ເກີດໄພແຜ່ນດິນໄຫວຂະໜາດ 7,3 ລິກເຕີຢູ່ເຂດທະເລໃກ້ແຂວງຊູມາຕຣາຕາເວັນຕົກຂອງອິນໂດເນເຊຍ

2023-04-25 14:33:48 cri

ວັນທີ 25 ເມສານີ້, ເຂດທະເລໃກ້ແຂວງຊູມາຕຣາຕາເວັນຕົກຂອງອິນໂດເນເຊຍໄດ້ເກີດໄພແຜ່ນດິນໄຫວຂະໜາດ 7,3 ລິກເຕີ. ປັດຈຸບັນ, ຍັງບໍ່ມີການລາຍງານຜູ້ໄດ້ຮັບບາດເຈັບ ແລະເສຍຊີວິດ ແລະຜົນເສຍຫາຍດ້ານຊັບສິນເທື່ອ.

ອີງຕາມການລາຍງານຂ່າວຈາກເວັບໄຊອົງການອຸຕຸນິຍົມ, ດິນຟ້າອາກາດ ແລະທໍລະນີຟີຊິກອິນໂດເນເຊຍໃຫ້ຮູ້ວ່າ: ແຜ່ນດິນໄຫວດັ່ງກ່າວເກີດຂຶ້ນໃນເວລາ 3 ໂມງຂອງວັນທີ 25 ເມສານີ້ຕາມເວລາຈາກາຕາ, ຈຸດສູນກາງແຜ່ນດິນໄຫວຕັ້ງຢູ່ເຂດທະເລທີ່ຫ່າງຈາກໝູ່ເກາະເມນຕາວາຍແຂວງຊູມາຕຣາຕາເວັນຕົກໄປທາງທິດຕາເວັນຕົກສຽງເໜືອ 177 ກິໂລແມັດ, ຈຸດສູນກາງແຜ່ນດິນໄຫວຢູ່ເລິກລົງໄປໃຕ້ດິນ 84 ກິໂລແມັດ. ຕໍ່ກັບແຜ່ນດິນໄຫວຄັ້ງນີ້, ອົງການດັ່ງກ່າວໄດ້ອອກການແຈ້ງເຕືອນອາດມີຄື້ນສຶນາມິຕາມມາຈາກແຜ່ນດິນໄຫວໃນຄັ້ງນີ້.