ການສຳຫຼວດອະວະກາດບໍ່ງ່າຍ, ແຕ່ຈີນຈະບໍ່ຢຸດຢັ້ງຈັກເທື່ອ

2023-04-23 16:27:09 CRI

ເມື່ອວັນທີ 20 ເມສານີ້ຕາມເວລາປັກກິ່ງ, ຈະຫຼວດສົ່ງຍານລຸ້ນໃໝ່ “ເຮືອອະວະກາດ” ທີ່ຄົ້ນຄວ້າຜະລິດໂດຍບໍລິສັດ SpaceX ຂອງອາເມຣິກາ ໄດ້ດຳເນີນການທົດລອງຍິງເປັນຄັ້ງທຳອິດຢູ່ຖານສົ່ງໂບຄາ ຊີຄາ ທີ່ລັດເທັກຊາສຂອງອາເມຣິກາ. ຈະຫຼວດສົ່ງຍານເສຍທ່າການບິນ ແລະ ປິ່ນໂຕ ພາຍຫຼັງໄດ້ສົ່ງຂຶ້ນສູ່ທ້ອງຟ້າ 2 ນາທີ 30 ວິນາທີ, ໃນທີ່ສຸດກໍໄດ້ລະເບີດ ແລະ ແຕກສະຫຼາຍ, ການທົດລອງຄັ້ງນີ້ບໍ່ປະສົບຜົນສຳເລັດ.

ໃນຂະບວນການສຳຫຼວດອະວະກາດ, ໂດຍປົກກະຕິແລ້ວ, ຈະພົບກັບຄວາມຫຍຸ້ງຍາກເລື້ອຍໆ. ການບິນທົດລອງຄັ້ງທຳອິດຂອງ “ເຮືອອະວະກາດ” ຄັ້ງນີ້ບໍ່ໄດ້ປະສົບຜົນສຳເລັດ, ເຮັດໃຫ້ຄົນທັງຫຼາຍຮັບຮູ້ອີກເທື່ອໜຶ່ງວ່າ: ການປະດິດສ້າງໃໝ່ບົນເສັ້ນທາງການບິນອະວະກາດຂອງມວນມະນຸດ ບໍ່ແມ່ນເລື່ອງງ່າຍ. ການສຳຫຼວດອະຍະກາດທີ່ກວ້າງໃຫຍ່ໄພສານ ແລະ ພັດທະນາພາລະກິດການບິນອະວະກາດ ເປັນການສະແຫວງຫາຢ່າງບໍ່ລົດລະສຳລັບປະເທດຈີນ. ເຖິງວ່າເສັ້ນທາງແຫ່ງພາລະກິດການບິນອະວະກາດຂອງຈີນ ໄດ້ເຕັມໄປດ້ວຍຄວາມຫຍຸ້ງຍາກລຳບາກກໍຕາມ, ແຕ່ຈີນບໍ່ໄດ້ຢຸດເຊົາບາດກ້າວຂອງການສຳຫຼວດອະວະກາດຈັກເທື່ອ.

