ທະວິດເຕີໄດ້ປົດໜ້າກາກຈອມປອມຂອງສື່ມວນຊົນຕາເວັນຕົກ

2023-04-26 16:59:23 CRI

ຫວ່າງມໍ່ໆມານີ້, ທະວິດເຕີໄດ້ເຮັດບາງເລື່ອງ ທີ່ເຮັດໃຫ້ລັດຖະບານ ແລະ ສື່ມວນຊົນຕົ້ນຕໍຂອງໂລກຕາເວັນຕົກໂມໂຫຂຶ້ນ ຄື: ໄດ້ໝາຍເອົາສື່ມວນຊົນຫຼາຍແຫ່ງຂອງຕາເວັນຕົກ ເຊັ່ນ: ບໍລິສັດກະຈາຍສຽງການາດາ ຫຼື CBC, ສຽງຂອງອາເມຣິກາ ຫຼື VOA, ວິທະຍຸກະຈາຍສຽງສາທາລະນະທົ່ວປະເທດອາເມຣິກາ ຫຼື NPR ແລະ ບໍລິສັດກະຈານສຽງສາທາລະນະອາເມຣິກາ ຫຼື PBS ເປັນສື່ມວນຊົນທີ່ “ໄດ້ຮັບທຶນໜູນຊ່ວຍຈາກລັດຖະບານ”.


ແຕ່ສິ່ງທີ່ຄິດບໍ່ເຖິງນັ້ນກໍຄື: ການປ່ຽນແປງນ້ອຍໆແບບນີ້ໄດ້ເຮັດໃຫ້ສື່ມວນຊົນຕາເວັນຕົກ “ໂມໂຫຂຶ້ນ” ໃນທັນທີ, ຕ່າງກໍໄດ້ກ່າວວ່າ: ຕົນແມ່ນສື່ມວນຊົນອິດສະຫຼະ, ໄດ້ຍຶດໝັ້ນການລາຍງານຂ່າວແບບເປັນກາງ ແລະ ພາວະວິໄສມາໂດຍຕະຫຼອດ, ບໍ່ຄວນຖືກໝາຍເປັນສື່ຂອງລັດຖະບານ ຍ້ອນຮັບທຶນໜູນຊ່ວຍຈາກລັດຖະບານ.


ນັບແຕ່ປີ 2020 ເປັນຕົ້ນມາ, ໂດຍອ້າງວ່າ “ລັດໄດ້ຈ່າຍງົບປະມານໃຫ້ຫຼືບໍ່, ໃຊ້ຄວາມກົດດັນທາງການເມືອງໂດຍກົງ ຫຼື ໂດຍທາງອ້ອມ, ແຊກແຊງການຜະລິດເນື້ອໃນ ແລະ ການເຜີຍແຜ່” ເພື່ອຄວບຄຸມເນື້ອໃນຂອງບັນຊີທີ່ກ່ຽວຂ້ອງ, ທະວິດເຕີເລີ່ມຕິດເຄື່ອງໝາຍໃຫ້ສື່ມວນຊົນເຫຼົ່ານີ້. ຖ້າຖືກກັບຂໍ້ອ້າງດັ່ງກ່າວແລ້ວ, ຈະຖືກໝາຍໄວ້ເປັນສື່ “ທີ່ຖືກລັດຄວບຄຸມ” ຫຼື “ສື່ຂອງລັດ”, ເນື້ອໃນຂອງບັນຊີເຫຼົ່ານີ້ກໍຈະຖືກ “ຈຳກັດ” ໃນການເຜີຍແຜ່ໃຫ້ຜູ້ອ່ານ. ແຕ່ວ່າ, ພາຍຫຼັງໄດ້ດຳເນີນມາເປັນໄລຍະໜຶ່ງແລ້ວ, ຊາວເນັດທັງຫຼາຍພັດພົບ “ເລ່ລ່ຽມ” ຂອງທະວິດເຕີຄື: ມີແຕ່ສື່ມວນຊົນຂອງຈີນ ແລະ ຣັດເຊຍເທົ່ານັ້ນ ຖືກໝາຍເອົາໄວ້, ບັນຊີທີ່ກ່ຽວຂ້ອງກັບລັດຖະບານອາເມຣິກາ ແລະ ອັງກິດ ພັດບໍ່ຖືກໝາຍໄວ້. ແມ່ນແຕ່ບັນຊີທີ່ເຜີຍແຜ່ວິດີໂອໝີແພນດາຂອງຈີນເທົ່ານັ້ນ, ກໍຖືກໝາຍໄວ້ເປັນ “ສື່ມວນຊົນທີ່ສັງກັດລັດ (ຈີນ)”. ຫຼັງຈາກນັ້ນ, ເມື່ອຖືກຖາມວ່າຈະແນໃສ່ຈີນ ແລະ ຣັດເຊຍເທົ່ານັ້ນຫຼືບໍ່, ທະວີດເຕີເວົ້າວ່າ: ຈະປະຕິບັດຕໍ່ 5 ປະເທດມົນຕີຖາວອນຂອງສະພາຄວາມໝັ້ນຄົງອົງການສະຫະປະຊາຊາດເປັນກ້າວໆ.

