ປະທານາທິບໍດີຟີລິບປິນຕ້ອນຮັບການເຂົ້າຢ້ຽມຄຳນັບຂອງທ່ານຊິນກ່າງ

2023-04-23 16:24:34 CRI

 

ຕາມຂ່າວCRI: ວັນທີ 22 ເມສານີ້ຕາມເວລາທ້ອງຖິ່ນ, ທ່ານເຟີດີນານ ມາໂຄສ, ປະທານາທິບໍດີຂອງຟີີລິບປີນໄດ້ຕ້ອນຮັບການເຂົ້າຢ້ຽມຄຳນັບຂອງທ່ານຊິນກ່າງ, ທີ່ເປິກສາແຫ່ງລັດທັງເປັນລັດຖະມົນຕີກະຊວງການຕ່າງປະເທດຈີນຢູ່ນະຄອນຫຼວງມານີລາຂອງຟີລິບປີນ.

 

ທ່ານເຟີດີນານ ມາໂຄສຍັງກ່າວວ່າ, ໃນຕະຫຼອດເວລາທີ່ຜ່ານມາ, ຟີລິບປິນກັບຈີນໄດ້ຮັກສາການໄປມາຫາສູ່ກັນຢ່າງແໜ້ນແຟ້ນ, ການຮ່ວມມືໄດ້ຮັບຜົນສຳເລັດຢ່າງອຸດົມສົມບູນ. ບັນຫາໄຕ້ຫວັນແມ່ນວຽກງານພາຍໃນຂອງຈີນ, ຟີລິບປິນຈະເຄົາລົບນະໂຍບາຍປະເທດຈີນດຽວຢ່າງສະເໝີຕົ້ນສະເໝີປາຍ. ຍິນດີລົງເລິກໄມຕີຈິດມິດຕະພາບລະຫວ່າງຟີລິບປິນ-ຈີນ, ເປີດກວ້າງການຮ່ວມມື, ເພີ່ມທະວີການແລກປ່ຽນ, ແກ້ໄຂບັນຫາເທິງທະເລຢ່າງເໝາະສົມ, ປົກປັກຮັກສາສັນຕິພາບ ແລະ ຄວາມຈະເລີນຮຸ່ງເຮືອງຂອງພາກພື້ນ.

 

ທ່ານຊິນກ່າງກ່າວວ່າ: ຂະບວນການທີ່ນັບແຕ່ຈີນ-ຟີລິບປິນໄດ້ສ້າງຕັ້ງສາຍພົວພັນທາງການທູດເປັນຕົ້ນມາໄດ້ຢັ້ງຢືນໃຫ້ເຫັນຢ່າງເຕັມທີ່ວ່າ: ການເຄົາລົບນັບຖືເຊິ່ງກັນແລະກັນ, ຢູ່ຮ່ວມກັນຢ່າງມີໄມຕີຈິດມິດຕະພາບ, ເຄົາລົບຕາມຄຳໝັ້ນສັນຍາ ແລະ ການຮ່ວມມືທີ່ຕ່າງຝ່າຍຕ່າງມີຜົນປະໂຫຍດນັ້ນສອດຄ່ອງກັບຜົນປະໂຫຍດພື້ນຖານຂອງສອງຝ່າຍ. ເມື່ອປະເຊີນໜ້າກັບສະຖານະການໃໝ່ແລະສິ່ງທ້າທາຍໃໝ່, ສອງຝ່າຍຕ້ອງກຳທິດທາງຢ່າງຖືກຕ້ອງດ້ານການພົວພັນລະຫວ່າງສອງປະເທດ, ລົງເລິກການແລກປ່ຽນ, ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈກັນ, ສ້າງເງື່ອນໄຂທີ່ດີໃຫ້ແກ່ການຊຸກຍູ້ການຮ່ວມມື, ຮັບປະກັນໃຫ້ການພົວພັນລະຫວ່າງຈີນ-ຟີລິບປິນຂະຫຍາຍໄປໜ້າຕາມເສັ້ນທາງທີ່ຖືກຕ້ອງແລະໝັ້ນທ່ຽງຢ່າງຕໍ່ເນື່ອງ.