ໃນຫຼາຍສິບປີຜ່ານມາ, ວິທະຍາສາດການບິນອະວະກາດຂອງຈີນໄດ້ເລີ່ມຈາກເລກສູນ, ຫຼັງຈາກນັ້ນ, ປະເທດຕາເວັນຕົກ ທີ່ນຳພາໂດຍອາເມຣິກາໄດ້ປິດລ້ອມ ແລະ ລົງໂທດການບິນອະວະກາດຈາກດ້ານເຕັກນິກ, ນັກວິທະຍາສາດຈີນໄດ້ຜ່ານຜ່າອຸປະສັກຕ່າງໆນານາ, ໄດ້ສະຫຼຸບບົດຮຽນຈາກຄວາມຫຼົ້ມເຫຼວທີ່ນັບບໍ່ຖ້ວນ ແລະ ໄດ້ປະສົບຜົນສຳເລັດທີ່ປະຈັກຕາຕໍ່ຊາວໂລກ. ປີ 2008, ນັກບິນອະວະກາດຈີນໄດ້ສຳເລັດການປະຕິບັດກິດຈະກຳຢູ່ນອກຍານອະວະກາດເປັນຄັ້ງທຳອິດ. ປີ 2013, ຍານອະວະກາດ “ສາງເອີ 3” ໄດ້ກາຍເປັນຍານອະວະກາດບໍ່ໄດ້ບັນທຸກມະນຸດ ທີ່ລົງຈອດພື້ນຜິວດວງຈັນເປັນຄັ້ງທຳອິດ. ປີ 2019, “ສາງເຈິ່ງ 11” ເຊິ່ງເປັນຈະຫຼວດສົ່ງຍານເຊື້ອໄຟແຂງລຸ້ນໃໝ່ຂອງຈີນ ໄດ້ສຳເລັດການຍິງຢູ່ເທິງທະເລເປັນຄັ້ງທຳອິດ, ເຮັດໃຫ້ຈີນກາຍເປັນປະເທດທີ 3 ໃນໂລກ ທີ່ມີເຕັກນິກຍິງຈະຫຼວດຢູ່ເທິງທະເລ. ວັນທີ 15 ພຶດສະພາປີ 2021, “ທ່ຽນເວີ້ນ 1” ລົດດາວອັງຄານຂອງຈີນໄດ້ລົງຈອດດາວອັງຄານຢ່າງສຳເລັດຜົນ ເຊິ່ງເປັນການຢວ່າງບາດກ້າວທີ່ໜັກແໜ້ນຂອງຈີນໃນການສຳຫຼວດດາວເຄາະຢ່າງເປັນເຈົ້າຕົນເອງ. ວັນທີ 17 ມິຖຸນາປີ 2021, ນັກບິນອະວະກາດຈີນ 3 ຄົນໄດ້ເຂົ້າປະຈຳສະຖານີອະວະກາດ “ທ່ຽນກຸ່ງ” ຢ່າງສຳເລັດຜົນ; ວັນທີ 17 ກັນຍາປີ 2022, ຈຸນັກບິນອະວະກາດເສິນໂຈ່ວ 14 ໄດ້ສຳເລັດການປະຕິບັດກິດຈະກຳຢູ່ນອກສະຖານີອະວະກາດຄັ້ງທີ 2 ຢ່າງສຳເລັດຜົນ ເຊິ່ງໄດ້ສ້າງສະຖິຕິທີ່ເວລາຫ່າງກັນສັ້ນທີ່ສຸດ ລະຫວ່າງ 2 ຄັ້ງຂອງການປະຕິບັດກິດຈະກຳຢູ່ນອກຍານອະວະກາດຂອງນັກບິນອະວະກາດຈີນ ແລະ ໄດ້ຂຽນປະຫວັດສາດໜ້າໃໝ່ໃນການສຳຫຼວດອະວະກາດຂອງຈີນ. ຈີນໃນປັດຈຸບັນ, ນອກຈາກໄດ້ສ້າງສະຖານີອະວະກາດຢ່າງສຳເລັດຜົນແລ້ວ, ຈີນຍັງໄດ້ສ້າງລະບົບເຄືອຂ່າຍດາວທຽມເປີຍໂຕ ທີ່ກວມເອົາທົ່ວໂລກ, ໄດ້ພັດທະນາໂຄງການອະວະກາດສາງເອີ, ໂຄງການອະວະກາດຈູ້ຢົງ ແລະ ໂຄງການເສິນອະວະກາດໂຈ່ວເປັນຕົ້ນ ເຊິ່ງໄດ້ພັດທະນາວິທະຍາສາດເຕັກໂນໂລຊີການບິນອະວະກາດທີ່ມີລະດັບນຳໜ້າໂລກ.

ການຄົ້ນຄວ້າອະວະກາດບໍ່ແມ່ນເລື່ອງງ່າຍ, ແຕ່ການບໍ່ຢ້ານກົວຄວາມຫຼົ້ມເຫຼວ ແລະ ດຳເນີນການສຳຫຼວດຢ່າງບໍ່ຢຸດຢັ້ງ ຈິ່ງແມ່ນຈິດວິນຍານທີ່ສຳຄັນເປັນຢ່າງຍິ່ງໃນການພັດທະນາພາລະກິດການບິນອະວະກາດຂອງມວນມະນຸດ.

ວັນທີ 24 ເມສານີ້ເປັນວັນການບິນອະວະກາດຄັ້ງທີ 8 ຂອງຈີນ, ຫົວຂໍ້ຂອງວັນດັ່ງກ່າວແມ່ນ: “ຄົ້ນຫາທາດແທ້ຂອງທຸກສິ່ງທຸກຢ່າງ, ສຳຫຼວດ ແລະ ຄົ້ນຄວ້າອະວະກາດຢ່າງບໍ່ຢຸດຢັ້ງ”. ໂດຍຜ່ານຈາກການຄົ້ນຫາທາດແທ້ຂອງທຸກສິ່ງທຸກຢ່າງ ເພື່ອໄດ້ຄວາມຮູ້ທີ່ກວ້າງຂວາງກວ່າເກົ່າ ໃນອະວະກາດທີ່ກວ້າງໃຫຍ່ໄພສານ. ໜ່ວຍໂລກແມ່ນອູ່ຂອງມວນມະນຸດ, ແຕ່ຕ້ອງມີມື້ໜຶ່ງ, ມວນມະນຸດຈະສາມາດບິນອອກຈາກໜ່ວຍໂລກ ແລະ ທ່ອງໄປມາລະຫວ່າງດວງດາວຕ່າງໆໃນອະວະກາດ.