ປະເທດຕາເວັນຕົກສົນໃຈນຳບັນຫາປະຊາກອນຂອງຈີນ ເປັນພຽງແຕ່ຢາກໃສ່ຮ້າຍປ້າຍສີການພັດທະນາຂອງຈີນເທົ່ານັ້ນ

2023-04-21 14:23:43 CRI

ອົງການສະຫະປະຊາຊາດໄດ້ເຜີຍແຜ່ບົດລາຍງານສະບັບໜຶ່ງໃນວັນທີ 19 ເມສານີ້ຕາມເວລາທ້ອງຖິ່ນ ໂດຍສະແດງໃຫ້ເຫັນວ່າ: ຄາດວ່າ, ປະຊາກອນຂອງອິນເດຍຈະຫຼາຍກວ່າປະຊາກອນຈີນໃນກາງປີນີ້ ແລະ ອິນເດຍຈະກາຍເປັນປະເທດທີ່ມີປະຊາກອນຫຼາຍທີ່ສຸດໃນໂລກ.

ແຕ່ວ່າ, ບາງປະເທດຕາເວັນຕົກພັດຕື່ນເຕັ້ນທີ່ສຸດ ຕໍ່ເລື່ອງ “ປະຊາກອນອິນເດຍຫຼາຍກວ່າປະຊາກອນຈີນ” ແລະ ເຫັນວ່າ: ອິນເດຍອາດຈະເຂົ້າແທນຈີນກາຍເປັນ “ໂຮງງານໂລກ” ແຫ່ງໃໝ່.

ແຕ່ເລື່ອງຈິງຈະເປັນຄືແນວນີ້ບໍ່?

ຜົນກຳໄລທາງປະຊາກອນຂອງປະເທດໜຶ່ງ, ຍັງຕ້ອງເບິ່ງທັງປະລິມານ, ທັງຕ້ອງມີຄຸນນະພາບ; ເບິ່ງແຕ່ຈຳນວນບໍ່ໄດ້, ຍັງຕ້ອງເບິ່ງຜູ້ມີຄວາມຮູ້ຄວາມສາມາດ. ປັດຈຸບັນ, ເຖິງວ່າຈຳນວນປະຊາກອນຂອງຈີນໄດ້ເພີ່ມຂຶ້ນຊ້າລົງ, ແຕ່ຈີນໄດ້ພັດທະນາການສຶກສາຊັ້ນສູງໃຫ້ທົ່ວເຖິງ, ຮູບແບບການພັດທະນາປະຊາກອນຂອງຈີນໄດ້ຈາກຮູບແບບ “ຜົນກຳໄລທາງປະຊາກອນ” ທີ່ເປັນຈຳນວນ ຂ້າມຜ່ານມາເປັນຮູບແບບ “ຜົນກຳໄລທາງຜູ້ມີຄວາມຮູ້ຄວາມສາມາດ” ທີ່ເນັ້ນຄຸນນະພາບ. ຕົວເລກສະແດງໃຫ້ເຫັນວ່າ, ປະຊາກອນຜູ້ທີ່ໄດ້ຮັບການສຶກສາຊັ້ນສູງຂອງຈີນມີຫຼາຍກວ່າ 240 ລ້ານຄົນ, ສະເລ່ຍແລ້ວ, ແຮງງານໃໝ່ຂອງຈີນໄດ້ຮັບການສຶກສາຫຼາຍກວ່າ 14 ປີ, ແຮງງານທີ່ມີຄຸນທາດສູງຂອງຈີນໄດ້ປະສານສົມທົບກັບການພັດທະນາເສດຖະກິດສັງຄົມຂອງຈີນໄດ້ດີກວ່າເກົ່າ, “ຜົນກຳໄລທາງຜູ້ມີຄວາມຮູ້ຄວາມສາມາດຂອງຈີນ” ພວມປະກົດຕົວຂຶ້ນ, ກຳລັງຂັບເຄື່ອນການພັດທະນາຂອງຈີນຍັງແຂງແຮງດີ.

ເປັນຫຍັງປະເທດຕາເວັນຕົກມັກ “ເປັນຫ່ວງເປັນໃຍ” ນຳເລື່ອງລາວຕ່າງໆຂອງຈີນ? ທີິ່ຈິງແລ້ວ, ພວກເຂົາບໍ່ໄດ້ສົນໃຈນຳສະພາບຕົວຈິງດ້ານປະຊາກອນ ຫຼື ຊີວິດການເປັນຢູ່ຂອງປະຊາຊົນຈີນໃນອະນາຄົດດອກ, ພວກເຂົາເປັນພຽງຖືຈີນເປັນ “ເປົ້າ” ເທົ່ານັ້ນ ແລະ ຖືບັນຫາເຫຼົ່ານີ້ເປັນ “ອາວຸດ” ເພື່ອໂຈມຕີການພັດທະນາຂອງຈີນເທົ່ານັ້ນດອກ.