ແຕ່ວ່າ, ໃນວັນທີ 21 ເມສານີ້, ພາຍໃຕ້ກໍລະນີທີ່ບໍ່ໄດ້ແຈ້ງຕໍ່ພາຍນອກກ່ອນ, ທະວິດເຕີໄດ້ລຶບເຄື່ອງໝາຍທີ່ວ່າ: “ຮັບທຶນໜູນຊ່ວຍຈາກລັດຖະບານ”, “ທຶນໜູນຊ່ວຍຈາກມະຫາຊົນ” ແລະ “ສື່ທາງການ” ອອກທັງໝົດ, ໜ້າຫຼັກຂອງສື່ມວນຊົນຕົ້ນຕໍຂອງຈີນ, ຣັດເຊຍ ພ້ອມດ້ວຍຫຼາຍປະເທດໃນຕາເວັນຕົກ ເຊັ່ນ: ອາເມຣິກາ, ອັງກິດ ແລະ ການາດາ ເປັນຕົ້ນ ລ້ວນແຕ່ບໍ່ຖືກໝາຍເອົາໄວ້ອີກ. ນອກຈາກນີ້, ແຕ່ກ່ອນ, ນັກຂ່າວສື່ມວນຊົນຈີນບາງແຫ່ງທີ່ຖືກໝາຍເປັນສື່ທາງການຂອງຈີນນັ້ນ ກໍບໍ່ຖືກລຶບໄປເຊັ່ນດຽວກັນ. ແຕ່ບໍ່ໄດ້ຄາດຄິດວ່າ, ສື່ມວນຊົນຕາເວັນຕົກຈຳນວນໜຶ່ງພັດໂມໂຫຂຶ້ນຍ້ອນເລື່ອງນີ້, ຈົນເຖິງຂັ້ນປະທ້ວງວ່າຈະ “ຖອນອອກຈາກທະວີດເຕີ”.


ຈາກການໝາຍເອົາໄວ້ເຖິງການລຶບເຄື່ອງໝາຍອອກ, ທະວິດເຕີໄດ້ປົດໜ້າກາກຈອມປອມຂອງສື່ມວນຊົນຕາເວັນຕົກອອກ, ສື່ມວນຊົນຕົ້ນຕໍຂອງຕາເວັນຕົກ ກໍບໍ່ແມ່ນສື່ມວນຊົນທີ່ມີອິດສະຫຼະ ແລະ ພາວະວິໄສ ຄືດັ່ງເຂົາເຈົ້າໂຄສະນາມາໂດຍຕະຫຼອດນັ້ນດອກ, ພວກເຂົາມີຄວາມເຫັນລຳອຽງດ້ານຄ່ານິຍົມ ແລະ ຮູບຖານຈິດສຳນຶກ ມາຕັ້ງແຕ່ເກີດ, ຈາກສິ່ງນີ້ໄດ້ຊີ້ເຫັນວ່າ, ແນວຄວາມຄິດ “ສອງມາດຕະຖານ” ຂອງພວກເຂົາໄດ້ຝັງເລິກໄວ້ໃນຈິດສຳນຶກຂອງພວກເຂົາມາແຕ່ໃດໆແລ້ວ.