“ຍິງແລ້ວຄ່ອຍເວົ້າ” ອາເມຣິກາຕົກຢູ່ໃນສະພາບໝູນວຽນທີ່ແປກປະຫຼາດແບບໃດແລ້ວ?

2023-04-26 15:37:04 CRI

ຊອກຜິດບ່ອນ, ໄປຜິດທາງ ຫຼື ຂຶ້ນລົດຜິດ ເຫຼົ່ານີ້ເປັນຕົ້ນ, ຢູ່ອາເມຣິກາ, ເລື່ອງບັງເອີນແບບນີ້ ອາດຈະມີຄວາມສ່ຽງເຖິງຊີວິດ. ໃນສິບປາຍມື້ຜ່ານມາ, ອາເມຣິກາໄດ້ເກີດເຫດການຍິງກັນ ຍ້ອນຄວາມເຂົ້າໃຈຜິດແບບລະເຫຼີງ ເຊິ່ງສົ່ງຜົນເຮັດໃຫ້ມີຜູ້ເສຍຊີວິດ ແລະ ບາດເຈັບຫຼາຍຄົນ.


ຕອນຄ່ຳວັນທີ 13 ເມສານີ້, ຢູ່ນະຄອນຄັນຊາສລັດມີຊູຣີຂອງອາເມຣິກາ, ທ້າວຣັນຟ ຢານ ຊາວໜຸ່ມເຊື້ອສາຍອາຟຣິກາຄົນໜຶ່ງທີ່ມີອາຍຸ 16 ປີ ໄດ້ເຄາະຜິດປະຕູ ໃນເວລາໄປຮັບນ້ອງຊາຍຕົນຢູ່ເຮືອນໝູ່, ຖືກເຈົ້າຂອງເຮືອນທີ່ເປັນຄົນຜິວຂາວຍິງປືນໃສ່ຈົນເຈັບສາຫັດ. ໜັງສືພິມ “ອາເມຣິກາວັນນີ້” ລາຍງານວ່າ: ໃນຫຼາຍສິບປີມານີ້, ເຫດການຍິງກັນ ທີ່ເກີດຂຶ້ນໃນ “ການຜິດສະຖານທີ່” ໄດ້ນຳເອົາຜົນຮ້າຍທີ່ເປັນໂສກນາຕະກຳມາໃຫ້ແກ່ອາເມຣິກາ. ໃນເຫດການເຫຼົ່ານີ້, ລັດທິຊາດນິຍົມເປັນສາເຫດຕົ້ນຕໍ.

ໃນຫຼາຍປີມໍ່ໆມານີ້, ປະຊາຊົນອາເມຣິກາມີຄວາມຮູ້ສຶກບໍ່ປອດໄພນັບມື້ນັບຮຸນແຮງຂຶ້ນ. ພາຍໃຕ້ຄວາມຢ້ານກົວ ແລະ ຄວາມກັງວົນ, ຊາວອາເມຣິກາໄດ້ຊື້ປືນເພື່ອປ້ອງກັນຕົວນັບມື້ນັບຫຼາຍຂຶ້ນ. ເປັນການຍາກທີ່ຄິດອອກໄດ້ວ່າ, ໃນປະເທດມະຫາອຳນາດພຽງໜຶ່ງດຽວ ທີ່ຖືໂຕເປັນ “ທວນໄຟເຍືອງທາງດ້ານສິດທິມະນຸດ”, “ການຍິງກັນແລ້ວຄ່ອຍເອີ່ຍປາກ”. ໃຜຈະສາມາດປົກປ້ອງສິດທິມະນຸດຂອງຊາວອາເມຣິກາທີ່ຖືກຍິງຕາຍ ກ່ອນທີ່ພວກເຂົາເຈົ້າດ້ເອີ່ຍປາກ!