຫວ່າງມໍ່ໆມານີ້, ເອກະສານລັບຂອງກອງທັບອາເມຣິກາງວດໜຶ່ງໄດ້ຖືກເປີດເຜີຍໃນສື່ສັງຄົມອອນລາຍ, ເນື້ອໃນຂ່າວລັບກວມເອົາຫຼາຍດ້ານເຊັ່ນ: ການປະທະກັນລະຫວ່າງຣັດເຊຍກັບອູແກຣນ ແລະ ດ້ານອື່ນໆ, ນອກນັ້ນຍັງໄດ້ເປີດເຜີຍການດັກຟັງການສື່ສານຂອງທ່ານອັນໂຕນີໂອ ກູເຕີເຣັສ ເລຂາທິການໃຫຍ່ອົງການສະຫະປະຊາຊາດ, ແລະການດັກຟັງຕໍ່ບັນດາປະເທດພັນທະມິດຂອງອາເມຣິກາເອງເຊັ່ນ: ສ.ເກົາຫຼີ, ອິສຣາແອັນ, ອູແກຣນ ແລະ ປະເທດອື່ນໆ. ເຊັ່ນດຽວກັນກັບໂຄງການດັກຟັງຂະໜາດໃຫຍ່ປຣີຊິມ (Prism), ການຮົ່ວໄຫຼເທື່ອນີ້ໄດ້ສະແດງໃຫ້ເຫັນອີກເທື່ອໜຶ່ງເຖິງການໂຈມຕີທາງດ້ານໂທລະຄົມ ແລະ ທາງອິນເຕີເນັດຂອງອາເມຣິກາເປັນການຂົ່ມເຫັງຕໍ່ປະເທດອື່ນຕາມລຳພັງໃຈ.

ໃນຫຼາຍປີມານີ້, ອາເມຣິກາຕິດຕາມ ແລະ ດັກຟັງທົ່ວໂລກໂດຍບໍ່ຈຳແນກເປົ້າໝາຍ, ເຊິ່ງບໍ່ພຽງແຕ່ໄດ້ທຳລາຍຜົນປະໂຫຍດດ້ານຄວາມປອດໄພຂອງປະເທດອື່ນເທົ່ານັ້ນ, ຍັງໄດ້ລະເມີດກົດໝາຍສາກົນ ແລະ ຫຼັກການພື້ນຖານຂອງການພົວພັນສາກົນອີກດ້ວຍ, ພ້ອມກັນນັ້ນຍັງໄດ້ທຳລາຍຄວາມເຊື້ອໝັ້ນລະຫວ່າງປະເທດຕ່າງໆ ແລະ ເປັນໄພຂົ່ມຊູ່ຕໍ່ຄວາມໝັ້ນຄົງຂອງພາກພື້ນກໍຄືຂອງໂລກ. ການກະທຳຂອງອາເມຣິກາໄດ້ຢືນຢັນຄວາມເວົ້າປະໂຫຍກໜຶ່ງທີ່ເຜີຍແພ່ໃນເທິງອິນເຕີເນັດຢ່າງກວ້າງຂວາງຄື: “ສິ່ງທີ່ອາເຣິກາຕຳໜິຕິຕຽນປະເທດອື່ນ, ຖ້າວ່າບໍ່ແມ່ນສິ່ງທີ່ອາເມຣິກາເຄີຍເຮັດ, ກໍເປັນສິ່ງທີ່ອາເມຣິກາກຳລັງເຮັດຢູ່.” ຈຸດໝາຍພື້ນຖານຂອງອາເມຣິກາທີ່ເປັນປະເທດມັກລັກຂໍ້ມູນທາງອິນເຕີເນັດທີ່ແທ້ຈິງນັ້ນກໍຄືສວຍໃຊ້ສິດເປັນເຈົ້າອຳນາດທາງອິນເຕີເນັດເພື່ອຮັກສາຄວາມເປັນເຈົ້າອຳນາດຂອງຕົນໃນໂລກ.