ເມືອງຫົງເຫີແຂວງຢຸນນານຈີນ ແລະ ເມືອງໄຊທານີນະຄອນຫຼວງວຽງຈັນສ້າງເປັນເມືອງແຮກສ່ຽວ

2023-04-25 11:11:48 CRI

ຂ່າວຈາກຫ້ອງການວຽກງານການຕ່າງປະເທດກິ່ງແຂວງເຜົ່າຮານີເຜົ່າຢີຫົງເຫີແຂວງຢຸນນານຈີນໃຫ້ຮູ້ວ່າ: ພິທີລົງນາມໃນການພົວພັນເມືອງແຮກສ່ຽວ ກໍຄືການພົບປະທາງການຄ້າ ລະຫວ່າງເມືອງຫົງເຫີກິ່ງແຂວງຫົງເຫີ ແລະ ເມືອງໄຊທານີນະຄອນຫຼວງວຽງຈັນ ໄດ້ຈັດຂຶ້ນຢູ່ເມືອງຫົງເຫີໃນວັນທີ 23 ເມສານີ້, ສອງຝ່າຍໄດ້ສ້າງເປັນເມືອງແຮກສ່ຽວຢ່າງເປັນທາງການ.


ປີ 2015, ເມືອງຫົງເຫີໄດ້ສະເໜີໃຫ້ສ້າງການພົວພັນເມືອງແຮກສ່ຽວນຳນະຄອນຫຼວງວຽງຈັນ ແລະ ໄດ້ຮັບສຽງຕອບຮັບຢ່າງຕັ້ງໜ້າຈາກນະຄອນຫຼວງວຽງຈັນ, ນະຄອນຫຼວງວຽງຈັນ ໄດ້ສະເໜີໃຫ້ສ້າງການພົວພັນເມືອງແຮກສ່ຽວກັບເມືອງໄຊທານີ; ເດືອນກໍລະກົດປີ 2016, ຄະນະຜູ້ແທນເມືອງໄຊທານີໄດ້ຢ້ຽມຢາມສັນຖະວະໄມຕີເມືອງຫົງເຫີ, ສອງຝ່າຍໄດ້ກ້າວເຖິງຂັ້ນມີຄວາມເຫັນທີ່ເປັນເອກະພາບກັນກ່ຽວກັບການສ້າງຕັ້ງການພົວພັນເມືອງແຮກສ່ຽວ.


ທ່ານເສິນຢົງຫົງ ເລຂາຄະນະພັກເມືອງຫົງເຫີກ່າວວ່າ: ການເຊັນສັນຍາການພົວພັນເມືອງແຮກສ່ຽວຢ່າງເປັນທາງການຄັ້ງນີ້ ຈະເປີດຊ່ອງທາງທີ່ກວ້າງຂວາງກວ່າເກົ່າໃຫ້ແກ່ການຮ່ວມມືໃນຂົງເຂດເສດຖະກິດການຄ້າ, ການທ່ອງທ່ຽວ, ການສຶກສາ, ວັດທະນະທຳ ແລະ ຊັບພະຍາກອນມະນຸດລະຫວ່າງສອງຝ່າຍ.